ໂຮງຮຽນ ຫລາຍກວ່າ 600 ແຫ່ງ ຢູ່ມາເລເຊຍ ຈະໂຈະການຮຽນ-ການສອນ ຍ້ອນໝອກຄວັນ

05/09/2026 20:37
ຂປລ ຕາມການປະກາດ ຢ່າງເປັນທາງການຂອງມາເລເຊຍ, ຍ້ອນໄດ້ຮັບຜົນກະທົບ ຈາກໝອກຄວັນ ທີ່ຕິດຕໍ່ກັນ, ໂຮງຮຽນປະຖົມ ແລະ ມັດທະຍົມ ຫລາຍກວ່າ 600 ແຫ່ງ ໃນລັດຊາຣາວັກ ຂອງມາເລເຊຍ ຈະໂຈະການຮຽນ​-ການ​ສອນ ແຕ່ວັນທີ 7 ຫາ 11 ກັນຍານີ້, ໂດຍມີນັກຮຽນປະມານ 198.600 ຄົນ ຈະຮຽນຢູ່ເຮືອນ.

ຂປລ. ວິທະຍຸ ໂທລະພາບ ສູນກາງຈີນ, ຕາມການປະກາດ ຢ່າງເປັນທາງການຂອງມາເລເຊຍ, ຍ້ອນໄດ້ຮັບຜົນກະທົບ ຈາກໝອກຄວັນ ທີ່ຕິດຕໍ່ກັນ, ໂຮງຮຽນ ປະຖົມ ແລະ ມັດທະຍົມ ຫລາຍກວ່າ 600 ແຫ່ງ ໃນລັດຊາຣາວັກ ຂອງມາເລເຊຍ ຈະໂຈະການຮຽນ​-ການ​ສອນ ແຕ່ວັນທີ 7 ຫາ 11 ກັນຍານີ້, ໂດຍມີນັກຮຽນປະມານ 198.600 ຄົນ ຈະຮຽນຢູ່ເຮືອນ. ສຳນັກງານ ນາຍົກລັດຖະມົນຕີ ມາເລເຊຍ ໄດ້ອອກຖະແຫລງການວ່າ: ຍ້ອນເຂດສ່ວນໜຶ່ງ ຂອງລັດຊາຣາວັກ ປະສົບໄພໝອກຄວັນ ທີ່ຮຸນແຮງ, ຕົວເລກດັດຊະນີ ມົນລະພິດທາງອາກາດ ໄດ້ສູງຂຶ້ນສູ່ລະດັບ "ອັນຕະລາຍທີ່ສຸດ", ທ່ານ ອິບຣາຮິມ ຊຸນດານ ອິສຄານດາ ປະມຸກລັດ ສູງສຸດຂອງມາເລເຊຍ ໄດ້ອະນຸມັດໃຫ້ປະກາດ ໃຊ້ພາວະສຸກເສີນ ໃນເຂດທີ່ໄດ້ຮັບຜົນກະທົບ. ຍ້ອນຜົນກະທົບຈາກ ປາກົດການ ເອນີໂນ, ບາງພື້ນທີ່ຂອງ ອິນໂດເນເຊຍ ໄດ້ເກີດໄຟໄໝ້ປ່າໃນມໍ່ໆມານີ້, ສ້າງໝອກຄວັນຈຳນວນຫລວງຫລາຍ ແຜ່ລາມໄປສູ່ ປະເທດມາເລເຊຍ ແລະ ສິງກະໂປ ທີ່ເປັນປະເທດໃກ້ຄຽງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top