ຂປລ
ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of the Convention on Cluster Munitions) ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 14 ກັນຍາ 2026 ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້: “ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາ ເພື່ອສ້າງໂລກທີ່ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ”.
ຂປລ. ໂດຍການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນປະທານຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ, ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຄະນະຜູ້ແທນຈາກບັນດາປະເທດລັດພາຄີ, ອົງການຈັດຕັ້ງສາກົນ, ບັນດາປະເທດຜູ້ສັງເກດການ, ພ້ອມດ້ວຍຄະນະຜູ້ແທນຈາກວົງຄະນາຍາດສາກົນ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ຖືເປັນ “ການກັບຄືນສູ່ບ້ານຂອງສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ” (CCM Homecoming) ເນື່ອງຈາກ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບກອງປະຊຸມລັດພາຄີ ຄັ້ງທໍາອິດ (First Meeting of State Parties) ໃນປີ 2010. ການໄດ້ຮັບຄວາມໄວ້ວາງໃຈຈາກວົງຄະນາຍາດສາກົນໃຫ້ເປັນປະທານ ແລະ ເຈົ້າພາບອີກຄັ້ງໜຶ່ງຂອງ ສປປ ລາວ ເປັນການສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ຂອງປະຊາຄົມໂລກ ຕໍ່ບົດບາດນຳພາ ຂອງ ສປປ ລາວ ໃນຂະບວນສ້າງສົນທິສັນຍາສາກົນດັ່ງກ່າວ.

ໂອກາດນີ້ ທ່ານ ສອນໄຊ ສີພັນດອນ ໄດ້ມີຄຳເຫັນກ່າວເປີດກອງປະຊຸມ ໂດຍມີບາງຕອນໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ສະແດງເຖິງຄວາມພາກພູມໃຈຂອງລັດຖະບານ ແລະ ປະຊາຊົນ ສປປ ລາວ ທີ່ໄດ້ຮັບກຽດເປັນເຈົ້າພາບກອງປະຊຸມສາກົນຄັ້ງສຳຄັນນີ້ອີກເທື່ອໜຶ່ງ, ທີ່ມີຄວາມສໍາຄັນດ້ານປະຫວັດສາດສໍາລັບ ສປປ ລາວ ແລະ ຍັງເປັນໂອກາດໃຫ້ບັນດາລັດພາຄີຮ່ວມກັນທົບທວນຄືນໝາກຜົນຂອງການຈັດຕັ້ງຜັນຂະຫຍາຍພັນທະພາຍໃຕ້ສົນທິສັນຍາດັ່ງກ່າວ ເພື່ອເປັນພື້ນຖານໃນການກໍານົດແຜນປະຕິບັດງານທີ່ເປັນບຸລິມະສິດ ແລະ ວາງທິດທາງໃນຕໍ່ໜ້າ ເພື່ອກ້າວໄປສູ່ການລຶບລ້າງອາວຸດຮ້າຍແຮງນ້ີໃຫ້ໝົດສິ້ນຢ່າງຖາວອນ.
ທ່ານ ສອນໄຊ ສີພັນດອນ ຍັງເນັ້ນຕື່ມວ່າ: ໃນທ່າມກາງທີ່ສະພາບການສາກົນພວມຜັນແປໄປຢ່າງໄວວາ ໂດຍສະເພາະສົງຄາມ ແລະ ຂໍ້ຂັດແຍ່ງດ້ານກຳລັງອາວຸດທີ່ພວມເກີດຂຶ້ນຢູ່ຫລາຍພາກພື້ນໃນໂລກ, ເປົ້າໝາຍ ແລະ ຄຸນຄ່າຂອງສົນທິສັນຍາສາກົນຂອງພວກເຮົາ ແມ່ນພວມຖືກທົດສອບ. ບົດຮຽນຂອງ ຂອງ ສປປ ລາວ ໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງວ່າການນໍາໃຊ້ອາວຸດທີ່ຮ້າຍແຮງໃນມື້ນັ້ນ ໄດ້ສົ່ງຜົນກະທົບທີ່ຍາວນານມາສູ່ຄົນອີກຫລາຍຮຸ່ນຄົນໃນປັດຈຸບັນ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ປະຊາຄົມໂລກຍົກສູງຄວາມຮັບຜິດຊອບດ້ານມະນຸດສະທຳຮ່ວມກັນ ເພື່ອບໍ່ໃຫ້ມີປະເທດໃດຕ້ອງຜະເຊີນກັບຊາຕາກຳຄືກັບ ສປປ ລາວ ຕື່ມອີກ.
ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ CCM ໄດ້ຮັບຮອງເອົາຢູ່ທີ່ນະຄອນດັບລິນປະເທດອຽກລັງໃນປີ 2008 ແລະ ມີຜົນບັງຄັບໃຊ້ຢ່າງເປັນທາງການໃນປີ 2010. ປັດຈຸບັນມີປະເທດເປັນລັດພາຄີ ແລະ ລົງນາມທັງໝົດ 124 ປະເທດ.
ກອງປະຊຸມທົບທວນສົນທິສັນຍາຄັ້ງນີ້, ຈະດຳເນີນໄປຈົນຮອດ ວັນທີ 18 ກັນຍາ 2026 ເພື່ອທົບທວນຄືນຄວາມຄືບໜ້າໃນ 5 ປີຜ່ານມາ, ພ້ອມທັງກໍານົດທິດທາງ ແລະ ບຸລິມະສິດໃໝ່ໃຫ້ແກ່ສົນທິສັນຍາ, ພ້ອມທັງຈັດກອງປະຊຸມປິ່ນອ້ອມ ແລະ ການວາງສະແດງຕື່ມອີກ.
ພາບ: ອ່າຍຄຳ-ເກດສະໜາ
KPL