ລາຍງານຄວາມຄືບໜ້າການກະກຽມປະຕິບັດວາລະແຫ່ງຊາດ

15/09/2026 11:50
ຂປລ ກົມພັດທະນາຊົນນະບົດ ແລະ ຫລຸດຜ່ອນຄວາມທຸກຍາກ, ກະຊວງກະສິກຳ ແລະ ສິ່ງແວດລ້ອມຈັດກອງປະຊຸມຄະນະຮັບຜິດຊອບຊີ້ນໍາການຮ່າງ ແລະ ປະຕິບັດວາລະແຫ່ງຊາດຂັ້ນສູນກາງ ຄັ້ງທີ 2 ໃນວັນທີ 10 ກັນຍາ 2026 ຜ່ານມາ.

   ຂປລ. ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະຮັບຜິດຊອບຊີ້ນຳການຮ່າງ ແລະ ປະຕິບັດວາລະແຫ່ງຊາດຂັ້ນສູນກາງ, ມີຮອງລັດຖະມົນຕີ, ຜູ້ຕາງໜ້າຈາກທຸກກະຊວງ, ຕາງໜ້າຈາກທະນາຄານ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

   ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕິກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ລາຍງານຄວາມຄືບໜ້າການກະກຽມປະຕິບັດ “ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ຫລຸດຜ່ອນຄວາມທຸກຍາກ” ວ່າ: ຄະນະກອງເລຂາຊ່ວຍວຽກ ໄດ້ສຸມໃສ່ກະກຽມບັນດາໜ້າວຽກທີ່ສໍາຄັນ ແລະ ຮີບດ່ວນ ເປັນຕ້ົນໄດ້ຄ້ົນຄວ້າປຶກສາຫາລືກ່ຽວກັບການຮ່າງບັນດາເອກະສານທ່ີກ່ຽວຂ້ອງກັບການກະກຽມປະຕິບັດວາລະແຫ່ງຊາດ ໂດຍໄດ້ຈັດກອງປະຊຸມຄະນະກອງເລຂາຊ່ວຍວຽກຄະນະຮັບຜິດຊອບຊີ້ນໍາຂັ້ນສູນກາງ 3 ຄັ້ງ ເພື່ອສຸມໃສ່ຄົ້ນຄວ້າ, ປຶກສາຫາລື ແລະ ສ້າງຄວາມເປັນເອກະພາບກ່ຽວກັບເນື້ອ ໃນ 4 ເອກະສານ ຄື: ຮ່າງແຜນປະຕິບັດງານແຫ່ງຊາດ; ຮ່າງມະຕິຂອງລັດຖະບານ ວ່າດ້ວຍການແບ່ງຄວາມຮັບຜິດຊອບ; ຮ່າງຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດແຜນງານແຫ່ງຊາດ; ຮ່າງເອກະສານເຜີຍແຜ່ (3 ສະບັບ) ໄດ້ສົມທົບບັນດາກົມວິຊາການຂອງກະຊວງທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າກ່ຽວກັບການກໍານົດບັນດາຄອບຄົວ, ບ້ານ ແລະ ເມືອງເປົ້າໝາຍຂອງການປະຕິບັດວາລະແຫ່ງຊາດ, ໄດ້ຮ່າງແຈ້ງການໃນນາມຄະນະຮັບຜິດຊອບຊີ້ນໍາຂັ້ນສູນກາງ ເພື່ອແຈ້ງບັນດາແຂວງ, ນະຄອນຫລວງ ກະກຽມລ່ວງໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ເປັນຕົ້ນ ການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳຂັ້ນແຂວງ, ການກະກຽມຈັດຕ້ັງການເຜີຍແຜ່ ແລະ ການກະກຽມຄະນະວິຊາການ ເພື່ອເຮັດວຽກກັບຄະນະວິຊາການຂັ້ນສູນກາງ. ພ້ອມນີ້, ກະຊວງການເງິນ ກໍໄດ້ຈັດສັນງົບປະມານເຂົ້າໃນການກະກຽມດ້ານເອກະສານ ແລະ ລົງເຜີຍແຜ່ທ່ົວປະເທດ ລວມເປັນງົບປະມານ 10 ຕື້ກີບ; ໄດ້ນໍາສະເໜີລັດຖະບານ ປັບປຸງດໍາລັດ 348/ລບ ແລະ ມີແຜນຈະປັບປຸງເນື້ອໃນຕາມຄໍາເຫັນຂອງສະມາຊິກລັດຖະບານ. ມາຮອດປັດຈຸບັນ, ການກະກຽມເອກະສານຕ່າງໆກ່ຽວກັບການຜັນຂະຫຍາຍຈັດຕັ້ງປະຕິບັດວາລະແຫ່ງຊາດ ໄດ້ສໍາເລັດໂດຍພື້ນຖານ ແລະ ມີຄວາມພ້ອມ ເພື່ອນໍາໄປເຜີຍແຜ່ ແລະ ຈັດຕ້ັງປະຕິບັດໃນຂອບເຂດທົ່ວປະເທດ. 

   ພ້ອມນີ້, ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືທາງດ້ານເນື້ອໃນ, ການກຳນົດວັນ ແລະ ເວລາ, ສະຖານທີ່ຈະໄປທົດລອງສາທິດ, ການຈັດສັນດ້ານງົບປະມານ, ການກະກຽມຄວາມພ້ອມທາງດ້ານເນື້ອໃນທ່ີຈະລົງໄປເຜີຍແຜ່ ແລະ ຈັດຕັ້ງປະຕິບັດໃຫ້ໄປໃນທິດທາງດຽວກັນ.

ຂໍ້ມູນ-ພາບ: ພອນໄຊ ສີສົງຄາມ

KPL

ຂ່າວອື່ນໆ

ads
ads

Top