ຂປລ
ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ນຳສະເໜີ ເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນ ປະຖົມສຶກສາ ເພື່ອສົ່ງເສີມການພັດ ທະນາວິຊາຊີບຄູ ແລະ ປັບປຸງຄຸນນະ ພາບການສຶກສາຊັ້ນປະຖົມສຶກສາ ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ຜ່ານ ແຜນງານບີຄວາ ໃນວັນທີ 4 ສິງຫາ 2026 ຢູ່ນະຄອນຫລວງວຽງຈັນ
ໂດຍການເປັນປະທານຂອງທ່ານ
ລຳພູນ ຫລວງໄຊ ຫົວໜ້າກົມພັດ
ທະນາຄູ ແລະ ການບໍລິຫານການ
ສຶກສາ ແລະ ທ່ານ ນາງ ເຄດ ກູດ
ຟຣູດ ເລຂານຸການໂທສະຖານທູດ
ອົດສະຕຣາລີ, ມີຜູ້ຕາງໜ້າຈາກ
ກົມພັດທະນາຄູ ແລະ ການບໍລິຫານ
ການສຶກສາ, ກົມສາມັນສຶກສາ,
ກົມຈັດຕັ້ງ, ກົມປະກັນຄຸນນະພາບ
ການສຶກສາ, ກົມແຜນການ ແລະ
ການເງິນ, ພະແນກສຶກສາທິການ
ແລະ ກິລາເເຂວງຈາກ 8 ແຂວງ
(ສກຂ), ວິທະຍາໄລຄູທັງ 8 ແຫ່ງ
(ວຄ) ແລະ ຄູ່ຮ່ວມພັດທະນາ
ເຂົ້າຮ່ວມ.
ທ່ານ ລຳພູນ ຫລວງໄຊ ໄດ້ກ່າວ
ວ່າ: ເຄື່ອງມືປະເມີນຕົນເອງສຳລັບ
ຄູ ແມ່ນບາດກ້າວທີ່ສຳຄັນໃນການ
ສະໜັບສະໜູນຄູ ໃຫ້ສະທ້ອນຄືນເຖິງການປະຕິບັດຂອງເຂົາເຈົ້າ
ເພື່ອເສີມສ້າງທັກສະ ແລະ ຕອບ
ສະໜອງຄວາມຕ້ອງການຂອງ
ນັກຮຽນໄດ້ດີຂຶ້ນ ໂດຍການເຊື່ອມ
ໂຍງເຄື່ອງມືປະເມີນຕົນເອງສຳລັບ
ຄູ ກັບມາດຕະຖານການສອນຊັ້ນ
ປະຖົມສຶກສາ, ພວກເຮົາກຳລັງ
ສ້າງລະບົບທີ່ເຂັ້ມແຂງຂຶ້ນ ເພື່ອ
ສະໜັບສະໜູນຄຸນນະພາບການ
ສອນ ແລະ ປະກອບສ່ວນເຂົ້າໃນ
ການປັບປຸງຜົນການຮຽນຂອງນັກ
ຮຽນທຸກຄົນໃຫ້ດີຂຶ້ນ. ເຄື່ອງມື
ປະເມີນຕົນເອງສຳລັບຄູ ໄດ້ຮັບ
ການພັດທະນາຂຶ້ນຄັ້ງທຳອິດໃນ
ປີ 2023 ພ້ອມກັບມາດຕະຖານ
ການສອນຊັ້ນປະຖົມສຶກສາໂດຍກົມ
ສ້າງຄູ, ປັດຈຸບັນເປັນກົມພັດທະນາ
ຄູ ແລະ ການບໍລິຫານການສຶກສາ
ໂດຍໄດ້ຮັບການສະໜັບສະໜູນຈາກ
ລັດຖະບານອົດສະຕຣາລີ ຜ່ານແຜນ
ງານບີຄວາ. ເຄື່ອງມືໄດ້ທົດລອງ
ນຳໃຊ້ໃນ 3 ເມືອງເປົ້າໝາຍ ໂດຍມີ
ຄູ 30 ທ່ານເຂົ້າຮ່ວມການທົດລອງ
