ຂປລ
ທ່ານ ເລີຍໄຫຊາວ ຫົວໜ້າຄະນະກຳມະການສຸຂະພາບແຫ່ງຊາດຈີນ ໄດ້ແຈ້ງໃຫ້ຮູ້ ໃນກອງປະຊຸມຖະແຫລງຂ່າວ ກ່ຽວກັບການເລີ່ມຕົ້ນ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດຈີນ 5 ປີຄັ້ງທີ 15 ວ່າ: ສປ ຈີນ ຕ້ອງສືບຕໍ່ຊຸກຍູ້ ການພັດທະນາ ດ້ານການດູແລເດັກ ແລະ ການສຶກສາ ກ່ອນໄວຮຽນ ໃຫ້ເຊື່ອມໂຍງເຂົ້າກັນ, ສະໜັບສະໜູນ ເຂດຊຸມຊົນ ແລະ ຫົວໜ່ວຍທຸລະກິດ ທີ່ກ່ຽວຂ້ອງສ້າງຕັ້ງ ສະຖານທີ່ບໍລິການດູແລເດັກ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 14 ກັນຍານີ້, ທ່ານ ເລີຍໄຫຊາວ ຫົວໜ້າຄະນະກຳມະການສຸຂະພາບແຫ່ງຊາດຈີນ ໄດ້ແຈ້ງໃຫ້ຮູ້ ໃນກອງປະຊຸມຖະແຫລງຂ່າວ ກ່ຽວກັບການເລີ່ມຕົ້ນ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດຈີນ 5 ປີຄັ້ງທີ 15 ວ່າ: ສປ ຈີນ ຕ້ອງສືບຕໍ່ຊຸກຍູ້ ການພັດທະນາ ດ້ານການດູແລເດັກ ແລະ ການສຶກສາ ກ່ອນໄວຮຽນ ໃຫ້ເຊື່ອມໂຍງເຂົ້າກັນ, ສະໜັບສະໜູນ ເຂດຊຸມຊົນ ແລະ ຫົວໜ່ວຍທຸລະກິດ ທີ່ກ່ຽວຂ້ອງສ້າງຕັ້ງ ສະຖານທີ່ ບໍລິການດູແລເດັກ, ເຮັດໃຫ້ປະຊາຊົນ ສາມາດໄດ້ຮັບ ການສະໜັບສະໜູນ ດ້ານການບໍລິການດູແລເດັກ ທີ່ຢູ່ໃກ້ບ້ານ ແລະ ມີຄວາມສະດວກ ດ້ວຍລາຄາ ທີ່ເໝາະສົມ. ເຊິ່ງຈະຊ່ວຍຍົກສູງ ອັດຕາການລົງທະບຽນ, ຫລຸດຕົ້ນທຶນ ດ້ານການສຶກສາ,ການເກີດ ແລະ ການລ້ຽງເດັກ ຂອງຄອບຄົວໃຫ້ຕ່ຳລົງ ຢ່າງມີປະສິດທິພາບ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL