ອິນໂດເນເຊຍ ກວດພົບຜູ້ເປັນພະຍາດທາງເດີນຫາຍໃຈ ເກືອບ 69.000 ຄົນ

15/09/2026 17:01
ຂປລ ກະຊວງ ສາທາລະນະສຸກ ຂອງ ອິນໂດເນເຊຍ ລາຍງານວ່າ: ກວດພົບ ຈຳນວນ ຜູ້ເປັນພະຍາດ ຕິດເຊື້ອ ໃນລະບົບ ທາງເດີນຫາຍໃຈ ໃນຫລາຍ ພື້ນທີ່ ເຊິ່ງໄດ້ຮັບຜົນກະທົບ ຈາກເຖົ່າຖ່ານພູໄຟ ອານັກກຣາກະ ທີ່ ລະເບີດຂຶ້ນນັ້ນ ໂດຍມີຍອດສະສົມ 68.919 ຄົນ.

ຂປລ.ສຳນັກຂ່າວ ຊິນຮວາ: ເມື່ອບໍ່ດົນມານີ້, ກະຊວງ ສາທາລະນະສຸກ ຂອງ ອິນໂດເນເຊຍ ລາຍງານວ່າ: ກວດພົບ ຈຳນວນ ຜູ້ເປັນພະຍາດ ຕິດເຊື້ອ ໃນລະບົບ ທາງເດີນ ຫາຍໃຈ ໃນຫລາຍ ພື້ນທີ່ ເຊິ່ງໄດ້ຮັບຜົນກະທົບ ຈາກເຖົ່າຖ່ານພູໄຟ ອານັກກຣາກະ ທີ່ ລະເບີດຂຶ້ນນັ້ນ ໂດຍມີຍອດສະສົມ 68.919 ຄົນ.

ໂດຍມີ ຈຳນວນ ຜູ້ຕິດເຊື້ອໃໝ່ ເມື່ອວັນທີ 8 ກັນຍາ ສູງເຖິງ 17.780 ຄົນ ເຊິ່ງຢູ່ໃນ 23 ເມືອງ ແລະ ທ້ອງຖິ່ນ ຂອງ 4 ແຂວງ ທີ່ໄດ້ຮັບຜົນກະທົບ, ໃນຂະນະດຽວກັນ ຍອດຈໍານວນ ຜູ້ຕິດເຊື້ອ ເປັນເດັກນ້ອຍ ທີ່ມີ ອາຍຸ 5 ປີ ຫລື ຕ່ຳກວ່າ ຈຳນວນ 14.439 ຄົນ ແລະ ຈຳນວນຜູ້ຕິດເຊື້ອ ທີ່ມີອາຍຸ 5 ປີຂຶ້ນໄປ ລວມມີ 54.480 ຄົນ.

ສະນັ້ນ, ທາງກະຊວງກ່ຽວຂ້ອງ ພວມດຳເນີນການ ຕິດຕາມ ກວດກາ ສຸຂະພາບ ແລະ ຈັດກິດຈະກຳ ໂຄສະນາ ເຜີຍແຜ່ ດ້ານສາທາລະນະສຸກ ໃນເຂດທີ່ໄດ້ຮັບ ຜົນກະທົບ ເພື່ອຫລຸດຜ່ອນ ຄວາມສ່ຽງ ຈາກການ ສຳຜັດເຖົ່າຖ່ານ ພູໄຟ ເປັນເວລາດົນນານ.

ນອກຈາກນັ້ນ, ກະຊວງ ພະລັງງານ ແລະ ຊັບພະຍາກອນ ແຮ່ທາດ ຂອງ ອິນໂດເນເຊຍ ຍັງລະບຸວ່າ ພູໄຟອານັກກຣາກະ ໄດ້ລະເບີດຂຶ້ນ ອີກຄັ້ງ ໃນວັນທີ 10 ກັນຍາ, ພ້ອມກັນນັ້ນ ຍັງຂໍຄວາມຮ່ວມມື ຈາກ ນັກທ່ອງທ່ຽວ ໃຫ້ຢູ່ຫ່າງຈາກ ປາກປ່ອງພູໄຟ ທີ່ ກຳລັງລະເບີດ ເປັນໄລຍະທາງ ຢ່າງໜ້ອຍ 3 ກິໂລແມັດ./

KPL

ຂ່າວອື່ນໆ

ads
ads

Top