ກອງປະຊຸມເວທີປຶກສາຫາລືພາກທຸລະກິດ ລາວ-ຮົງກົງ 2026

14/09/2026 09:30
Email Print 1532
ຂປລ ໃນວັນທີ 11 ກັນຍາ 2026 ທີ່ເຂດປົກຄອງພິເສດຮົງກົງ ສປ ຈີນ, ເພື່ອເປັນການຜັນຂະຫຍາຍນະໂຍບາຍວຽກງານການທູດເສດຖະກິດ ຂອງ ສປປ ລາວ, ກະຊວງການຕ່າງປະເທດຮ່ວມກັບພາກສ່ວນກ່ຽວຂ້ອງ ເປັນຕົ້ນສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ຮົງກົງ, ພາກທຸລະກິດຈາກ ສປປ ລາວ, ຮົງກົງ ແລະ ບັນດາແຂວງໃກ້ຄຽງຂອງ ສປ ຈີນ ໄດ້ຈັດກອງປະຊຸມເວທີປຶກສາຫາລືພາກທຸລະກິດ ລາວ-ຮົງກົງ 2026 (LAOS-HONG KONG BUSINESS FORUM 2026).

    ຂປລ.  ພາຍໃຕ້ຫົວຂໍ້ “ການເຕີບໂຕສີຂຽວ: ກາລະໂອກາດສໍາລັບການຮ່ວມມືຍຸດທະສາດ ລາວ-ຮົງກົງ, ໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດກອງປະຊຸມໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ. ກອງປະຊຸມເວທີປຶກສາຫາລືພາກທຸລະກິດດັ່ງກ່າວ ແມ່ນໜຶ່ງໃນບັນດາກິດຈະກໍາປິ່ນອ້ອມການເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11. 

    ກອງປະຊຸມຄັ້ງນີ້, ມີຈຸດປະສົງ ເພື່ອສ້າງເຄືອຂ່າຍໃຫ້ແກ່ພາກທຸລະກິດ ຂອງ ສປປ ລາວ, ຮົງກົງ ແລະ ບັນດາແຂວງໃກ້ຄຽງຂອງ ສປ ຈີນ ໃນການເສີມຂະຫຍາຍການຮ່ວມມືດ້ານການຄ້າ, ການລົງທຶນ, ການບໍລິການດ້ານການເງິນ, ທະນາຄານ, ພະລັງງານສະອາດ ແລະ ຂົງເຂດອື່ນໆ ປິ່ນອ້ອມຂົງເຂດການພັດທະນາເສດຖະກິດ-ສັງຄົມ. ນອກນັ້ນ, ຍັງມີຈຸດປະສົງເພື່ອເຜີຍແຜ່ຂໍ້ມູນສະພາບການພັດທະນາເສດຖະກິດ-ສັງຄົມ, ການຄ້າ, ການລົງທຶນ ກໍຄື ນະໂຍບາຍສົ່ງເສີມການຄ້າ- ການລົງທຶນຂອງ ສປປ ລາວ ໃຫ້ແກ່ພາກທຸລະກິດໃນເຂດປົກຄອງພິເສດຮົງກົງ ໄດ້ຮັບຮູ້ ແລະ ເຂົ້າໃຈຫລາຍຂຶ້ນ ແນໃສ່ດຶງດູດການຄ້າ- ການລົງທຶນຈາກເຂດດັ່ງກ່າວ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ນັບມື້ນັບຫລາຍຂຶ້ນ, ພ້ອມທັງແລກປ່ຽນບົດຮຽນດ້ານການພັດທະນາພະລັງງານສະອາດ. ການຈັດກອງປະຊຸມຄັ້ງນີ້, ຍັງເປັນນິມິດໝາຍສໍາຄັນ ໃນການຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ໃຫ້ໝັ້ນຄົງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່. 

