ຂປລ
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ X ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 14 ກັນຍາ 2026 ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ເປັນເຈົ້າການສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ໃນການປະຕິບັດວຽກງານຈັດຕັ້ງ ແລະ ການປົກຄອງ ໃຫ້ຖືກຕ້ອງ ທັນສະໄໝ ແລະ ວ່ອງໄວ”D
ຂປລ. ໂດຍການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ໃຫ້ກຽດເຂົ້າຮ່ວມ ໂດຍ ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍອະດີດການນໍາຂັ້ນສູງຄະນະຈັດຕັ້ງສູນກາງພັກ, ຜູ້ແທນສົມບູນ, ສະມາຊິກພັກອາວຸໂສບຳນານ ພ້ອມແຂກຖືກເຊີນ ເຂົ້າຮ່ວມ.

ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນເຫດການການເມືອງທີ່ມີຄວາມໝາຍສໍາຄັນຢ່າງຍິ່ງໃນຊີວິດການເມືອງຂອງທົ່ວອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ເພາະຈະໄດ້ພ້ອມກັນຄົ້ນຄວ້າ, ທົບທວນ, ຕີລາຄາຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ແລະ XII ຂອງພັກ, ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI, XII ແລະ ມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IX ຂອງອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ໃຫ້ເລິກເຊິ່ງຮອບດ້ານ, ພາວະວິໄສ, ເຫັນໄດ້ດ້ານດີ-ຜົນງານ, ຖືກກັບຄວາມເປັນຈິງ ແລະ ມີຄວາມເປັນເອກະພາບສູງຕໍ່ກັບໝາກຜົນທີ່ຍາດມາໄດ້; ດ້ານອ່ອນ-ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສຸມໃສ່ປັບປຸງແກ້ໄຂໃຫ້ມີການຫັນປ່ຽນເປັນຮູບປະທຳ, ຊອກຫາສາເຫດ ແລະ ບົດຮຽນໃນການນໍາພາປະຕິບັດໜ້າທີ່ການເມືອງໃນໄລຍະ 5 ປີຜ່ານມາ ແລະ ຄົ້ນຄວ້າປະກອບຄໍາເຫັນໃສ່ທິດທາງແຜນການ ແລະ ແຜນພັດທະນາວຽກງານຈັດຕັ້ງ ແລະ ການປົກຄອງ ແຕ່ນີ້ຮອດປີ 2030 ຊຶ່ງພາລະບົດບາດ, ໜ້າທີ່ຂອງຄະນະຈັດຕັ້ງສູນກາງພັກ ມາຮອດປັດຈຸບັນ ໄດ້ກວມເອົາວຽກງານຈັດຕ້ັງ ແລະ ວຽກງານປົກຄອງຊຶ່ງເປັນພາລະ ບົດບາດທີ່ກວ້າງ ແລະ ສໍາຄັນ ໃນການເປັນເສນາທິການໃຫ້ພັກ ແລະ ລັດຖະບານ.
ໂອກາດນີ້, ສະຫາຍ ວິໄລວັນ ບຸດດາຄໍາ ກຳມະການສູນກາງພັກ, ຮອງເລຂາ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານພັກ ຄະນະຈັດຕັ້ງສູນກາງພັກ ສະໄໝທີ IX. ຫລັງຈາກນັ້ນ, ສະຫາຍ ດອນ ໄພວົງ ກໍາມະການຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຮ່າງແຜນພັດທະນາວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີຜ່ານມາ (2021-2025) ແລະ ທິດທາງ 5 ປີໃນຕໍ່ໜ້າ (2026-2030).
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ ພ້ອມກັນປະກອບຄຳເຫັນກ່ຽວກັບການເປັນເສນາທິການ ໃຫ້ຄະນະພັກໃນວຽກງານກໍ່ສ້າງພັກ, ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງພາຍໃນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ, ການເປັນເສນາທິການໃຫ້ຄະນະພັກໃນການສ້າງ ແລະ ປັບປຸງນິຕິກໍາ, ການເປັນເສນາທິການໃຫ້ຄະນະພັກໃນການເຕົ້າ ໂຮມຄວາມສາມັກຄີຂອງ 3 ອົງການຈັດຕັ້ງມະຫາຊົນ ຄະນະຈັດຕັ້ງສູນກາງພັກ ຊຶ່ງການປະກອບຄຳເຫັນດັ່ງກ່າວ ລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບ ຕໍ່ລາຍງານການເມືອງ, ທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານຮອບດ້ານຂອງການນໍາພາໃນໄລຍະຜ່ານມາ.
ໃນວາລະດຳເນີນກອງປະຊຸມທີ່ມີຄວາມໝາຍສໍາຄັນນີ້ ຜູ້ແທນກອງປະຊຸມຈະໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ຄະນະຈັດຕັ້ງສູນກາງພັກຊຸດໃໝ່ ສະໄໝທີ X ເພື່ອສືບຕໍ່ນໍາພາປະຕິບັດພາລະບົດບາດ, ໜ້າທີ່ການເມືອງ ໃນໄລຍະໃໝ່ໃຫ້ມີຜົນສໍາເລັດໃໝ່ ຢ່າງບໍ່ຢຸດຢັ້ງ.
KPL