ຂປລ
ເນື່ອງໃນໂອກາດ ຢ້ຽມຢາມ ຝຣັ່ງ ຢ່າງເປັນທາງການ ຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ປະທານ ປະເທດ ຫວຽດນາມ ຕາມຄຳເຊື້ອເຊີນ ຂອງ ປະທານາທິບໍດີ ເອັມມານູເອລ ມາຄຣົງ (Emmanuel Macron),
ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ເນື່ອງໃນໂອກາດ ຢ້ຽມຢາມ ຝຣັ່ງ ຢ່າງເປັນທາງການ ຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ປະທານ ປະເທດ ຫວຽດນາມ ຕາມຄຳເຊື້ອເຊີນ ຂອງ ປະທານາທິບໍດີ ເອັມມານູເອລ ມາຄຣົງ (Emmanuel Macron), ສອງຝ່າຍ ໄດ້ອອກ ຖະແຫລງການຮ່ວມ ກ່ຽວກັບ ການຊຸກຍູ້ ຜັນຂະຫຍາຍ ຂອບເຂດ ຄູ່ຮ່ວມມື ຍຸດທະສາດ ຢ່າງຮອບດ້ານ ລະຫວ່າງ ຫວຽດນາມ-ຝຣັ່ງ.
ກ່ຽວກັບ ການຮ່ວມມື ສາກົນ ແລະ ພາກພື້ນ, ຫວຽດນາມ ແລະ ຝຣັ່ງ ໄດ້ຢັ້ງຢືນຄືນ ກ່ຽວກັບ ເຈດຕະຕາດີ ໃນການຮ່ວມມືກັນ ເພື່ອຟື້ນຟູ ຄວາມເປັນລະບຽບ ຮຽບຮ້ອຍໂລກ ໃຫ້ເປັນ ປົກກະຕິ ແລະ ວັດທະນາຖາວອນ, ເຄົາລົບກົດໝາຍ ສາກົນ ແລະ ກົດບັດ ສປຊ ຢ່າງຄົບຖ້ວນ. ການສະໜັບ ສະໜູນ ການປະຕິຮູບ ລະບອບ ລະບຽບການຂອງ ສປຊ, ເພີ່ມທະວີ ການຮ່ວມມື ລະຫວ່າງ ອາຊຽນ ແລະ ເອີຣົບ ເພີ່ມທະວີ ການຮ່ວມມື ໃນຂອບເຂດ ອົງການ ຈັດຕັ້ງ ສາກົນ ຝຣັ່ງ ໂກໂຟນີ.
ຄຽງຄູ່ກັນນັ້ນ, ຫວຽດນາມ ແລະ ຝຣັ່ງ ຍັງໄດ້ເພີ່ມທະວີ ການຮ່ວມມື ໃນຂົງເຂດ ປ້ອງກັນຊາດ, ໃນນັ້ນໄດ້ໃຫ້ບຸລິມະສິດ ກ່ຽວກັບ ການຮ່ວມມື ອຸດສາຫະກຳ ປ້ອງກັນຊາດ ແລະ ເຕັກໂນໂລຢີ ປ້ອງກັນຊາດ ເພື່ອໃຫ້ເໝາະສົມກັບ ຄວາມຕ້ອງການ ແລະ ຜົນປະໂຫຍດ ຂອງ ແຕ່ລະຝ່າຍ, ຊຸກຍູ້ ການຮ່ວມມື ແລະ ບຳລຸງສ້າງ, ການປ້ອງກັນ ຕ້ານອາຊະຍາກຳ ທີ່ມີ ການຈັດຕັ້ງ, ຂ້າມຊາດ. ນອກຈາກນັ້ນ, ສອງຝ່າຍ ຍັງສືບຕໍ່ ຊຸກຍູ້ ການຮ່ວມມື ທາງດ້ານວິທະຍາສາດ, ເຕັກໂນໂລຢີ, ເສົາຄ້ຳການຮ່ວມມື ລະຫວ່າງ ສອງປະເທດ ໃນບັນດາ ຂົງເຂດ ປັນຍາປະດິດ, ເຄິ່ງຊັກ ນຳໄຟຟ້າ, quantum, ເຕັກນິກ ດີຈີຕອນ, ເຕັກໂນໂລຊີ ຊີວະສາດ ແລະ ອື່ນໆ. /
KPL