ເນປານ ຕ້ອງການເງິນເພື່ອສ້າງຕັ້ງປະເທດ ພາຍຫລັງໄພພິບັດນ້ຳຖ້ວມ ເກືອບ 4,8 ຕື້ໂດລາ

14/09/2026 21:54
ຂປລ ເນປານ ຄາດວ່າ ຕ້ອງການເງິນປະມານ 4,78 ຕື້ໂດລາ ສະຫະລັດ ເພື່ອແກ້ໄຂຜົນຕາມມາ ແລະ ການສ້າງຕັ້ງ ພາຍຫລັງ ໄພພິບັດ ນ້ຳຖ້ວມ ຢ່າງຮ້າຍແຮງ ເມື່ອເດືອນສິງຫາ ຜ່ານມາ

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ເນ​ປານ ​ຄາດ​ວ່າ ຕ້ອງ​ການເງິນ​ປະ​ມານ 4,78 ຕື້ໂດລາ ສະຫະລັດ ເພື່ອ​ແກ້​ໄຂ​ຜົນ​ຕາມ​ມາ ແລະ ການສ້າງ​ຕັ້ງ ​ພາຍຫລັງ​ ໄພ​ພິ​ບັດ​ ນ້ຳ​ຖ້ວມ ​ຢ່າ​ງ​ຮ້າຍ​ແຮງ ເມື່ອ​ເດືອນ​ສິງ​ຫາ ຜ່ານ​ມາ, ໃນ​ສະ​ພາບ​ການ ດັ່ງກ່າວ​ ປະ​ເທດ​ນີ້ ​ໄດ້ຮຽກ​ຮ້ອງ ​ປະ​ຊາ​ຄົມ​ໂລກ ໃຫ້ໜູນ​ຊ່ວຍ​ໃນໄລຍະຍາວ​ນານ​ ເພື່ອ​ຮັບ​ມື​ກັບ ​ບັນ​ດາ​ ໄພ​ພິ​ບັດ​ ທຳ​ມະ​ຊາດ​ ທີ່​ນັບ​ມື້ ນັບເພີ່ມ​ຂຶ້ນ.

 ທ່ານ Lok Bahadur Chhetri ໂຄ​ສົກ​ ກະ​ຊວງ​ ການ​ຕ່າງ​ປະ​ເທດ ເນ​ປານ ໃຫ້​ຮູ້​ວ່າ ບ້ວງເງິນ ປະ​ມານ 4,78 ຕື້ໂດລາ ສະຫະລັດ, ໃນ​ນັ້ນ ລວມ​ມີ​ ເງິ​ນ​ປະ​ມານ 57ລ້ານໂດລາ ສະຫະລັດ.  ໃນນັ້ນ ຕ້ອງ​ການ ​ນຳ​ໃຊ້​ ​ເຂົ້າໃນໃນ​ວຽກ​ງານ ການ​ແກ້​ໄຂ ແລະ ຟື້ນ​ຟູ​ໃນ 6 ເດືອນ​ ຈະ​ມາ​ເຖິງນີ້.  ​ຂະ​ນະ​ທີ່ ​ມີ​ປະ​ມານ 4,71 ຕື້ ໂດລາ ສະຫະລັດ ໃຫ້​ແກ່​ວິ​ວັດ​ການ​ ສ້າງ​ປະ​ເທດ​ ໃນ​ໄລ​ຍະ​ຍາວ.

ເມື່ອຄິດໄລ່​ຮອດ​ ວັນ​ທີ 11 ກັນ​ຍາ, ໄພ​ພິ​ບັດດັ່ງກ່າວ ​ໄດ້​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີ​ວິດ​ ຢ່າງ​ໜ້ອຍ​ສຸດ 1.428 ຄົນ ແລະ ກວ່າ 5.649 ຄົນ​ ຫາຍ​ສາ​ບ​ສູນ​ ຢູ່​ເນປານ. ໃນ​ນັ້ນ​ ລວມມີ​ ຊາວ​ຕ່າງ​ປະ​ເທດປະ​ມານ 800 ຄົນ, ລວມ​ມີ ​ແຂກ​ທ່ອງ​ທ່ຽວ ແລະ ຜູ້​ກັບ​ເມື​ອ​ບ້ານ./

KPL

ຂ່າວອື່ນໆ

    • ຫວຽດນາມ-ຝຣັ່ງ ອອກຖະແຫລງການຮ່ວມ ຊຸກຍູ້ຄູ່ຮ່ວມມືຍຸດທະສາດຮອບດ້ານຂ່າວຕ່າງປະເທດ

      ຫວຽດນາມ-ຝຣັ່ງ ອອກຖະແຫລງການຮ່ວມ ຊຸກຍູ້ຄູ່ຮ່ວມມືຍຸດທະສາດຮອບດ້ານ

      9/14/2026 9:54:06 PM

      ເນື່ອງໃນໂອກາດ ຢ້ຽມຢາມ ຝຣັ່ງ ຢ່າງເປັນທາງການ ຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ປະທານ ປະເທດ ຫວຽດນາມ ຕາມຄຳເຊື້ອເຊີນ ຂອງ ປະທານາທິບໍດີ ເອັມມານູເອລ ມາຄຣົງ (Emmanuel Macron),

