ຂປລ
ໃນການເຈລະຈາ ຢູ່ນອກກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດ ຫາກໍ່ພົ້ນເດັ່ນຂຶ້ນ (BRICS) ຄັ້ງທີ 18, ຢູ່ນະຄອນຫລວງ ນີວແດນລີ ປະເທດອິນເດຍ, ເມື່ອວັນທີ 12 ກັນຍາຜ່ານມາ
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ໃນການເຈລະຈາ ຢູ່ນອກກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດ ຫາກໍ່ພົ້ນເດັ່ນຂຶ້ນ (BRICS) ຄັ້ງທີ 18, ຢູ່ນະຄອນຫລວງ ນີວແດນລີ ປະເທດອິນເດຍ, ເມື່ອວັນທີ 12 ກັນຍາຜ່ານມາ, ທ່ານ ນະເຣນທຣາ ໂມດີ ນາຍົກ ລັດຖະມົນຕີ ອິນເດຍ ແລະ ທ່ານ ສີຈິ້ນຜິງ ປະທານ ປະເທດ ຈີນ ໄດ້ເຫັນດີ ເປັນເອກະພາບ ແກ້ໄຂຄວາມຂັດແຍ້ງກັນ ຕາມເຂດຊາຍແດນ ລະຫວ່າງ ສອງປະເທດ.
ຖະແຫລງການ ຂອງ ກະຊວງ ການຕ່າງປະເທດ ອິນເດຍ ໄດ້ຊີ້ແຈ້ງວ່າ:“ການນຳທັງສອງ ໄດ້ສະແດງຄຳໝັ້ນສັນຍາ ກ່ຽວກັບ ມາດຕະການ ທີ່ມີ ຄວາມຍຸຕິທຳ, ເໝາະສົມ ແລະ ຕ່າງຝ່າຍ ຕ່າງມີ ຜົນປະໂຫຍດ ໃຫ້ແກ່ບັນຫາເຂດຊາຍແດນ”. ທ່ານ ນະເຣນທຣາ ໂມດີ ໄດ້ເນັ້ນໜັກວ່າ ສອງຝ່າຍ ຕ້ອງປະຕິບັດຕາມ ບັນດາ ຂໍ້ຕົກລົງ ແລະ ຄວາມເຂົ້າໃຈ ທີ່ມີຢູ່ແລ້ວ ກ່ຽວກັບ ບັນຫາ ຊາຍແດນ ພາຍໃຕ້ ບັນດາຫລັກການຄື: ເຄົາລົບເຊິ່ງກັນ ແລະ ກັນ ແລະ ຜົນປະໂຫຍດລວມ ອື່ນໆ. ກ່ຽວກັບ ການພົວພັນ ດ້ານເສດຖະກິດ ແລະ ການຄ້າ. ນອກຈາກນັ້ນ ສອງຝ່າຍ ຍັງໄດ້ເນັ້ນໜັກວ່າ ຕ້ອງແກ້ໄຂ ບັນດາ ຄວາມວິຕົກກັງວົນ ລະຫວ່າງ ສອງຝ່າຍ ຄື: ການຂາດດູນ ການຄ້າ, ໂຄງປະກອບ ແລະ ບັນຫາ ໃນລະບົບຕ່ອງໂສ້ ການສະໜອງ, ກໍ່ຄື ການສ້າງເງື່ອນໄຂ ຄວາມສະດວກ ໃຫ້ແກ່ ການເຂົ້າເຖິງ ຕະຫລາດ ທີ່ມີ ຄວາມໝາຍ ແລະ ເປັນປົກກະຕິ./
KPL