ຂປລ
ນິທັດສະການ “ຄຸນຄ່າພູມປັນຍາລາວ” ຄັ້ງທີ 1 ຈັດຂຶ້ນໃນລະຫວ່າງວັນທີ 9-13 ກັນຍາ 2026 ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ເພື່ອເປີດໂອກາດໃຫ້ຜູ້ປະກອບການ, ຫົວໜ່ວຍທຸລະກິດ ນຳເອົາຜະລິດຕະພັນ ທີ່ເກີດຈາກພູມປັນຍາແທ້ໆ ມາວາງສະແດງ-ຈຳໜ່າຍ ແລະ ສ້າງເຄືອຂ່າຍທຸລະກິດຮ່ວມກັນ ຊຶ່ງພິທີເປີດງານດັ່ງກ່າວ ຈັດຂຶ້ນໃນວັນທີ 11 ກັນຍາ 2026 ໂດຍມີ ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ປະທານປະເທດ, ທັງເປັນປະທານທີ່ປຶກສາສະມາຄົມຫັດຖະກຳລາວ, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານສູນກາງສະຫະພັນແມ່ຍິງລາວ, ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີບັນດາພັນລະຍາການນຳພັກ, ລັດ, ຜູ້ຕາງໜ້າຈາກບັນດາກະຊວງ, ອົງການ, ສະຖາບັນ, ສະຖານທູດ, ອົງການສາກົນ, ນັກວິຊາການ, ນັກອອກແບບ, ຊ່າງຝີມື, ຜູ້ປະກອບການ, ບໍລິສັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ນາງ ອຸສາວະດີ ໄຊສະນິດ ຜູ້ອຳນວຍການຫັດຖະກຳແພງໄໝ ຕາງໜ້າໃຫ້ຄະນະຈັດງານກ່າວວ່າ: ນິທັດສະການ “ຄຸນຄ່າພູມປັນຍາລາວ” ຄັ້ງທີ 1 ເປັນເຫດການສຳຄັນອີກບາດກ້າວໜຶ່ງ ໃນການຮ່ວມກັນອະນຸລັກ, ສືບສານ, ພັດທະນາ ແລະ ຍົກລະດັບຄຸນຄ່າພູມປັນຍາ ອັນລ້ຳຄ່າຂອງຊາດລາວ. ນິທັດສະການນີ້ ບໍ່ໄດ້ເປັນພຽງພື້ນທີ່ສຳລັບຈັດສະແດງຜົນງານ, ແຕ່ພວກເຮົາປາຖະໜາໃຫ້ເປັນເວທີແຫ່ງການຮຽນຮູ້, ການພົບປະ, ການແລກປ່ຽນ, ການສືບສານ ແລະ ການສ້າງໂອກາດໃໝ່ໃຫ້ແກ່ຊ່າງຝີມື, ນັກສິລະປິນ, ນັກອອກແບບ, ນັກວິຊາການ, ນັກທຸລະກິດ ແລະ ເຍົາວະຊົນລາວ. ນິທັດສະການຄັ້ງນີ້ ຈະກາຍເປັນຈຸດເລີ່ມຕົ້ນ ຂອງຂະບວນການຮ່ວມມືທີ່ກວ້າງຂວາງຂຶ້ນ, ໃຫ້ທຸກພາກສ່ວນຫັນມາເຫັນຄຸນຄ່າຂອງສິ່ງທີ່ປະເທດເຮົາມີ ແລະ ຮ່ວມກັນສົ່ງຕໍ່ຄຸນຄ່ານັ້ນສູ່ຄົນຮຸ່ນຕໍ່ໄປ.