    • ອິນເດຍ-ຈີນ ໃຫ້ຄຳໝັ້ນສັນຍາແກ້ໄຂ ບັນຫາເຂດຊາຍແດນຂ່າວຕ່າງປະເທດ

      ອິນເດຍ-ຈີນ ໃຫ້ຄຳໝັ້ນສັນຍາແກ້ໄຂ ບັນຫາເຂດຊາຍແດນ

      9/14/2026 9:54:02 PM

      ໃນການເຈລະຈາ ຢູ່ນອກກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດ ຫາກໍ່ພົ້ນເດັ່ນຂຶ້ນ (BRICS) ຄັ້ງທີ 18, ຢູ່ນະຄອນຫລວງ ນີວແດນລີ ປະເທດອິນເດຍ, ເມື່ອວັນທີ 12 ກັນຍາຜ່ານມາ

    • ສສ ຫວຽດນາມ-ອິນເດຍ ສູຊົນວົງເງິນການຄ້າ ສອງຝ່າຍໃຫ້ບັນລຸ25ຕື້ໂດລາ ໂດຍໄວຂ່າວຕ່າງປະເທດ

      ສສ ຫວຽດນາມ-ອິນເດຍ ສູຊົນວົງເງິນການຄ້າ ສອງຝ່າຍໃຫ້ບັນລຸ25ຕື້ໂດລາ ໂດຍໄວ

      9/14/2026 5:39:18 PM

      ໃນ​ຂອບ​ເຂດ​ການ​ເດີນ​ທາງ ​ໄປ​ປະ​ຕິ​ບັດ​ຢູ່ ອິນ​ເດຍ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ (BRICS) ຄັ້ງ​ທີ 18, ທ່ານ ​ເລ​ມິງ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ມີ​ການ​ພົບປະ​ເຈ​ລະ​ຈາ ​ກັບ ​ທ່ານ ນາເຣນທຣາ ໂມດີ, ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ ໂດຍການນຳທັງສອງປະເທດ ໄດ້​ສະ​ແດງ​ຄວາມ​ຕັດ​ສິນ​ໃຈ ​ຍູ້​ແຮງ​ບັນ​ດາ​ມາດ​ຕະ​ການ ​ເພື່ອ​ແນ​ໃສ່​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ​ບັນ​ລຸ​ລະ​ດັບ 25 ຕື້ໂດລາສະຫະລັດ ໂດຍ​ໄວ

    • ກອງປະຊຸມເວທີປຶກສາຫາລື ອຸດສາຫະກຳ-ການຄ້າ ບຣິກສ ຂ່າວຕ່າງປະເທດ

      ກອງປະຊຸມເວທີປຶກສາຫາລື ອຸດສາຫະກຳ-ການຄ້າ ບຣິກສ

      9/14/2026 5:39:06 PM

      ກອງ​ປະ​ຊຸມ ​ເວ​ທີ​ປຶກ​ສາ​ຫາ​ລື​ ອຸດ​ສາ​ຫະ​ກຳ-​ການ​ຄ້າ​​ ຂອງບ​ຣິກ​ສ​ ໄດ້ຈັດ ​ຂຶ້ນ​ຢູ່​ນະ​ຄອນຫລວງ ​​ນິວ​ແດນ​ລີ​ ຂອງ​ອິນ​ເດຍ ເມື່ອບໍ່ດົນມານີ້ ໂດຍ​ສຸມ​ໃສ່ ປຶກ​ສາ​ຫາ​ລື​ຫົວ​ຂໍ້​ຕ່າງໆ ເຊັ່ນ: ການ​ເພີ່ມ​ທະ​ວີ​ ຄວາມ​ເຂັ້ມ​ແຂງ ​ຂອງ​ຕ່ອງ​ໂສ້​ການ​ສະ​ໜອງ, ​​ຜະ​ລິດ​ຕະ​ພັນ ກະ​ສິ​ກຳ ກັບ ນະ​ວັດ​ຕະ​ກຳ ​ດ້ານວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ​ກະ​ສິ​ກຳ, ການ​ຄ້າ​ການ​ບໍ​ລິ​ການ ແລະ ເສດ​ຖະ​ກິດ​ ດິ​ຈິ​ຕອນ ເປັນ​ຕົ້ນ.

    • ຍອດຜູ້ເສຍຊີວິດ ຈາກເຫດໄຟໄໝ້ກຳປັ່ນໂດຍສານ ຂອງຟີລິບປິນ ເພີ່ມຂຶ້ນເປັນ 76 ຄົນຂ່າວຕ່າງປະເທດ

      ຍອດຜູ້ເສຍຊີວິດ ຈາກເຫດໄຟໄໝ້ກຳປັ່ນໂດຍສານ ຂອງຟີລິບປິນ ເພີ່ມຂຶ້ນເປັນ 76 ຄົນ

      9/14/2026 5:38:57 PM

      ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ​ໄດ້​ຄົ້ນ​ພົບ​ຊາກ​ສົບ​ ຂອງ​ຜູ້​ຖືກ​ເຄາະ​ຮ້າຍ ຫລາຍ​ສົບ ​ໃນ​ກຳ​ປັ່ນ​ໂດຍ​ສານ​ ທີ່ເກີດໄຟໄໝ້​ ຢູ່​ເຂດ​ທະ​ເລ​ໃກ້​ກັບ ​ແຂວງ​ປາ​ລາ​ວັນ​ ຂອງ​ຟີ​ລິບ​ປິນ, ເຮັດ​ໃຫ້​ຈຳ​ນວນ​ ຜູ້​ເສຍ​ຊີ​ວິດ​ ​ເພີ່ມ​ຂຶ້ນ​ເປັນ 76 ຄົນ ແລະ ອີກ 13 ຄົນ ​ຍັງຫາຍ​ສາບ​ສູນ

ads
ads

Top