ສະຫລອງຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງ

07/09/2026 19:04
Email Print 1640
ຂປລ ວັນທີ 31 ສິງຫາ 2026 ຜ່ານມາ, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໃນນາມປະທານສະພາບໍລິຫານງານສະຖາບັນແມ່ນໍ້າຂອງ ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງ ທີ່ຂອນແກ່ນ, ປະເທດໄທ ໂດຍມີສະມາຊິກສະພາບໍລິຫານງານສະຖາບັນແມ່ນໍ້າຂອງ, ສະມາຊິກຄະນະປະຈໍາສະຖາບັນແມ່ນໍ້າຂອງ, ຜູ້ຕາງໜ້າຈາກສະຖານກົງສຸນໃຫຍ່ ຂອງບັນດາປະເທດສະມາຊິກອະນຸພາກພື້ນແມ່ນໍ້າຂອງ (GMS) ທີ່ຂອນແກ່ນ, ຄູ່ຮ່ວມງານ, ຄູ່ຮ່ວມພັດທະນາ ແລະ ພະນັກງານຂອງສະຖາບັນດັ່ງກ່າວ ເຂົ້າຮ່ວມ.

ການສະເຫຼີມສະຫຼອງຄັ້ງນີ້, ຈັດຂຶ້ນພາຍໃຕ້ຫົວຂໍ້ “People-Partnership-Progress” ຊຶ່ງສະທ້ອນໃຫ້ເຫັນເຖິງການປະຕິບັດງານຂອງສະຖາບັນແມ່ນໍ້າຂອງ ໃນການພັດທະນາຊັບພະຍາກອນມະນຸດ, ສົ່ງເສີມການຮ່ວມມື ແລະ ເສີມຂະຫຍາຍຄວາມກ້າວໜ້າຢູ່ອະນຸພາກພື້ນແມ່ນໍ້າຂອງ.

ໃນໂອກາດດັ່ງກ່າວ, ທ່ານ ສົມບູນ ສີຫານາດ ໄດ້ຂຶ້ນກ່າວຄໍາເຫັນ ເພື່ອສະແດງຄວາມຊົມເຊີຍຕໍ່ ສະຖາບັນແມ່ນໍ້າຂອງ ທີ່ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາ ແລະ ການຮ່ວມມືໃນອະນຸພາກພື້ນແມ່ນໍ້າຂອງ ຕະຫຼອດໄລຍະ 30 ປີ ຜ່ານມາ ແລະ ຍັງໄດ້ສະແດງຄວາມຂອບໃຈຕໍ່ບັນດາຜູ້ກໍ່ຕັ້ງ, ຜູ້ອໍານວຍການສະຖາບັນແມ່ນໍ້າຂອງ ໃນແຕ່ລະໄລຍະ, ຕະຫຼອດຮອດບັນດາພະນັກງານຂອງສະຖາບັນແມ່ນໍ້າຂອງ ທີ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມເສຍສະຫຼະ, ມີຫົວຄິດປະດິດສ້າງ ແລະ ມີຄວາມຮັບຜິດຊອບສູງ, ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ບັນດາຄູ່ຮ່ວມງານ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງອື່ນໆ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມືທີ່ດີຕະຫຼອດມາ. ນອກນັ້ນ, ຍັງໄດ້ຢືນຢັນຄືນຄວາມໝາຍໝັ້ນ ທີ່ ສປປ ລາວ ຈະສືບຕໍ່ຊຸກຍູ້ ແລະ ໃຫ້ການຮ່ວມມືແກ່ສະຖາບັນແມ່ນໍ້າຂອງ ໃນປັດຈຸບັນ ກໍຄື ໃນຕໍ່ໜ້າ ໂດຍສະເພາະ ໃນໄລຍະທີ່ ສປປ ລາວ ປະຕິບັດໜ້າທີ່ປະທານສະພາບໍລິຫານງານສະຖາບັນແມ່ນໍ້າຂອງ.

ພ້ອມນີ້, ຍັງມີຜູ້ຕາງໜ້າຈາກສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ, ສປ ຈີນ ແລະ ສສ ຫວຽດນາມ ທີ່ຂອນແກ່ນ ໄດ້ຂຶ້ນກ່າວຄໍາເຫັນຊົມເຊີຍໃນງານດັ່ງກ່າວ. ຄຽງຄູ່ກັນນີ້, ທ່ານ Narongchai Akrasanee ປະທານຄະນະປະຈໍາສະຖາບັນແມ່ນໍ້າຂອງ ກໍໄດ້ຂຶ້ນກ່າວຄໍາເຫັນ ເພື່ອຫວນຄືນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງສະຖາບັນແມ່ນໍ້າຂອງ ຕະຫຼອດ 3 ທົດສະວັດຜ່ານມາ.

