ຂປລ
ສປ ຈີນ ຈະເພີ່ມສູນບໍລິການ ສາທາລະນະສຸກ ເຂດຊຸມຊົນ ແລະ ໂຮງໝໍນ້ອຍ ໃນຊົນນະບົດໃໝ່ 1 ພັນແຫ່ງ ເພື່ອໃຫ້ບໍລິການທາງການແພດ ສຳລັບ ເດັກນ້ອຍ.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 14 ກັນຍານີ້, ທ່ານ ເລີຍໄຫຊາວ ຫົວໜ້າຄະນະກຳມະການ ສຸຂະພາບ ແຫ່ງຊາດຈີນ ໄດ້ແຈ້ງໃຫ້ຮູ້ ໃນກອງປະຊຸມ ຖະແຫລງຂ່າວ ກ່ຽວກັບ ການເລີ່ມຕົ້ນແຜນ ພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 15 ຈັດຂຶ້ນໂດຍ ຫ້ອງການຖະແຫລງຂ່າວ ຂອງລັດຖະບານຈີນ ວ່າ: ປີນີ້, ໂດຍອີງໃສ່ ພື້ນຖານຂອງປີກາຍ ສປ ຈີນ ຈະເພີ່ມສູນບໍລິການ ສາທາລະນະສຸກ ເຂດຊຸມຊົນ ແລະ ໂຮງໝໍນ້ອຍ ໃນຊົນນະບົດໃໝ່ 1 ພັນແຫ່ງ ເພື່ອໃຫ້ບໍລິການທາງການແພດ ສຳລັບເດັກນ້ອຍ. ຄາດວ່າ ຮອດທ້າຍປີ 2026, ສູນບໍລິການ ສາທາລະນະສຸກເຂດຊຸມຊົນ ແລະ ໂຮງໝໍນ້ອຍໃນຊົນນະບົດ ຫລາຍກວ່າ 95% ຈະສາມາດ ໃຫ້ບໍລິການ ດ້ານການແພດ ສຳລັບ ເດັກນ້ອຍໄດ້. ພ້ອມກັນນັ້ນ, ໄດ້ແຕ່ງຕັ້ງແພດ ສຳລັບ ເດັກນ້ອຍ 3.100 ຄົນ ໄປປະຈຳເຮັດວຽກ ຢູ່ອົງການສຸຂະພາບຂັ້ນຕົ້ນແລ້ວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL