ປະກາດສ້າງຕັ້ງ ໂຮງຮຽນມັດຖະຍົມຕອນຕົ້ນສົງ ເມືອງເງິນ

07/09/2026 18:09
Email Print 4516
ຂປລ ພິທີປະກາດສ້າງຕັ້ງ ໂຮງຮຽນມັດທະຍົມຕົ້ນສົງ ເມືອງເງິນ ແຂວງໄຊຍະບູລີ ຈັດຂຶ້ນໃນວັນທີ 3 ກັນຍາ 2026 ຢູ່ວັດສະຫຼີດອນແກ້ວ ບ້ານແກ້ວດອນຄູນ ເມືອງເງິນ ແຂວງໄຊຍະບູລີ ໂດຍມີພະອາຈານໃຫຍ່ ພັນທອງ ໂພມີໄຊ ຄະນະປະຈຳສູນກາງ ອົງການພຸດທະສາສະໜາສຳພັນລາວ (ອພສ), ຮອງຫົວໜ້າກຳມາທິການສຶກສາສົງສູນກາງ ແລະ ທ່ານ ອິນເນດ ຂຽວສີຟ້າ ຮອງເລຂາພັກເມືອງ, ປະທານຄະນະກຳມະການອົງການປົກຄອງເມືອງເງິນ, ມີພະເຖຣານຸເຖຣະ ຈາກສູນກາງ, ແຂວງ, ເມືອງ, ຄະນະນຳຂອງເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທັງນີ້, ກໍເພື່ອເປັນການຂະຫຍາຍໂອກາດທາງດ້ານການສຶກສາ ໃຫ້ແກ່ພະພິກຂຸສົງ-ສາມະເນນ ໃນທ້ອງຖິ່ນ, ເປີດໂອກາດໃຫ້ໄດ້ສຶກສາທັງທາງທຳ (ຫຼັກທຳຄຳສອນ) ແລະ ທາງໂລກ (ວິຊາສາມັນ) ຄວບຄູ່ກັນໄປ. ພ້ອມນີ້, ຍັງເປັນການສ້າງບຸກຄະລາກອນທີ່ມີຄຸນນະພາບ ທັງດ້ານຄວາມຮູ້ ແລະ ຄຸນສົມບັດ ມາຊ່ວຍພັດທະນາປະເທດຊາດ ແລະ ສືບທອດພະພຸດທະສາສະໜາ.

