ຂປລ
ກອງທັບ ລາວ-ຈີນ ຝຶກຊ້ອມໃຫຍ່ ພາຍໃຕ້ລະຫັດ “ຂະບວນລົດໄຟສັນຕິພາບ-2026” ດ້ານມະນຸດສະທຳ ແລະ ການບໍລິການດ້ານການແພດ ໃນວັນທີ 12 ກັນຍາ 2026 ທີ່ສະໜາມຝຶກຊ້ອມຈຳລອງ ສະຖານີຄ່ຽນຖ່າຍສິນຄ້າວຽງຈັນໃຕ້ ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ໂດຍມີ ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຊີ້ນຳລວມການຝຶກຊ້ອມຮ່ວມ ກອງທັບ ລາວ-ຈີນ ພາຍໃຕ້ລະຫັດ “ຂະບວນລົດໄຟສັນຕິພາບ-2026” ເພື່ອມະນຸດສະທຳ ແລະ ການບໍລິການດ້ານການແພດ ແລະ ສະຫາຍ ພັນເອກ ອຸຕ່ານ ຫົວໜ້າກົມເສນາຮັກ ກົມຮັບປະກັນພະລາທິການ, ຄະນະກຳມະການທະຫານສູນກາງ ກອງທັບປົດປ່ອຍປະຊາຊົນຈີນ, ມີຄະນະຊີ້ນຳການຝຶກຊ້ອມຝ່າຍ ລາວ ແລະ ຝ່າຍ ຈີນ ເຂົ້າຮ່ວມ.
ການຝຶກຊ້ອມໃຫຍ່ຄັ້ງນີ້ ໄດ້ສະແດງວິດີໂອການຝຶກຊ້ອມ ໂດຍສຸມໃສ່ການຝຶກຊ້ອມຄວາມສາມາດໃນການກອບກູ້-ຊ່ວຍເຫຼືອຜູ້ປະສົບໄພ, ການຄົ້ນຫາ, ການຮັບ ແລະ ປິ່ນປົວຄົນເຈັບຈຳນວນຫຼາຍ, ການລຳລຽງຄົນເຈັບ ແລະ ການນຳໃຊ້ໂຮງໝໍພາກສະໜາມເທິງລົດໄຟ.
ໃນບາດກ້າວທຳອິດ ຂອງການຝຶກ ກຳລັງພົນສອງຝ່າຍ ໄດ້ຮ່ວມກັນຈັດຕັ້ງລະບົບກອບກູ້-ຊ່ວຍເຫຼືອ, ຄົ້ນຫາ ແລະ ກອບກູ້ຜູ້ປະສົບໄພຈາກສະຖານະການຈຳລອງ. ພ້ອມນັ້ນ, ຍັງໄດ້ນຳໃຊ້ອຸປະກອນປັນຍາປະດິດ ແລະ ອຸປະກອນບໍ່ມີຄົນຂັບ ເຂົ້າຮ່ວມໃນການຊອກຄົ້ນ ແລະ ສະໜັບສະໜູນພາລະກິດກອບກູ້. ນອກຈາກນີ້, ໜ່ວຍແພດຂອງສອງຝ່າຍ ໄດ້ຮ່ວມກັນຈັດຕັ້ງການຮັບ, ຄັດແຍກຄົນເຈັບໜັກ-ເບົາ ແລະ ປິ່ນປົວເບື້ອງຕົ້ນຢູ່ໂຮງໝໍພາກສະໜາມ ທີ່ມີຄວາມວ່ອງໄວ ແລະ ປະສານງານການຈັດລຳດັບຄົນເຈັບຢ່າງທັນການ. ຄຽງຄູ່ກັນນັ້ນ ຍັງຝຶກຊ້ອມການຮັກສາສຸຂະອະນາໄມ, ການປ້ອງກັນພະຍາດ ແລະ ຄວບຄຸມພະຍາດຮ່ວມກັນ.
ຈາກນັ້ນ, ໜ່ວຍແພດໂຮງໝໍລົດໄຟ ໄດ້ຈັດຕັ້ງຈຳແນກ ແລະ ນຳຄົນເຈັບຂຶ້ນລົດໄຟ ເພື່ອນຳໄປຮັບການປິ່ນປົວຕໍ່. ສ່ວນພາຍໃນໂຮງໝໍລົດໄຟ ໄດ້ຈັດຕັ້ງລະບົບຮັບ ແລະ ປິ່ນປົວຄົນເຈັບ ຜ່ານລະບົບບັນຊາອັດສະລິຍະ, ພ້ອມທັງຈັດຕັ້ງການກູ້ຊີບ ແລະ ການປິ່ນປົວຕາມສະພາບອາການ. ພິເສດ, ການຊ້ອມຄັ້ງນີ້ ໄດ້ສະແດງການນຳໃຊ້ໂດຣນເຂົ້າສະໜັບສະໜູນພາລະກິດການແພດ ໂດຍຈັດຕັ້ງການລຳລຽງສົ່ງອຸປະກອນ ແລະ ຜະລິດຕະພັນການແພດສຸກເສີນທາງອາກາດ ໄປຍັງຈຸດປະຕິບັດງານ. ສ່ວນໜ່ວຍແພດໂຮງໝໍລົດໄຟ ໄດ້ດຳເນີນການປິ່ນປົວສະເພາະດ້ານ ແລະ ການຜ່າຕັດຕາມສາຂາວິຊາການ, ພ້ອມທັງຈັດຕັ້ງພາລະກິດກູ້ຊີບ ແລະ ປິ່ນປົວຢ່າງເປັນລະບົບ.
ການຊ້ອມໃຫຍ່ໃນຄັ້ງນີ້, ເປັນການຈຳລອງສະຖານະການສຸກເສີນ ໄດ້ມີການປະສານງານກັນຢ່າງພ້ອມພຽງ ລະຫວ່າງ ໜ່ວຍກອບກູ້, ໜ່ວຍແພດ, ໜ່ວຍລຳລຽງ ແລະ ໂຮງໝໍລົດໄຟ. ຜ່ານການຊ້ອມ ໄດ້ສະແດງໃຫ້ເຫັນເຖິງຄວາມພ້ອມ, ຄວາມສາມັກຄີ, ການປະສານງານ ແລະ ຂີດຄວາມສາມາດຂອງກຳລັງພົນສອງຝ່າຍ ໃນການຮ່ວມກັນຮັບມື ແລະ ຊ່ວຍເຫຼືອປະຊາຊົນໃນສະຖານະການສຸກເສີນ.
ຂ່າວ: ໂຊເລ້ ບຸນເຮືອງ
KPL