ທ່ານ ພຸດທະວັນ ນັນທະວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ກ່າວວ່າ: ນິທັດສະການຄຸນຄ່າພູມປັນຍາລາວ ໃນຄັ້ງນີ້ ຖືເປັນເວທີທີ່ມີຜົນປະໂຫຍດ ແລະ ຄວາມໝາຍອັນໃຫຍ່ຫຼວງ ເປັນຕົ້ນ ເປັນການເຜີຍແຜ່ ວັດທະນະທຳ, ວິຖີຊີວິດການທຳມາຫາກິນຂອງຊາວລາວແຕ່ອະດີດຈົນເຖິງປັດຈຸບັນ, ພ້ອມທັງປົກປັກຮັກສາ ແລະ ຟື້ນຟູພູມປັນຍາທ້ອງຖິ່ນບໍ່ໃຫ້ສູນຫາຍໄປຕາມການເວລາ, ເປັນການເປີດໂອກາດ ແລະ ເປີດກວ້າງຕະຫຼາດໃຫ້ແກ່ຊ່າງຝີມື, ນັກປາດທ້ອງຖິ່ນ, ຜູ້ປະກອບການ ແລະ ຫົວໜ່ວຍທຸລະກິດຂະໜາດນ້ອຍ-ກາງ (SMEs) ໄດ້ນຳເອົາຜະລິດຕະພັນ ທີ່ເກີດຈາກພູມປັນຍາແທ້ໆ ມາວາງສະແດງ, ຈຳໜ່າຍ ແລະ ສ້າງເຄືອຂ່າຍທຸລະກິດຮ່ວມກັນ. ທັງເປັນເວທີແລກປ່ຽນບົດຮຽນ, ຄວາມຮູ້ ແລະ ເຕັກໂນໂລຊີໃໝ່ໆ ເພື່ອປະສົມປະສານພູມປັນຍາດັ້ງເດີມ ເຂົ້າກັບນະວັດຕະກຳຮ່ວມສະໄໝ ໃຫ້ຜະລິດຕະພັນລາວມີມາດຕະຖານ, ສາມາດແຂ່ງຂັນ ແລະ ກ້າວໄກສູ່ສາກົນ, ເປັນການປູກຈິດສຳນຶກ ແລະ ສ້າງແຮງບັນດານໃຈ ໃຫ້ແກ່ຊາວໜຸ່ມ, ເຍົາວະຊົນ-ອະນຸຊົນລາວ ໃຫ້ມີຄວາມຮັກຫອມ, ພາກພູມໃຈໃນຄວາມເປັນລາວ ແລະ ພ້ອມກັນສືບທອດມໍລະດົກທາງປັນຍານີ້ ໄວ້ໃຫ້ຍືນຍົງຕະຫຼອດໄປ.
ທ່ານ ພຸດທະວັນ ນັນທະວົງ ຍັງໃຫ້ຮູ້ອີກວ່າ: ພັກ ແລະ ລັດຖະບານລາວ ຍາມໃດກໍຖືເອົາວຽກງານການອະນຸລັກ, ປົກປັກຮັກສາ ແລະ ພັດທະນາພູມປັນຍາທ້ອງຖິ່ນ ເປັນຍຸດທະສາດສຳຄັນແຫ່ງຊາດ ເພາະພູມປັນຍາລາວ ບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງຕົວຕົນ, ຮາກເຫງົ້າ ແລະ ຈິດວິນຍານແຫ່ງຄວາມເປັນຊາດເທົ່ານັ້ນ, ແຕ່ຍັງເປັນ “ທຶນຮອນທາງວັດທະນະທຳ ແລະ ເສດຖະກິດ” ທີ່ບໍ່ມີວັນບົກແຫ້ງ. ລັດຖະບານ ໄດ້ວາງແນວທາງ ແລະ ນະໂຍບາຍສົ່ງເສີມຢ່າງຕໍ່ເນື່ອງ ໃນການຫັນປ່ຽນພູມປັນຍາດັ້ງເດີມ ມານຳໃຊ້ໃຫ້ເກີດມູນຄ່າເພີ່ມທາງເສດຖະກິດ, ຊຸກຍູ້ການຜະລິດສິນຄ້າພາຍໃນ (Made in Laos), ສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດພື້ນຖານ-ຮາກຖານ, ສົ່ງເສີມການທ່ອງທ່ຽວທາງວັດທະນະທຳ ແລະ ສ້າງລາຍຮັບທີ່ຍືນຍົງໃຫ້ແກ່ປະຊາຊົນໃນທ້ອງຖິ່ນ.
ໂອກາດນີ້, ທ່ານ ພຸດທະວັນ ນັນທະວົງ ຍັງໄດ້ຕາງໜ້າໃຫ້ແກ່ກະຊວງອຸດສາຫະກຳ ແລະ ການຄ້າ ຢືນຢັນວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມທີ່ຈະໃຫ້ການສະໜັບສະໜູນ, ຊຸກຍູ້ ແລະ ຮ່ວມມືກັບທຸກພາກສ່ວນຢ່າງຮອບດ້ານ, ບໍ່ວ່າຈະເປັນການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍ, ການປົກປ້ອງຊັບສິນທາງປັນຍາ, ການສົ່ງເສີມຫົວໜ່ວຍທຸລະກິດຫັດຖະກຳ ແລະ SMEs ຕະຫຼອດຮອດການຊ່ວຍຊອກຫາຊ່ອງທາງການຕະຫຼາດ ທັງພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ພູມປັນຍາລາວ ສາມາດສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ຢ່າງຕໍ່ເນື່ອງ.
ຂ່າວ-ພາບ: ທະນູທອງ
KPL