ທ່ານ ບຸນລົດ ສີຖາວອນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ໃຫ້ຮູ້ວ່າ: ການສຶກສາຂອງພະສົງ-ສາມະເນນພາຍໃນເມືອງເງິນ ໃນໄລຍະຜ່ານມາ ແມ່ນໄດ້ເຂົ້າຮຽນຮ່ວມກັບສຶກສາຝ່າຍໂລກ ຊຶ່ງມີຄວາມຫຍຸ້ງຍາກ, ບໍ່ໄດ້ຮຽນຫຼັກສູດສາຍພຸດທະສາສະໜາ ເປັນຕົ້ນແມ່ນວິຊາທຳມະ-ປາລີ-ວິໄນ ຊຶ່ງເປັນວິຊາຫຼັກຂອງພະສົງ-ສາມະເນນ. ໃນໄລຍະຜ່ານມາ, ນັກຮຽນທີ່ເປັນພະສົງ-ສາມະເນນທີ່ຢູ່ຕາມວັດຕ່າງໆພາຍໃນເທສະບານເມືອງເງິນ ແມ່ນໄດ້ໄປເຂົ້າຮຽນທີ່ໂຮງຮຽນມັດທະຍົມສົມບູນເມືອງເງິນ ແລະ ໂຮງຮຽນມັດທະຍົມສົມບູນນໍ້າເງິນ ຮ່ວມກັບອອກຕົນຍາດໂຍມ ລວມທັງຍິງ-ຊາຍໃນໂຮງຮຽນສາມັນຝ່າຍນອກ, ແຕ່ມີຈຳນວນໜຶ່ງກໍໄດ້ໄປຮຽນຕໍ່ຢູ່ໂຮງຮຽນສົງຢູ່ຕ່າງເມືອງ, ຕ່າງແຂວງທີ່ມີໂຮງຮຽນສົງ ຍ້ອນໂຮງຮຽນສົງສະເພາະຢູ່ໃນເມືອງເງິນຍັງບໍ່ທັນມີ. ໃນສົກຮຽນ 2020-2021 ອພສ ເມືອງ ໄດ້ສົມທົບກັບຫ້ອງການສຶກສາທິການ ແລະ ກິລາເມືອງ, ອົງການປົກຄອງເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຫັນດີເປັນເອກະພາບເປີດຫ້ອງຮຽນສົງ ຢູ່ວັດສະຫຼີດອນແກ້ວ ຂຶ້ນກັບໂຮງຮຽນ ມສ ເມືອງເງິນ ແລະ ໄດ້ສະເໜີສ້າງຕັ້ງເປັນໂຮງຮຽນມັດທະຍົມຕົ້ນສົງ ເມືອງເງິນ. ມາຮອດສົກຮຽນ 2025-2026 ຈຶ່ງໄດ້ຮັບອະນຸມັດສ້າງຕັ້ງຂຶ້ນ ແລະ ມື້ນີ້ກໍໄດ້ຈັດພິທີປະກາດສ້າງຕັ້ງ ໂຮງຮຽນມັດທະຍົມຕົ້ນສົງ ເມືອງເງິນ ແຂວງໄຊຍະບູລີ ຢ່າງເປັນທາງການ.

ໂຮງຮຽນມັດທະຍົມຕອນຕົ້ນສົງ ເມືອງເງິນ ປະກອບມີ ອາຄານຮຽນ 1 ຫຼັງ, ມີ 6 ຫ້ອງ, ເປັນອາຄານຖາວອນ ໃຊ້ເປັນຫ້ອງຮຽນ 4 ຫ້ອງ, ຫ້ອງການ 1 ຫ້ອງ, ຫ້ອງຄອມພິວເຕີ 1 ຫ້ອງ, ມີຄອມພິວເຕີຈຳນວນ 12 ຊຸດ, ເຄື່ອງປຣິນເອກະສານ 3 ໜ່ວຍ, ເຄື່ອງ LCD 1 ຊຸດ, ມີຫ້ອງນໍ້າຖາວອນ 6 ຫ້ອງ, ມີລະບົບໄຟຟ້າໃນອາຄານຄົບຊຸດ. ປັດຈຸບັນ (ສົກຮຽນ 2026-2027) ມີຄູສອນ ທັງໝົດ 8 ທ່ານ, ເປັນພະສົງ 3 ອົງ, ຄະລຶຫັດ 5 ຄົນ, ຍິງ 2 ຄົນ, ມີນັກຮຽນທັງໝົດ 66 ອົງ. ໃນນັ້ນ, ຂັ້ນ ມ1 ມີ 1 ຫ້ອງ ມີນັກຮຽນ 26 ອົງ, ມ2 ມີ 1 ຫ້ອງ ມີນັກຮຽນ 18 ອົງ, ມ3 ມີ 1 ຫ້ອງ ມີນັກຮຽນ 8 ອົງ ແລະ ມ4 ມີ 1 ຫ້ອງ ມີນັກຮຽນ 14 ອົງ.

ໂອກາດດຽວກັນນີ້, ຄະນະກຳມາທິການເຜີຍແຜ່ສີລະທຳ ແລະ ປະຕິບັດກຳມະຖານ ນະຄອນຫຼວງວຽງຈັນ ກໍໄດ້ມອບອຸປະກອນການຮຽນ-ການສອນ ແລະ ທຶນການສຶກສາຈຳນວນໜຶ່ງໃຫ້ແກ່ນັກຮຽນພາຍໃນໂຮງຮຽນດັ່ງກ່າວ.