ນຳໃຊ້ ຫລັງຈາກການທົດລອງຄັ້ງ
ທຳອິດ, ໄດ້ມີການປັບປຸງເຄື່ອງມື
ດັ່ງກ່າວ. ຫລັງຈາກນັ້ນ, ເຄື່ອງມື
ໄດ້ຂະຫຍາຍການທົດລອງອອກ
ໄປກວ້າງຂຶ້ນໃນລະຫວ່າງສົກຮຽນ
2025-2026 ກັບຜູ້ເຮັດວຽກສຶກ
ສານິເທດພາຍໃນຢູ່ໃນ 1.124
ໂຮງຮຽນ ແລະ ໄດ້ຮັບຄຳເເນະນຳ
ທີ່ສຳຄັນຈາກການນຳໃຊ້ຕົວຈິງ
ໃນໂຮງຮຽນ. ໂດຍອີງໃສ່ການທົດ
ລອງຄັ້ງທີສອງນີ້, ກົມພັດທະນາ
ຄູ ແລະ ການບໍລິຫານການສຶກສາ
ແລະ ແຜນງານບີຄວາ ໄດ້ດຳເນີນການປັບປຸງຕື່ມອີກ ເພື່ອຮັບປະກັນ
ວ່າເຄື່ອງມືດັ່ງກ່າວ ສາມາດໃຊ້ໄດ້
ຈິງ, ສອດຄ່ອງ ແລະ ພ້ອມທີ່ຈະນຳ
ໃຊ້ຢ່າງກວ້າງຂວາງຂຶ້ນ.
ທ່ານ ລຳພູນ ຫລວງໄຊ ຍັງໃຫ້
ຮູ້ອີກວ່າ: ການນຳສະເໜີເຄື່ອງມື
ຄັ້ງນີ້ ສະທ້ອນໃຫ້ເຫັນເຖິງການ
ຮ່ວມມືທີ່ແໜ້ນແຟ້ນລະຫວ່າງ
ກະຊວງສຶກສາທິການ ແລະ ກິລາ
ແລະ ລັດຖະບານອົດສະຕຣາລີ
ໂດຍຜ່ານແຜນງານບີຄວາ, ພ້ອມ
ທັງໄດ້ຮ່ວມມືກັບພະແນກສຶກສາ
ທິການ ແລະ ກິລາແຂວງ ແລະ
ວິທະຍາໄລຄູ ໂດຍມີຄວາມມຸ່ງໝັ້ນ
ທີ່ຈະພັດທະນາພື້ນຖານຂອງການ
ສຶກສາຂັ້ນພື້ນຖານ ໂດຍການຊ່ວຍ
ເຫລືອຄູ ໃນການກຳນົດຄວາມ
ຕ້ອງການໃນການຮຽນຮູ້ຂອງເຂົາ
ເຈົ້າ ແລະ ປັບປຸງການສອນ. ເຄື່ອງ
ມືປະເມີນຕົນເອງສຳລັບຄູ ຈະສະ
ໜັບສະໜູນການສອນໃນຫ້ອງຮຽນ
ທີ່ມີປະສິດທິພາບຫລາຍຂຶ້ນ. ໃນ
ຂະນະດຽວກັນ, ການສອນທີ່ດີຂຶ້ນ
ຈະນຳໄປສູ່ການມີສ່ວນຮ່ວມຂອງ
ນັກຮຽນຫລາຍຂຶ້ນ, ການຮຽນທີ່
ເຂົ້າໃຈດີຂຶ້ນກວ່າເກົ່າ ແລະ ຜົນ
ໄດ້ຮັບທາງດ້ານການຮຽນຮູ້ທີ່ດີ
ຂຶ້ນ, ຊ່ວຍໃຫ້ໄວໜຸ່ມພັດທະນາທັກ
ສະ ແລະ ມີຄວາມໝັ້ນໃຈທີ່ຕ້ອງ
ການສຳລັບອະນາຄົດ, ທັງເປັນ
ບາດກ້າວທີ່ສຳຄັນໃນການສົ່ງເສີມ
ລະບົບການພັດທະນາຄູໃນ ສປປ
ລາວ, ທັງຊ່ວຍຮັບປະກັນວ່າການ
ພັດທະນາທັກສະຂອງຄູ ແມ່ນໄດ້
ຕາມເປົ້າໝາຍ, ປະຕິບັດໄດ້ຈິງ
ແລະ ເຊື່ອມໂຍງກັບການສອນຕົວ
ຈິງໃນຫ້ອງຮຽນ, ພ້ອມທັງສະໜັບ
ສະໜູນເປົ້າໝາຍແຫ່ງຊາດ ໃນ
ການປັບປຸງຄຸນນະພາບການສຶກສາ
ສຳລັບນັກຮຽນທຸກຄົນ.
