ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ

11/09/2026 09:32
Email Print 1992
ຂປລ ກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ 2026-2035 ແລະ ວິໄສທັດຮອດປີ 2040 ຈັດຂຶ້ນໃນວັນທີ 8 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ເພັດສະໝອນ ສອນ ຮອງລັດຖະມົນຕີກະຊວງການເງິນ, ຜູ້ຊີ້ນຳວຽກງານສູນສະຖິຕິແຫ່ງຊາດ, ມີຮອງຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການພາຍໃນສູນສະຖິຕິແຫ່ງຊາດ ເຂົ້າຮ່ວມ.

ທ່ານ ນາງ ເພັດສະໝອນ ສອນ ໄດ້ກ່າວວ່າ: ລະບົບສະຖິຕິແຫ່ງຊາດ ມີບົດບາດເປັນເສົາຄ້ຳສຳຄັນ ໃນການສະໜອງຂໍ້ມູນສະຖິຕິທີ່ຖືກຕ້ອງ, ຄົບຖ້ວນ, ຊັດເຈນ ແລະ ເຊື່ອຖືໄດ້ ເພື່ອເປັນບ່ອນອີງໃຫ້ແກ່ການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການຕິດຕາມ ແລະ ຕີລາຄາຜົນໄດ້ຮັບໃນແຕ່ລະໄລຍະ ຊຶ່ງການຮ່ວມມືຄົ້ນຄວ້າຢ່າງເລິກເຊິ່ງຄັ້ງນີ້ ຈະຊ່ວຍໃຫ້ແຜນຍຸດທະສາດ ມີລັກສະນະວິທະຍາສາດ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ເຊື່ອມໂຍງກັບສາກົນ ໂດຍສະເພາະຄົ້ນຄວ້າ 3 ເນື້ອໃນຕົ້ນຕໍ ຄື: ພິຈາລະນາເນື້ອໃນຮ່າງຍຸດທະສາດ ໂດຍການປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ 2026-2035 ແລະ ວິໄສທັດຮອດປີ 2040 ໃຫ້ມີຄວາມຮັດກຸມ ແລະ ຄົບຖ້ວນສົມບູນ; ສ້າງແຜນດຳເນີນງານ ຊຶ່ງກຳນົດທິດທາງ ແລະ ແຜນງານທີ່ຊັດເຈນ ເພື່ອຈັດຕັ້ງປະຕິບັດການປັບປຸງແຜນຍຸດທະສາດໃຫ້ມີຜົນສຳເລັດ; ກຳນົດແຜນງົບປະມານ ໂດຍການວາງແຜນດ້ານງົບປະມານໃຫ້ສອດຄ່ອງ ເພື່ອຮັບປະກັນຄວາມເປັນໄປໄດ້ໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ໂອກາດນີ້, ທ່ານ ນາງ ເພັດສະໝອນ ສອນ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ເພີ່ມທະວີຄວາມຮັບຜິດຊອບ, ເປັນເຈົ້າການ ໃນການປຶກສາຫາລືຢ່າງກົງໄປກົງມາ ແລະ ປະກອບຄຳເຫັນ ເພື່ອເຮັດໃຫ້ຮ່າງແຜນຍຸດທະສາດສະບັບນີ້ມີຄວາມສົມບູນ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງຢ່າງມີປະສິດທິພາບສູງສຸດ.

KPL

ຂ່າວອື່ນໆ

    • ແຂ່ງຂັນຄົນລາວຮ້ອງເພງຈີນພາຍໃຕ້ຫົວຂໍ້ "ສຽງເພງແຫ່ງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ"ວັດທະນະທຳ-ສັງຄົມ

      ແຂ່ງຂັນຄົນລາວຮ້ອງເພງຈີນພາຍໃຕ້ຫົວຂໍ້ "ສຽງເພງແຫ່ງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ"

      9/30/2026 8:57:28 AM

      ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແລະ ສະພາການຄ້າຈີນ ປະຈຳລາວ ຈັດການແຂ່ງຂັນຄົນລາວຮ້ອງເພງຈີນ ຄັ້ງທີ 5 ພາຍໃຕ້ຫົວຂໍ້ “ສຽງເພງແຫ່ງແມ່ນ້ຳຂອງ-ນ້ຳລ້ານຊ້າງ”

    • ເປີດແລ່ນຂະບວນລົດໄຟຟ້າຖ້ຽວເຊົ້າຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນວັດທະນະທຳ-ສັງຄົມ

      ເປີດແລ່ນຂະບວນລົດໄຟຟ້າຖ້ຽວເຊົ້າຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນ

      9/30/2026 8:50:43 AM

      ທາງລົດໄຟ ລາວ-ຈີນ ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າ (C95) ຄັ້ງທຳອິດ ຈາກສະຖານີບໍ່ເຕ່ນ-ນະຄອນຫຼວງວຽງຈັນ ຢ່າງເປັນທາງການ ໃນວັນທີ 28 ກັນຍາ 2026 ນີ້.

    • ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນວັດທະນະທຳ-ສັງຄົມ

      ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນ

      9/30/2026 1:41:53 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ກອງປະຊຸມ ພົບປະຂ້ັນສູງ ເພ່ືອທົບທວນຜົນ ການຮ່ວມມື ແລະ ກໍານົດທິດທາງ ສືບຕໍ່ພັດທະນາສາຍພົວພັນສອງ ແຂວງ ຄໍາມ່ວນ ແລະ ຮ່າຕິ່ງ ໃຫ້ ເລິກເຊິ່ງ ແລະ ເປັນຮູບປະທໍາ ຈັດ ຂຶ້ນໃນໃນອາທິດຜ່ານມາ ທີ່ຕາ ແສງແຫ່ງແຊນ ແຂວງຮ່າຕິ່ງ ສສ ຫວຽດນາມ, ໂດຍມີ ທ່ານ ໄຊ ຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຄຳມ່ວນ, ທ່ານ ຫງ້ວຽນ ຢຸຍ ເລີ່ມ ເລຂາພັກແຂວງຮ່າຕິ່ງ ພ້ອມດ້ວຍ ຜູ້ແທນຈາກບັນດາພະແນກການ, ຂະແໜງການ ແລະ ທ້ອງຖິ່ນຂອງ ສອງຝ່າຍເຂົ້າຮ່ວມ.

    • ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນວັດທະນະທຳ-ສັງຄົມ

      ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນ

      9/28/2026 10:18:54 AM

      ໃນໂອກາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ, ທັງເປັນປີມິດຕະພາບ ຈີນ-ລາວ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ຈັດງານພົບປະສົ່ງເສີມວັດທະນະທຳ ແລະ ການທ່ອງທ່ຽວ ໃນຫົວຂໍ້: “ພົບພໍ້ກວາງຊີ” ຢູ່ນະຄອນຫລວງວຽງຈັນ ເພື່ອຊຸກຍູ້ການຮ່ວມມືຕົວຈິງ ລະຫວ່າງ ຂະແໜງການທ່ອງທ່ຽວຂອງກວາງຊີ ແລະ ສປປ ລາວ ໃນວັນທີ 24 ກັນຍາ 2026 .

    • ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026

      9/24/2026 5:51:15 PM

      ໃນວັນທີ 23 ກັນຍາ 2026 ນີ້, ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ພາຍໃຕ້ຫົວຂໍ້: “ຮ່ວມກັນຊົມພະຈັນດວງດຽວກັນ-ອ່ານບົດກະວີໃນບຸນໄຫວ້ພະຈັນ” ໂດຍມີ ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ມີຮອງຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດລາວ, ມີຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄູ-ອາຈານ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

ads
ads

Top