ສະພາທິດສະດີສູນກາງພັກ ສະຫລຸບວຽກງານ 5 ປີ

10/09/2026 10:37
Email Print 2360
ຂປລ ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານສະພາທິດສະດີສູນກາງພັກໄລຍະ 2021-2025 ແລະ ວາງທິດທາງແຜນການໄລຍະ 2026-2030 ຈັດຂຶ້ນໃນວັນທີ 8 ກັນຍາ 2026 ພາຍໃຕ້ການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູນກາງພັກ, ມີຮອງປະທານ, ຫົວໜ້າຄະນະກໍາມະການດ້ານຕ່າງໆ ແລະ ສະມາຊິກສະພາທິດສະດີສູນກາງພັກ ເຂົ້າຮ່ວມ.

      ຂປລ.  ໄລຍະ 5 ປີຜ່ານມາ, ສະພາທິດສະດີສູນກາງພັກ ໄດ້ມີຜົນສຳເລັດໃນການປະຕິບັດບົດບາດໃຫ້ຄຳປຶກສາແກ່ສູນກາງໄດ້ເປັນຢ່າງດີ ສະແດງອອກພົ້ນເດັ່ນໃນຫລາຍດ້ານ ເປັນຕົ້ນສະພາທິດສະດີໄດ້ອອກນິຕິກຳສະເພາະ ແລະ ໄດ້ມີການປະຕິບັດຢ່າງເຂັ້ມງວດ; ເອົາຫົວຂໍ້ຄົ້ນຄວ້າ, ຜົນການຄົ້ນຄວ້າໃນລະດັບຕ່າງໆ ແລະ ມີຜະລິດຕະພັນອອກມາຮັບໃຊ້ສັງຄົມຢ່າງຕໍ່ເນື່ອງ; ການຈັດສຳມະນາຮ່ວມກັບສອງພັກ, ກັບບັນດາພັກການເມືອງ ອ້າຍນ້ອງແມ່ນໄດ້ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບ, ໝາກຜົນຂອງການຈັດສຳມະນາທິດສະດີ ແມ່ນໄດ້ສະຫລຸບສັງຮວມ ແລະ ລາຍງານສະໜອງຂໍ້ມູນໃຫ້ສູນກາງພັກໃນບັນຫາຕ່າງໆ ປະຕິບັດໄດ້ເປັນປົກກະຕິ; ການຄົ້ນຄວ້າທິດສະດີການເມືອງ, ແນວຄິດທິດສະດີຂອງພັກ ແມ່ນໄດ້ສຳເລັດໃນຫລາຍຂົງເຂດ ເປັນຕົ້ນການປະກອບສ່ວນ ໃນການຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ; ການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ການຄົ້ນຄວ້າໂຄງການການເມືອງ, ການຈັດຕ້ັງສະຫລຸບ 40 ປີປ່ຽນແປງໃໝ່ຮອບດ້ານມີຫລັກການຂອງພັກ, ການຄົ້ນຄວ້າສ້າງບັນດາປະຖົມປັດໄຈຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ, ການຄົ້ນຄວ້າວິທະຍາສາດຮັບໃຊ້ວັນສຳຄັນຂອງພັກຂອງຊາດ ແລະ ການຄົ້ນຄວ້າຫົວຂໍ້ລະດັບຊາດ ທີ່ສູນກາງມອບໝາຍໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ໄດ້ຮັບໝາກຜົນຢ່າງຈົບງາມ. 

    ໃນໂອກາດນີ້, ສະຫາຍ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານສະພາທິດສະດີສູນກາງພັກ ສະບັບເລກທີ 66/ກມສພ, ລົງວັນທີ 17 ສິງຫາ 2026 ໂດຍ ໄດ້ແຕ່ງຕັ້ງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ, ປະທານແນວລາວສ້າງຊາດ ເປັນປະທານສະພາທິດສະດີສູນກາງພັກ; ແຕ່ງຕັ້ງ ສະຫາຍ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ສະຫາຍ ລີເບີ ລີບົວປາວ ກຳມະການສູນກາງພັກ, ຫົວໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເປັນຮອງ ປະທານສະພາທິດສະດີສູນກາງພັກ. ນອກຈາກນັ້ນ, ຍັງໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າຄະນະກໍາມະການດ້ານຕ່າງໆ ສະບັບເລກທີ 180/ຄລສພ, ລົງ ວັນທີ 17 ສິງຫາ 2026, ແຕ່ງຕັ້ງຫົວໜ້າຄະນະກໍາມະການດ້ານຕ່າງໆ ຈໍານວນ 4 ສະຫາຍ ແລະ ແຕ່ງຕັ້ງສະມາຊິກສະພາທິດສະດີສູນກາງພັກ ຈໍານວນ 30 ສະຫາຍ.

   ໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ການປະກອບສ່ວນ ຂອງສະມາຊິກສະພາທິດສະດີສູນກາງພັກຊຸດຜ່ານມາ ແລະ ເນັ້ນໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ສະພາທິດສະດີສູນກາງພັກມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ແລະ ໃຫ້ມີຜົນສໍາເລັດໃໝ່, ຜົນງານໃໝ່ຍິ່ງໃຫຍ່ກວ່າເກົ່າ, ປະກອບສ່ວນເຂົ້າໃນການຄົ້ນຄວ້າທິດສະດີການເມືອງ, ແນວຄິດທິດສະດີຂອງພັກ ແລະ ວິທະຍາສາດສັງຄົມໃຫ້ມີຄຸນນະພາບ ແລະ ສະໜອງຂໍ້ມູນໃຫ້ສູນກາງພັກໃນວຽກງານຕ່າງໆທີ່ອຸດົມສົມບູນ ແລະ ທັນເວລາ.

