ປາຖະກະຖາວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີ

11/09/2026 10:02
Email Print 1959
ຂປລ ໃນວັນທີ 8 ກັນຍາ 2026, ສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ ແລະ ອົງການປົກຄອງເມືອງໄຊທານີ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ (9/9/1948-9/9/2026) ໂດຍການປາຖະກະຖາຂອງ ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ, ມີ ສະຫາຍ ນາງ ວິລະວອນ ພັນທະວົງ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາແຫ່ງຊາດ, ຮອງປະທານສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ, ສະຫາຍ ເພັດສົມພອນ ແສນສີ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໄຊທານີ, ມີຄະນະກົມ, ຄະນະພະແນກ, ພະນັກງານ, ນາຍ ແລະ ພົນຕຳຫຼວດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ລີ ຢົງ ຊົນ ໄດ້ຍົກໃຫ້ເຫັນເຖິງບົດບາດການນຳພາ ພາລະກິດປະຕິວັດຕໍ່ສູ້ກູ້ຊາດ ເພື່ອກອບກູ້ເອົາເອກະລາດແຫ່ງຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ເກົາຫຼີ ບົນເສັ້ນທາງສູ່ຈຸດໝາຍສັງຄົມນິຍົມໃນແຕ່ລະໄລຍະຂອງພັກແຮງງານເກົາຫຼີ ອັນມີ ປະທານ ກິມ ອິນ ຊຸງ ຜູ້ນຳທີ່ຍິ່ງໃຫຍ່, ປະທານປະເທດຕະຫຼອດການ ແຫ່ງ ສປປ ເກົາຫຼີ ແລະ ຜູ້ນຳພາແສງສະຫວ່າງແນວຄິດຈູເຊ ແລະ ສະຫາຍ ກິມ ເຈິງ ອິນ ຜູ້ນຳທີ່ຍິ່ງໃຫຍ່, ເລຂາທິການໃຫຍ່ພັກແຮງງານເກົາຫຼີຕະຫຼອດການ, ປະທານຄະນະກຳມາທິການປ້ອງກັນຊາດ ແຫ່ງ ສປປ ເກົາຫຼີ ຕະຫຼອດການ ຂອງປະຊາຊົນ ສປປ ເກົາຫຼີ ເປັນແກນນຳໄລຍະຜ່ານມາ ແລະ ສະຫາຍ ກິມ ເຈິງ ອຸນ ຜູ້ນຳທີ່ເຄົາລົບຮັກ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດ ແຫ່ງ ສປປ ເກົາຫຼີ, ຜູ້ບັນຊາການສູງສຸດກຳລັງປະກອບອາວຸດ ແຫ່ງ ສປປ ເກົາຫຼີ ເປັນແກນນຳໃນປັດຈຸບັນ. ນອກຈາກນີ້, ກໍໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ສປປ ເກົາຫຼີ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ.

ໃນພິທີໄດ້ມີການວາງສະແດງຮູບພາບ, ສາຍວິດີໂອ ແລະ ເຜີຍແຜ່ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສປປ ເກົາຫຼີ ໃນໄລຍະທີ່ຜ່ານມາ ແລະ ປັດຈຸບັນ, ພ້ອມນີ້ ຍັງມີການສະແດງສິລະປະຕື່ມອີກ.

KPL

ຂ່າວອື່ນໆ

    • ແຂ່ງຂັນຄົນລາວຮ້ອງເພງຈີນພາຍໃຕ້ຫົວຂໍ້ "ສຽງເພງແຫ່ງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ"ວັດທະນະທຳ-ສັງຄົມ

      ແຂ່ງຂັນຄົນລາວຮ້ອງເພງຈີນພາຍໃຕ້ຫົວຂໍ້ "ສຽງເພງແຫ່ງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ"

      9/30/2026 8:57:28 AM

      ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແລະ ສະພາການຄ້າຈີນ ປະຈຳລາວ ຈັດການແຂ່ງຂັນຄົນລາວຮ້ອງເພງຈີນ ຄັ້ງທີ 5 ພາຍໃຕ້ຫົວຂໍ້ “ສຽງເພງແຫ່ງແມ່ນ້ຳຂອງ-ນ້ຳລ້ານຊ້າງ”

    • ເປີດແລ່ນຂະບວນລົດໄຟຟ້າຖ້ຽວເຊົ້າຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນວັດທະນະທຳ-ສັງຄົມ

      ເປີດແລ່ນຂະບວນລົດໄຟຟ້າຖ້ຽວເຊົ້າຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນ

      9/30/2026 8:50:43 AM

      ທາງລົດໄຟ ລາວ-ຈີນ ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າ (C95) ຄັ້ງທຳອິດ ຈາກສະຖານີບໍ່ເຕ່ນ-ນະຄອນຫຼວງວຽງຈັນ ຢ່າງເປັນທາງການ ໃນວັນທີ 28 ກັນຍາ 2026 ນີ້.

    • ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນວັດທະນະທຳ-ສັງຄົມ

      ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນ

      9/30/2026 1:41:53 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ກອງປະຊຸມ ພົບປະຂ້ັນສູງ ເພ່ືອທົບທວນຜົນ ການຮ່ວມມື ແລະ ກໍານົດທິດທາງ ສືບຕໍ່ພັດທະນາສາຍພົວພັນສອງ ແຂວງ ຄໍາມ່ວນ ແລະ ຮ່າຕິ່ງ ໃຫ້ ເລິກເຊິ່ງ ແລະ ເປັນຮູບປະທໍາ ຈັດ ຂຶ້ນໃນໃນອາທິດຜ່ານມາ ທີ່ຕາ ແສງແຫ່ງແຊນ ແຂວງຮ່າຕິ່ງ ສສ ຫວຽດນາມ, ໂດຍມີ ທ່ານ ໄຊ ຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຄຳມ່ວນ, ທ່ານ ຫງ້ວຽນ ຢຸຍ ເລີ່ມ ເລຂາພັກແຂວງຮ່າຕິ່ງ ພ້ອມດ້ວຍ ຜູ້ແທນຈາກບັນດາພະແນກການ, ຂະແໜງການ ແລະ ທ້ອງຖິ່ນຂອງ ສອງຝ່າຍເຂົ້າຮ່ວມ.

    • ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນວັດທະນະທຳ-ສັງຄົມ

      ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນ

      9/28/2026 10:18:54 AM

      ໃນໂອກາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ, ທັງເປັນປີມິດຕະພາບ ຈີນ-ລາວ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ຈັດງານພົບປະສົ່ງເສີມວັດທະນະທຳ ແລະ ການທ່ອງທ່ຽວ ໃນຫົວຂໍ້: “ພົບພໍ້ກວາງຊີ” ຢູ່ນະຄອນຫລວງວຽງຈັນ ເພື່ອຊຸກຍູ້ການຮ່ວມມືຕົວຈິງ ລະຫວ່າງ ຂະແໜງການທ່ອງທ່ຽວຂອງກວາງຊີ ແລະ ສປປ ລາວ ໃນວັນທີ 24 ກັນຍາ 2026 .

    • ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026

      9/24/2026 5:51:15 PM

      ໃນວັນທີ 23 ກັນຍາ 2026 ນີ້, ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ພາຍໃຕ້ຫົວຂໍ້: “ຮ່ວມກັນຊົມພະຈັນດວງດຽວກັນ-ອ່ານບົດກະວີໃນບຸນໄຫວ້ພະຈັນ” ໂດຍມີ ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ມີຮອງຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດລາວ, ມີຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄູ-ອາຈານ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

ads
ads

Top