ໃນໂອກາດນີ້, ທ່ານ Suriyan Vichitlekarn ໄດ້ຂຶ້ນກ່າວຄໍາເຫັນອໍາລາ ໃນໂອກາດສິ້ນສຸດວາລະການດໍາລົງຕໍາແໜ່ງເປັນຜູ້ອໍານວຍການສະຖາບັນແມ່ນໍ້າຂອງ ແລະ ທ່ານ ອານຸລັກ ກິດຕິຄຸນ ກໍໄດ້ຂຶ້ນກ່າວຄໍາເຫັນແນະນໍາຕົນເອງ ໃນໂອກາດເຂົ້າຮັບຕໍາແໜ່ງເປັນຜູ້ອໍານວຍການຄົນໃໝ່ ຂອງສະຖາບັນແມ່ນໍ້າຂອງ.

KPL

ຂ່າວອື່ນໆ

    • ແຂ່ງຂັນຄົນລາວຮ້ອງເພງຈີນພາຍໃຕ້ຫົວຂໍ້ "ສຽງເພງແຫ່ງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ"ວັດທະນະທຳ-ສັງຄົມ

      ແຂ່ງຂັນຄົນລາວຮ້ອງເພງຈີນພາຍໃຕ້ຫົວຂໍ້ "ສຽງເພງແຫ່ງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ"

      9/30/2026 8:57:28 AM

      ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແລະ ສະພາການຄ້າຈີນ ປະຈຳລາວ ຈັດການແຂ່ງຂັນຄົນລາວຮ້ອງເພງຈີນ ຄັ້ງທີ 5 ພາຍໃຕ້ຫົວຂໍ້ “ສຽງເພງແຫ່ງແມ່ນ້ຳຂອງ-ນ້ຳລ້ານຊ້າງ”

    • ເປີດແລ່ນຂະບວນລົດໄຟຟ້າຖ້ຽວເຊົ້າຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນວັດທະນະທຳ-ສັງຄົມ

      ເປີດແລ່ນຂະບວນລົດໄຟຟ້າຖ້ຽວເຊົ້າຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນ

      9/30/2026 8:50:43 AM

      ທາງລົດໄຟ ລາວ-ຈີນ ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າ (C95) ຄັ້ງທຳອິດ ຈາກສະຖານີບໍ່ເຕ່ນ-ນະຄອນຫຼວງວຽງຈັນ ຢ່າງເປັນທາງການ ໃນວັນທີ 28 ກັນຍາ 2026 ນີ້.

    • ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນວັດທະນະທຳ-ສັງຄົມ

      ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນ

      9/30/2026 1:41:53 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ກອງປະຊຸມ ພົບປະຂ້ັນສູງ ເພ່ືອທົບທວນຜົນ ການຮ່ວມມື ແລະ ກໍານົດທິດທາງ ສືບຕໍ່ພັດທະນາສາຍພົວພັນສອງ ແຂວງ ຄໍາມ່ວນ ແລະ ຮ່າຕິ່ງ ໃຫ້ ເລິກເຊິ່ງ ແລະ ເປັນຮູບປະທໍາ ຈັດ ຂຶ້ນໃນໃນອາທິດຜ່ານມາ ທີ່ຕາ ແສງແຫ່ງແຊນ ແຂວງຮ່າຕິ່ງ ສສ ຫວຽດນາມ, ໂດຍມີ ທ່ານ ໄຊ ຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຄຳມ່ວນ, ທ່ານ ຫງ້ວຽນ ຢຸຍ ເລີ່ມ ເລຂາພັກແຂວງຮ່າຕິ່ງ ພ້ອມດ້ວຍ ຜູ້ແທນຈາກບັນດາພະແນກການ, ຂະແໜງການ ແລະ ທ້ອງຖິ່ນຂອງ ສອງຝ່າຍເຂົ້າຮ່ວມ.

    • ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນວັດທະນະທຳ-ສັງຄົມ

      ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນ

      9/28/2026 10:18:54 AM

      ໃນໂອກາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ, ທັງເປັນປີມິດຕະພາບ ຈີນ-ລາວ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ຈັດງານພົບປະສົ່ງເສີມວັດທະນະທຳ ແລະ ການທ່ອງທ່ຽວ ໃນຫົວຂໍ້: “ພົບພໍ້ກວາງຊີ” ຢູ່ນະຄອນຫລວງວຽງຈັນ ເພື່ອຊຸກຍູ້ການຮ່ວມມືຕົວຈິງ ລະຫວ່າງ ຂະແໜງການທ່ອງທ່ຽວຂອງກວາງຊີ ແລະ ສປປ ລາວ ໃນວັນທີ 24 ກັນຍາ 2026 .

    • ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026

      9/24/2026 5:51:15 PM

      ໃນວັນທີ 23 ກັນຍາ 2026 ນີ້, ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ພາຍໃຕ້ຫົວຂໍ້: “ຮ່ວມກັນຊົມພະຈັນດວງດຽວກັນ-ອ່ານບົດກະວີໃນບຸນໄຫວ້ພະຈັນ” ໂດຍມີ ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ມີຮອງຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດລາວ, ມີຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄູ-ອາຈານ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

ads
ads

Top