ຂ່າວ: ສະພາທິດສະດີສູນກາງ

KPL

ຂ່າວອື່ນໆ

    • ຄວາມໝາຍຄວາມສຳຄັນ ແລະ ຄວາມຄາດຫວັງຕໍ່ຜົນສຳເລັດການຢ້ຽມຢາມທາງການ ສປປ ລາວ ຂອງທ່ານນາຍົກລັດຖະມົນຕີ ສສ ຫວຽດນາມການເມືອງ

      ຄວາມໝາຍຄວາມສຳຄັນ ແລະ ຄວາມຄາດຫວັງຕໍ່ຜົນສຳເລັດການຢ້ຽມຢາມທາງການ ສປປ ລາວ ຂອງທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ

      10/8/2026 10:38:07 AM

      ວັນທີ 6 ຕຸລາ 2026 ນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍອັນສຳຄັນຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ວ່າ: ການຢ້ຽມຢາມຄັ້ງນີ້ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່, ເປັນການຢ້ຽມຢາມທາງການຄັ້ງທຳອິດຂອງທ່ານ ເລ ມິງ ຮຶງ ນັບຕັ້ງແຕ່ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແລະ ສຳຄັນທີ່ສຸດ, ສປປ ລາວ ເປັນປະເທດທຳອິດທີ່ທ່ານໄດ້ເລືອກມາເຄື່ອນໄຫວຕ່າງປະເທດ. ການເລືອກດັ່ງກ່າວສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຜູກພັນອັນພິເສດ ແລະ ຄວາມສຳຄັນທີ່ຝ່າຍຫວຽດນາມມອບໃຫ້ແກ່ສາຍພົວພັນສອງປະເທດ, ເປັນການຢືນຢັນວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ຈະສືບຕໍ່ຖະນຸຖະໜອມ, ເພີ່ມພູນຄູນສ້າງ ແລະ ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.

    • ກະຊວງການເງິນຊີ້ແຈງຫລາຍບັນຫາ ຕິດພັນກັບກົນໄກການປົກຄອງເກັບລາຍຮັບ ແລະ ຈັດສັນຫງົບປະມານການເມືອງ

      ກະຊວງການເງິນຊີ້ແຈງຫລາຍບັນຫາ ຕິດພັນກັບກົນໄກການປົກຄອງເກັບລາຍຮັບ ແລະ ຈັດສັນຫງົບປະມານ

      10/8/2026 9:06:36 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາ 2026 ນີ້, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໃນຫລາຍບັນຫາສຳຄັນຕິດພັນກັບ ກົນໄກການຄຸ້ມຄອງເກັບລາຍຮັບ, ການຈັດສັນງົບປະມານ, ການຈັດສັນໂຄງການລົງທຶນຂອງລັດເຂົ້າແຜນ, ການຕິດຕາມກວດກາ ແລະ ການນໍາໃຊ້ງົບປະມານລົງທຶນຂອງລັດ.

    • ສສກ ວາງຫລາຍມາດຕະການແກ້ໄຂບັນຫາການປະລະການຮຽນການເມືອງ

      ສສກ ວາງຫລາຍມາດຕະການແກ້ໄຂບັນຫາການປະລະການຮຽນ

      10/8/2026 8:57:50 AM

      ບັນຫາການປະລະການຮຽນຂອງນັກຮຽນແຕ່ລະລະດັບ ນັບແຕ່ຊັ້ນປະຖົມ, ມັດທະຍົມຈົນ ເຖິງການສຶກສາຊັ້ນສູງ ແລະ ອາຊີວະສຶກສາຍັງເປັນສ່ິງທ້າທາຍສຳຄັນຂອງຂະແໜງການສຶກສາ ເນ່ືອງຈາກສົ່ງຜົນຕໍ່ການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາເສດຖະ ກິດ-ສັງຄົມ. ເພ່ືອແກ້ໄຂບັນຫາດັ່ງກ່າວ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ວາງຫລາຍມາດຕະການທັງດ້ານນະໂຍບາຍ, ການຊ່ວຍເຫລືອນັກຮຽນ, ການປັບປຸງໂຄງສ້າງ ແລະ ຄຸນນະພາບການສຶກສາ.

    • ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດມຽນມາ ປະຈຳລາວການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດມຽນມາ ປະຈຳລາວ

      10/8/2026 8:48:22 AM

      ໃນວັນທີ 7 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ອ່ອງ ໂກ (Aung Ko) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ປະຈໍາ ສປປ ລາວ ທີ່ໄດ້ຕາງໜ້າທ່ານປະທານາທິບໍດີ ກໍຄືລັດຖະບານ ແຫ່ງ ສສ ມຽນມາ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນມາຍັງທ່ານ ສະເຫລີມໄຊ ກົມມະສິດ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

    • ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລາຊະທູດລາຊະອານາຈັກໄທ ປະຈຳລາວການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລາຊະທູດລາຊະອານາຈັກໄທ ປະຈຳລາວ

      10/7/2026 9:06:54 AM

      ໃນຕອນບ່າຍວັນທີ 6 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະລາຊະທູດ ແຫ່ງ ລາຊະອານາຈັກໄທ ປະຈຳ ສປປ ລາວ ທ່ີໄດ້ຕາງໜ້າໃຫ້ທ່ານນາຍົກລັດຖະມົນຕີ ກໍຄື ລັດຖະບານ ແຫ່ງ ລາຊະອານາຈັກໄທ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນມາຍັງທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮັບແຕ່ງຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ads
ads

Top