KPL

ຂ່າວອື່ນໆ

    • ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍສຶກສາ-ກິລາ

      ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ

      10/19/2026 10:06:39 AM

      ເມື່ອບໍ່ດົນມານີ້, ວິທະຍາໄລສິລະປະແຫ່ງຊາດ, ສະຖານທູດຮົງກາຣີ ປະຈຳລາວ ແລະ ສະຖາບັນ Liszt - ສູນວັດທະນະທຳຮົງກາຣີ ປະຈຳປັກກິ່ງ ໄດ້ສຳເລັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ (Kodály) ໂດຍມີ ທ່ານ ວິລະພັນ ຊາພູວົງ ຜູ້ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ທ່ານ László Takács ເອກອັກຄະລັດຖະທູດຮົງກາຣີ ປະຈຳ ສປປ ລາວ, ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

    • ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມສຶກສາ-ກິລາ

      ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

      10/15/2026 11:32:50 AM

      ລັດຖະບານອົດສະຕຣາລີ ແລະ ລັດຖະບານຍີ່ປຸ່ນ ໄດ້ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ສຳລັບໂຮງຮຽນປະຖົມສຶກສາ (ຊັ້ນ ປ.1-ປ.5) ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ທີ່ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນສາມາດສືບຕໍ່ການຮຽນ-ການສອນໄດ້.

    • ສສກ ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງສຶກສາ-ກິລາ

      ສສກ ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ

      10/14/2026 9:40:14 AM

      ກະຊວງສຶກສາທິການ ແລະ ກິລາ ເປີດຊຸດຝຶກອົບຮົມຫຼັກສູດການບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ (ປະເພດ 3) ພາຍໃຕ້ການເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພະນັກງານບໍລິຫານຂັ້ນຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມພາຍໃນກະຊວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ ແລະ ຫົວໜ້າຫ້ອງການຂອງມະຫາວິທະຍາໄລ ເຂົ້າຮ່ວມ.

    • ມະຫະກຳທັກສະໄວໜຸ່ມ ສົ່ງເສີມບົດບາດ ຂອງໄວໜຸ່ມລາວຕໍ່ການພັດທະນາປະເທດຊາດສຶກສາ-ກິລາ

      ມະຫະກຳທັກສະໄວໜຸ່ມ ສົ່ງເສີມບົດບາດ ຂອງໄວໜຸ່ມລາວຕໍ່ການພັດທະນາປະເທດຊາດ

      10/13/2026 9:46:38 AM

      ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຮ່ວມກັບອົງການອຸຍນີເຊັບ ຈັດງານວາງສະແດງ ແລະ ມະຫາກຳທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ “ການລົງທຶນໃສ່ໄວໜຸ່ມ” ໂດຍໄດ້ນຳສະແດງທັກສະ, ຄວາມຄິດສ້າງສັນ ແລະ ຄວາມເປັນຜູ້ນຳຂອງໄວໜຸ່ມລາວ, ພ້ອມທັງບົດບາດການປະກອບສ່ວນຂອງໄວໜຸ່ມ ຕໍ່ການພັດທະນາປະເທດຊາດ ໃນຂະນະທີ່ ສປປ ລາວ ກຳລັງກະກຽມກ້າວອອກຈາກສະຖານະປະເທດດ້ອຍພັດທະນາໃນເດືອນພະຈິກນີ້.

    • ສານຊົມເຊີຍວັນຄູແຫ່ງຊາດ ຈາກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາສຶກສາ-ກິລາ

      ສານຊົມເຊີຍວັນຄູແຫ່ງຊາດ ຈາກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ

      10/9/2026 10:32:58 PM

      ວັນທີ 5 ຕຸລາ 2026 ຜ່ານມາ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງສະຫາຍ ສະເຫຼີມໄຊ ກົມມະສິດ ໃນໂອກາດທີ່ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ads
ads

Top