ງານມະຫະກຳການຄ້າການບໍລິການສາກົນຈີນປີ 2026 ໄດ້ຮັບຜົນສຳເລັດ ຫລາຍກວ່າ 1.200 ຜົນງານ

15/09/2026 11:57
ຂປລ ງານມະ​ຫະ​ກຳ ການຄ້າ ການບໍລິການ ສາກົນຈີນປີ 2026 ໄດ້ປິດລົງ ​ຢູ່ນະຄອນຫລວງ ປັກກິ່ງ​ຂອງ ສປ ​ຈີນ. ງານຄັ້ງນີ້ ໄດ້ຮັບຜົນສຳເລັດ ​​ຫລາຍກວ່າ 1.200 ​ຜົນ​ງານ​ໃນ 7 ປະເພດ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ງານມະ​ຫະ​ກຳ ການຄ້າ ການບໍລິການ ສາກົນຈີນປີ 2026 ໄດ້ປິດລົງ ​ຢູ່ນະຄອນຫລວງ ປັກກິ່ງ​ຂອງ ສປ ​ຈີນ. ງານຄັ້ງນີ້ ໄດ້ຮັບຜົນສຳເລັດ ​​ຫລາຍກວ່າ 1.200 ​ຜົນ​ງານ​ໃນ 7 ປະເພດ, ​ໄດ້ຈັດກອງປະຊຸມສົນທະນາ ແລະ ກິດຈະກຳ​ຈັບ​ຄູ່​ທຸ​ລະ​ກິດ ແລະ​ສິ່ງ​ເສີມ​ການ​ຂາຍ 200 ຄັ້ງ, ມີວິສາຫະກິດຫລາຍກວ່າ 1.830 ແຫ່ງເຂົ້າຮ່ວມວາງສະແດງຕົວຈິງ ແລະ ວິສາຫະກິດ ຫລາຍກວ່າ 5,300 ແຫ່ງໄດ້ເຂົ້າຮ່ວມ​ ງານວາງສະແດງ​ທາງອອນລາຍ. "ການບໍລິການຂອງ ສປ ຈີນ" ​ໄດ້ກາຍເປັນ​ນາມ​ບັດທີ່ໂດດເດັ່ນ, ແລະເຂດ​ວາງສະແດງ​ເພື່ອ​ສົ່ງ​ເສີມການບໍລິການ​ໃນຕ່າງປະເທດ​ ໄດ້​ຮັບຜົນສຳເລັດ ເກີນຄວາມຄາດໝາຍ. ງານມະ​ຫະ​ກຳ ການຄ້າ ​ການບໍລິການສາກົນຈີນ ປີ 2026 ​ຈັດ​ຂຶ້ນ​ ເມື່ອໍ່ດົນມານີ້ ​ທີ່ສວນເຫຼັກກ້າ ຫລື ສວນ​ໂຊວ​ກັງ​ໃນນະ​ຄອນ​ຫລວງປັກກິ່ງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top