ສປປ ລາວ-ສປ ຈີນ ເພີມທະວີການຮ່ວມມື ຢ່າງແໜ້ນແຟ້ນ

15/09/2026 15:31
ຂປລ ທ່ານ ຕົງ​ຈຸ່ນ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ​ໄດ້​ພົບ​ປະ​​ກັບ ​ທ່ານ ຄຳ​ລຽງ ອຸ​ທະ​ໄກ​ສອນ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ ທີ່ເດີນ​ທາງ​ມາ​ຢ້ຽມ​ຢາມ ສປ ​ຈີນ ຢູ່​ຕຶກ​ປ່າ​ອີ່​ ໃນ​ນະ​ຄອນ​ຫລວງ​ປັກ​ກິ່ງ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,  ວັນ​ທີ 14 ກັນ​ຍາ​ນີ້, ທ່ານ ຕົງ​ຈຸ່ນ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ​ໄດ້​ພົບ​ປະ​​ກັບ ​ທ່ານ ຄຳ​ລຽງ ອຸ​ທະ​ໄກ​ສອນ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ ທີ່ເດີນ​ທາງ​ມາ​ຢ້ຽມ​ຢາມ ສປ ​ຈີນ ຢູ່​ຕຶກ​ປ່າ​ອີ່​ ໃນ​ນະ​ຄອນ​ຫລວງ​ປັກ​ກິ່ງ. ທ່ານ ​ຕົງ​ຈຸ່ນ ກ່າວ​ວ່າ: ສປ ຈີນ- ສປປ ລາວ​ ມີ​ຊາ​ຕາ​ກຳ​ຮ່ວມ​ກັນ, ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ ​ພິ​ເສດ​ແບບ “ສະ​ຫາຍ​ ແລະ ອ້າຍ​ນ້ອງ”. ກອງ​ທັບ​ຈີນ​ ຍິນ​ດີ​ຮ່ວມ​ກັບ​ກອງ​ທັບ​ລາວ, ເດັດ​ດ່ຽວ ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ ທີ່​ເປັນ​ເອ​ກະ​ພາບ​ກັນ ​ອັນ​ສຳ​ຄັນ​ ລະ​ຫວ່າງ​ ປະ​ມຸກ​ລັດ​ ສອງ​ປະ​ເທດ, ເພີ່ມ​ທະ​ວີ​ ການ​​ແລກ​ປ່ຽນ​ກັນ ​ລະ​ຫວ່າງ​ ການ​ນຳ​ຂັ້ນ​ສູງ​ ໃຫ້​ແໜ້ນ​ແຟ້ນ​ຕື່ມ​ອີກ, ຊຸກ​ຍູ້​ການ​ຮ່ວມ​ມື ​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ ໃຫ້​ມີ​ຄຸນ​ນະ​ພາບ ​ແລະ​ ປະ​ສິ​ດ​ທິ​ພາບ​ສູງ ຂຶ້ນ​ຕື່ມ​ອີກ​, ເພື່ອ​ສະ​ໜອງ ​ການ​ຄ້ຳ​ຊູ​​ທີ່ແຂງ​ແຮງ​​ ໃຫ້​ແກ່ ​ການ​ສ້າ​ງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​ ໃນ​ທຸກ​ສະ​ພາບ​ການ​​ຂອງ​ຍຸກ​ໃໝ່ ​ແລະ ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.ຈາກນັ້ນ ທ່ານ ຄຳ​ລຽງ ​ອຸ​ທະ​ໄກ​ສອນ ໄດ້ກ່າວ​ວ່າ: ສປປ ລາວ ​ຍິນ​ດີ​ເພີ່ມ​ທະ​ວີ ​ການ​ແລກ​ປ່ຽນ​ ລະ​ຫວ່າງ ​ການ​ນຳ​ຂັ້ນ​ສູງ ​ຂອງ​ສອງ​ກອງ​ທັບ​ ແລະ ​ການ​​ແລກ​ປ່ຽນ​ໃນ​ຂັ້ນ​ຕ່າງໆ​ກັບ​ ສປ ຈີນ ​ເພື່ອຊຸກ​ຍູ້​ ໃຫ້​ການ​ຮ່ວມ​ມື​ ທີ່​ຕິດ​ແທດ​ຕົວ​ຈິງ ​ໃນ​ຂົງ​ເຂດ​ຕ່າງໆ​ ໄດ້​ຮັບ​ໝາກ​ຜົນ​ຫລາຍ ກວ່າເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top