ຂປລ
ກະຊວງ ຊັບພະຍາ ກອນທຳມະຊາດ ຂອງ ຈີນ ໄດ້ເຜີຍແຜ່ ບົດລາຍງານ ໂດຍມີຫົວຂໍ້ “ຊັບພະຍາກອນແຮ່ຂອງຈີນ ໃນປີ 2026” ໃນລະຫວ່າງ ກອງປະຊຸມ ແລະ ນິເທດສະການ ການຂຸດຄົ້ນ ບໍ່ແຮ່ ຂອງຈີນ ຄັ້ງທີ 28 ປະຈຳ ປີ 2026
ຂປລ. ສຳນັກຂ່າວຊິນຮວາ ລາຍງານ ຈາກເມືອງທຽນຈິນ ປະເທດຈີນ ເມື່ອບໍ່ດົນມານີ້ວ່າ: ກະຊວງ ຊັບພະຍາ ກອນທຳມະຊາດ ຂອງ ຈີນ ໄດ້ເຜີຍແຜ່ ບົດລາຍງານ ໂດຍມີຫົວຂໍ້ “ຊັບພະຍາກອນແຮ່ຂອງຈີນ ໃນປີ 2026” ໃນລະຫວ່າງ ກອງປະຊຸມ ແລະ ນິເທດສະການ ການຂຸດຄົ້ນ ບໍ່ແຮ່ ຂອງຈີນ ຄັ້ງທີ 28 ປະຈຳ ປີ 2026 (China Mining Conference and Exhibition 2026) ຢູ່ນະຄອນທຽນຈິນ.
ໂດຍຈີນ ຄົ້ນພົບແຫລ່ງແຮ່ ທີ່ບໍ່ແມ່ນ ນ້ຳມັນ ແລະ ແກັສທຳມະຊາດ ແຫ່ງໃໝ່ ທັງໝົດ 200 ແຫ່ງ ໃນປີ 2025. ໃນນັ້ນ ແຫລ່ງແຮ່ຄຳ ກວມເອົາ 16 ແຫ່ງ ແລະ ແຫລ່ງແຮ່ ເຫລັກ 11 ແຫ່ງ ເຊິ່ງແຮ່ສອງປະເພດນີ້ ມີການຄົ້ນພົບຫລາຍທີ່ສຸດ.
ເມື່ອປີ 2025 ການລົງທຶນດ້ານ ການສຳຫລວດ ທາງທໍລະນີສາດ ຂອງ ຈີນ ມີການຂະຫຍາຍຕົວ ໃນທິດທາງບວກ ຢ່າງຕໍ່ເນື່ອງ ເປັນປີທີ 5 ແລະ ການສຳຫລວດແຮ່ ຍັງຄົງມີຄວາມຄືບໜ້າທີ່ສຳຄັນ. ໃນຂະນະດຽວກັນ ການສຳຫລວດນ້ຳມັນ ແລະ ແກັສທຳມະຊາດ ແບບດັ້ງເດີມ ກໍມີ ຄວາມກ້າວໜ້າ ຄັ້ງສຳຄັນໃນຊັ້ນຫີນ ແລະ ພື້ນທີ່ໃໝ່ໆ ຕາມແຫລ່ງ ນ້ຳມັນຕ່າງໆ ເຊັ່ນ: ອ່າງທາຣິມ ແລະ ອ່າງຈຸງກາເອີຣ./
KPL