ການນຳສະເໜີເຄື່ອງມືດັ່ງກ່າວ
ນີ້, ເພື່ອສ້າງຄວາມເຂົ້າໃຈຮ່ວມກັນ
ກ່ຽວກັບເຄື່ອງມືປະເມີນຕົນເອງ
ຂອງຄູ, ກຳນົດເງື່ອນໄຂທີ່ຈຳເປັນ
ສຳລັບການຈັດຕັ້ງປະຕິບັດຢ່າງມີ
ປະສິດທິພາບ, ອະທິບາຍບົດບາດ
ແລະ ຄວາມຮັບຜິດຊອບຂອງບັນດາ
ພະແນກການຕ່າງໆຂອງກະຊວງ
ສຶກສາທິການ ແລະ ກິລາ ແລະ
ວາງແຜນເພື່ອເຊື່ອມໂຍງເຄື່ອງມືນີ້
ເຂົ້າໃນລະບົບທີ່ມີຢູ່ແລ້ວເຊັ່ນ: ການ
ພັດທະນາວິຊາຊີບຄູແບບຕໍ່ເນື່ອງ,
ການປະເມີນຜົນງານ ແລະ ລະບົບ
ປະກັນຄຸນນະພາບມາດຕະຖານຄຸນ
ນະພາບພື້ນຖານ (FQS).
ທ່ານ ນາງ ເຄດ ກູດຟຣູດ ກ່າວ
ວ່າ: ການສະໜັບສະໜູນຄູ ແມ່ນ
ວິທີທີ່ມີສຳຄັນທີ່ສຸດວິທີໜຶ່ງໃນການ
ສົ່ງເສີມການສຶກສາ ໂດຍຜ່ານແຜນ
ງານບີຄວາ, ລັດຖະບານອົດສະ
ຕຣາລີ ມີຄວາມພູມໃຈທີ່ໄດ້ຮ່ວມມື
ກັບກະຊວງສຶກສາທິການ ແລະ
ກິລາ ໃນຄວາມພະ ຍາຍາມຮ່ວມກັນ
ເພື່ອສ້າງຄູໃຫ້ມີຄວາມໝັ້ນໃຈ ແລະ
ມີຄວາມສາມາດ ເພື່ອປະຕິບັດການ
ຮຽນ-ການສອນທີ່ມີຄຸນນະພາບໃຫ້
ແກ່ເດັກທຸກຄົນ. ນີ້ແມ່ນການລົງທຶນ
ທີ່ບໍ່ພຽງແຕ່ໃນໂຮງຮຽນເທົ່ານັ້ນ,
ແຕ່ຍັງເປັນການລົງທຶນໃນການສ້າງ
ທັກສະ ແລະ ຄວາມສາມາດໃນອະ
ນາຄົດຂອງ ສປປ ລາວ ອີກດ້ວຍ.
KPL