     ໃນໄລຍະດໍາເນີນກອງປະຊຸມ, ບັນດານັກທຸລະກິດ ແລະ ຜູ້ແທນທີ່ເຂົ້າຮ່ວມ ໄດ້ຮັບຟັງການນໍາສະເໜີກ່ຽວກັບນະໂຍບາຍສົ່ງເສີມການຄ້າ-ການລົງທຶນ ແລະ ໄດ້ແລກປ່ຽນຄໍາຄິດເຫັນຮ່ວມກັນຢ່າງກົງໄປກົງມາ ກ່ຽວກັບການພັດທະນາຂະແໜງການເງິນ ແລະ ພະລັງງານສະອາດຢູ່ ສປປ ລາວ ຊຶ່ງເປັນທ່າແຮງ ແລະ ຂົງເຂດບຸລິມະສິດທີ່ສໍາຄັນ ໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ. ພ້ອມກັນນັ້ນ, ໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ແລະ ບົດບັນທຶກການຮ່ວມມືຮ່ວມກັນ ຈໍານວນ 2 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງການເງິນ ແລະ China International Capital Corporation-CICC; ບົດບັນທຶກການຮ່ວມມື ລະຫວ່າງ ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນກັບຫ້ອງການທະນາຄານຈີນ (ຮົງກົງ) ສາຂານະຄອນຫລວງວຽງຈັນ; ໄດ້ແລກປ່ຽນບົດບັນທຶກຄວາມເຂົ້າໃຈຮ່ວມກັນເພີ່ມຕື່ມອີກຈໍານວນ 1 ສະບັບ ກ່ຽວກັບການສຶກສາຄວາມເປັນໄປໄດ້ ໃນການຮ່ວມມືກັນພັດທະນາລະບົບກັກເກັບພະລັງງານດ້ວຍແບັດເຕີຣີ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ກັບ ບໍລິສັດ Zhenzhen Yichu Smart Energy Group Co.,Ltd. ການລົງນາມດັ່ງກ່າວ, ໄດ້ເປັນຂີດໝາຍໃໝ່ທີ່ສໍາຄັນໃນການຍົກລະດັບການພົວພັນຮ່ວມມືດ້ານທຸລະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ, ຮົງກົງ ແລະ ບັນດາແຂວງໃກ້ຄຽງຂອງ ສປ ຈີນ.

    ກອງປະຊຸມເວທີປຶກສາຫາລືພາກທຸລະກິດ ລາວ-ຮົງກົງ 2026 ໄດ້ດໍາເນີນໄປດ້ວຍບັນຍາກາດອັນສ້າງສັນ, ມີໄມຕີຈິດ ແລະ ປະສົບຜົນສໍາເລັດຕາມຄາດໝາຍ, ໂດຍມີຜູ້ຕາງໜ້າຈາກບັນດາບໍລິສັດແຖວໜ້າຂອງຮົງກົງ, ບາງແຂວງໃກ້ຄຽງຂອງ ສປ ຈີນ ແລະ ບັນດາບໍລິສັດແຖວໜ້າຂອງ ສປປ ລາວ ເຂົ້າຮ່ວມທັງໝົດຫລາຍກວ່າ 120 ທ່ານ.

ຂ່າວ: ກະຊວງການຕ່າງປະເທດ; ພາບ: ຫສນຍ

KPL

ຂ່າວອື່ນໆ

    • ຄຕພ ເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ ປະກາດການຈັດຕັ້ງການເມືອງ

      ຄຕພ ເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ ປະກາດການຈັດຕັ້ງ

      10/13/2026 9:57:22 AM

      ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945- 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກໃນວັນທີ 12 ຕຸລາ 2026.

    • ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ 9 ເດືອນຜ່ານມາມີຫລາຍດ້ານໄດ້ຮັບຜົນສຳເລັດການເມືອງ

      ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ 9 ເດືອນຜ່ານມາມີຫລາຍດ້ານໄດ້ຮັບຜົນສຳເລັດ

      10/13/2026 9:50:35 AM

      ໃນໄລຍະ 9 ເດືອນປິ 2026 ນີ້, ສະພາແຫ່ງຊາດໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນສຳເລັດຕາມເປົ້າໝາຍ ໃນຫລາຍດ້ານເປັນຕົ້ນດ້ານນິຕິບັດຍັດ, ດ້ານການຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ, ດ້ານການຕິດຕາມກວດກາ, ດ້ານການສ້າງຄວາມເຂັ້ມແຂງໃຫ້ສະພາແຫ່ງຊາດ, ການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ດ້ານການເຄື່ອນໄຫວວຽກງານຕ່າງປະເທດ ແລະ ອື່ນໆ.

