ໄຊຍະບູລີ ສຳຫລວດທ່າແຮງ “ຕາດຫ້ວຍໂງ່” ກຽມພັດທະນາເປັນແຫລ່ງທ່ອງທ່ຽວແຫ່ງໃໝ່

10/09/2026 13:33
Email Print 105
ຂປລ ຂປລ. ແຂວງໄຊຍະບູລີ ສືບຕໍ່ຊອກຫາ ແລະ ພັດທະນາທ່າແຮງແຫລ່ງທ່ອງທ່ຽວທຳມະຊາດ ໂດຍລ່າສຸດໄດ້ລົງສຳຫລວດ “ຕາດຫ້ວຍໂງ່” ບ້ານນາຍາວ, ເມືອງໄຊຍະບູລີ ເພື່ອເກັບກຳຂໍ້ມູນ, ປະເມີນທ່າແຮງຄວາມສາມາດ ແລະ ຈຸດເດັ່ນຂອງພ້ືນທີ່, ສຶກສາແນວທາງພັດທະນາເປັນແຫລ່ງທ່ອງທ່ຽວແຫ່ງໃໝ່ຂອງແຂວງ.

ຂປລ. ແຂວງໄຊຍະບູລີ ສືບຕໍ່ຊອກຫາ ແລະ ພັດທະນາທ່າແຮງແຫລ່ງທ່ອງທ່ຽວທຳມະຊາດ ໂດຍລ່າສຸດໄດ້ລົງສຳຫລວດ ຕາດຫ້ວຍໂງ່ບ້ານນາຍາວ, ເມືອງໄຊຍະບູລີ ເພື່ອເກັບກຳຂໍ້ມູນ, ປະເມີນທ່າແຮງຄວາມສາມາດ ແລະ ຈຸດເດັ່ນຂອງພ້ືນທີ່, ສຶກສາແນວທາງພັດທະນາເປັນແຫລ່ງທ່ອງທ່ຽວແຫ່ງໃໝ່ຂອງແຂວງ.

ຫວ່າງບໍ່ດົນມານີ້, ທ່ານ ດວງຕາ ໄຊວຸດ ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍ ທ່ານ ນາງ ພິລາວັນ ອົງແກ້ວ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ, ຄະນະຮັບຜິດຊອບຂັ້ນແຂວງ, ເມືອງໄຊຍະບູລີ, ບໍລິສັດ ພີເອັດຊີ ກຣຸບ ແລະ ຕາງໜ້າບ້ານນາຍາວ ໄດ້ລົງສຳຫລວດຕົວຈິງຢູ່ບໍລິເວນ ຕາດຫ້ວຍໂງ່ເພື່ອສຳຫລວດສະພາບພື້ນທີ່, ສິ່ງແວດລ້ອມ ແລະ ປັດໄຈຕ່າງໆທີ່ຈະເອື້ອອຳນວຍຕໍ່ການພັດທະນາ. ຈາກການລົງສຳຫລວດ ພົບວ່າ ຕາດຫ້ວຍໂງ່ມີສະພາບທຳມະຊາດທີ່ສວຍງາມ, ອຸດົມສົມບູນໄປດ້ວຍປ່າໄມ້ຂຽວສົດ ແລະ ມີສາຍນ້ຳໄຫລຜ່ານໂງ່ນຫີນທຳມະຊາດຫລາຍຊັ້ນ, ປະກອບກັບບັນຍາກາດທີ່ເຢັນສະບາຍ ແລະ ພື້ນທີ່ທີ່ຍັງຄວາມສົມບູນຂອງທຳມະຊາດ, ຈຶ່ງຖືວ່າມີທ່າແຮງໃນການພັດທະນາເປັນຈຸດພັກຜ່ອນ ແລະ ແຫລ່ງທ່ອງທ່ຽວທຳມະຊາດ. ພ້ອມນີ້ ຄະນະສຳຫລວດຍັງໄດ້ຮ່ວມກັນບຸກເບີກ ແລະ ສຶກສາເສັ້ນທາງເຂົ້າຫາຕາດ, ປະເມີນສະພາບການເຂົ້າເຖິງ, ຄວາມປອດໄພ ຕະຫລອດເຖິງສຶກສາຈຸດທີ່ສາມາດຈັດວາງສິ່ງອຳນວຍຄວາມສະດວກຕ່າງໆ ໂດຍຈະໃຫ້ຄວາມສຳຄັນຕໍ່ການຮັກສາພູມທັດ ແລະ ລະບົບນິເວດຂອງພື້ນທີ່ ບໍ່ໃຫ້ການພັດທະນາສົ່ງຜົນກະທົບຕໍ່ທຳມະຊາດ.ນອກຈາກນີ້, ຄະນະສຳຫລວດໄດ້ປຶກສາຫາລືກັບຊຸມຊົນບ້ານນາຍາວ ກ່ຽວກັບແນວທາງການປົກປັກຮັກສາ, ການອະນຸລັກປ່າໄມ້, ແຫລ່ງນ້ຳ ແລະ ສິ່ງແວດລ້ອມ ຄຽງຄູ່ກັບການສ້າງການມີສ່ວນຮ່ວມຂອງປະຊາຊົນ ໂດຍໃຫ້ຊຸມຊົນສາມາດເຂົ້າມາມີບົດບາດໃນການບໍລິການ, ອະນຸລັກ ແລະ ສ້າງລາຍຮັບຈາກການທ່ອງທ່ຽວ ຕາມແນວທາງການທ່ອງທ່ຽວໂດຍຊຸມຊົນ. ພາຍຫລັງການສຳຫລວດ, ຄະນະຮັບຜິດຊອບຈະນຳເອົາຂໍ້ມູນ, ພາບຖ່າຍ ແລະ ຜົນການສຳຫລວດຕ່າງໆມາວິເຄາະ ເພື່ອເຮັດແຜນແມ່ບົດເບື້ອງຕົ້ນ   ແລະ ກະກຽມສະເໜີ ຕໍ່ຂັ້ນເທິງພິຈາລະນາແນວທາງພັດທະນາ, ສົ່ງເສີມ, ປະຊາສຳພັນ ແລະ ດຶງດູດການລົງທຶນໃນອະນາຄົດ.

ການລົງສຳຫລວດ ຕາດຫ້ວຍໂງ່ໃນຄັ້ງນີ້ ຈຶ່ງເປັນບາດກ້າວໜຶ່ງຂອງແຂວງໄຊຍະບູລີ ໃນການຊອກຫາ ແລະພັດທະນາແຫລ່ງທ່ອງທ່ຽວທຳມະຊາດແຫ່ງຂອງແຂວງ ໃຫ້ສາມາດກາຍເປັນຈຸດໝາຍປາຍທາງດ້ານການທ່ອງທ່ຽວອີກແຫ່ງໜຶ່ງ ພ້ອມທັງສ້າງໂອກາດໃນການສ້າງລາຍຮັບ, ສ້າງອາຊີບ ແລະ ຍົກສູງບົດບາດຂອງຊຸມຊົນຄຽງຄູ່ກັບການອະນຸລັກທຳມະຊາດ.

(ຂໍ້ມູນຈາກພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງໄຊຍະບູລີ)

KPL

ຂ່າວອື່ນໆ

ads
ads

Top