    • ປີ 2026 ສານປະຊາຊົນສູງສຸດ ແກ້ໄຂຄະດີໄດ້ 9.597 ເລື່ອງ ກວມ 72,46% ຂອງຄະດີທັງໝົດການເມືອງ

      ປີ 2026 ສານປະຊາຊົນສູງສຸດ ແກ້ໄຂຄະດີໄດ້ 9.597 ເລື່ອງ ກວມ 72,46% ຂອງຄະດີທັງໝົດ

      10/13/2026 9:46:35 AM

      ທ່ານ ໄພວີ ສີບົວລິພາ ປະທານສານປະຊາຊົນສູງສຸດ ໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການ ປະຈຳປີ 2027 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 9 ຕຸລາ 2026 ໂດຍທ່ານໄດ້ໃຫ້ຮູ້ວ່າ: ໃນປີ 2026 ສານປະຊາຊົນ ມີຄະດີຄ້າງມາຈາກປີ 2025 ຈຳນວນ 3.738 ເລື່ອງ ແລະ ຄະດີເຂົ້າໃໝ່ 9.506 ເລື່ອງ, ລວມທັງໝົດ 13.244 ເລື່ອງ. ໃນນີ້, ສາມາດແກ້ໄຂໄດ້ 9.597 ເລື່ອງ ກວມ 72,46% ແລະ ຍັງມີຄະດີທີ່ສືບຕໍ່ແກ້ໄຂ 3.647 ເລື່ອງ.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈຳລາວການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈຳລາວ

      10/13/2026 9:42:48 AM

      ໃນວັນທີ 9 ຕຸລາ 2026 ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພ່ືອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ຮັບການເເຕ່ງຕັ້ງເປັນກໍາມະການກົມການເມືອງສູນກາງພັກ.

    • ສນຊ ສະເໜີໃຫ້ສະພາແຫ່ງຊາດ ຊຸກຍູ້ ໃຫ້ລັດຖະບານແກ້ໄຂບາງຂໍ້ຫຍຸ້ງຍາກໃຫ້ບັນລຸຕາມເປົ້າໝາຍການເມືອງ

      ສນຊ ສະເໜີໃຫ້ສະພາແຫ່ງຊາດ ຊຸກຍູ້ ໃຫ້ລັດຖະບານແກ້ໄຂບາງຂໍ້ຫຍຸ້ງຍາກໃຫ້ບັນລຸຕາມເປົ້າໝາຍ

      10/13/2026 9:38:56 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 12 ຕຸລາ 2026 ນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕາງໜ້າໃຫ້ຄະນະປະຈຳສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ປະກອບຄຳເຫັນໃສ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ແຜນການ ປະຈຳປີ 2027 ຂອງສະພາແຫ່ງຊາດ ທີ່ສະເໜີໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໂດຍທ່ານໄດ້ສະເໜີໃຫ້ສະພາແຫ່ງຊາດ ສືບຕໍ່ຕິດຕາມ, ຊຸກຍູ້ ແລະ ຊ່ວຍເຫຼືອລັດຖະບານໃນການແກ້ໄຂບັນຫາຕ່າງໆ ທີ່ຍັງຄົງຄ້າງໃຫ້ມີຄວາມຄືບໜ້າ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້ ເພື່ອໃຫ້ການຈັດຕັ້ງປະຕິບັດແຜນງານ ແລະ ນະໂຍບາຍຂອງລັດຖະບານເກີດຜົນເປັນຮູບປະທຳຍິ່ງຂຶ້ນ.

ads
ads

Top