ທະນາຄານກາງໄທ ມີແຜນຈະອອກ 3 ມາດຕະການ ເພື່ອແກ້ໄຂຂໍ້ຫຍຸ້ງຍາກ ໃນການລະດົມທຶນ

11/09/2026 12:26
Email Print 118
ຂປລ ທະນາຄານກາງໄທ ມີແຜນຈະອອກ 3 ມາດຕະການ ເພື່ອຂະຫຍາຍ ຊ່ອງທາງການລະດົມທຶນ, ຫຼຸດຕົ້ນທຶນ ໃນການ ລະດົມທຶນ ແລະ ຄວາມສ່ຽງດ້ານສິນເຊື່ອລົງ ໃຫ້ແກ່ ວິສາຫະກິດ ຂະໜາດກາງ ແລະ ນ້ອຍ ຂອງໄທ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ທ່ານ ວິໄທ ຣັດຕະນາກອນ ຜູ້ວ່າການທະນາຄານກາງໄທ ໄດ້ກ່າວໃນເວທີປຶກສາຫາລື ວ່າດ້ວຍການພັດທະນາ ໃນອະນາຄົດຂອງໄທ ທີ່ຈັດຂຶ້ນຢູ່ນະຄອນ ຫລວງ ບາງກອກ ເມື່ອບໍ່ດົນມານີ້ວ່າ: ທະນາຄານກາງໄທ ມີແຜນຈະອອກ 3 ມາດຕະການ ເພື່ອຂະຫຍາຍ ຊ່ອງທາງການລະດົມທຶນ, ຫຼຸດຕົ້ນທຶນ ໃນການລະດົມທຶນ ແລະ ຄວາມສ່ຽງດ້ານສິນເຊື່ອລົງ ໃຫ້ແກ່ ວິສາຫະກິດ ຂະໜາດກາງ ແລະ ນ້ອຍ ຂອງໄທ. ອີງຕາມແຜນທີ່ກ່ຽວຂ້ອງ, ກ່ອນອື່ນ ທະນາຄານກາງໄທ ຈະອອກເວທີເງິນກູ້ສິນເຊື່ອ ກ່ອນທ້າຍປີ 2026 ເຊິ່ງມີບົດບາດເປັນເວທີລະດົມທຶນ ລະຫວ່າງ ວິສາຫະກິດ ຂະໜາດກາງ ແລະ ນ້ອຍ-ທະນາຄານ-ອົງການການເງິນ ທີ່ບໍ່ແມ່ນທະນາຄານ. ຖັດມາ, ຈະຄົ້ນຄວ້າ ກ່ຽວກັບ ການສ້າງກົນໄກ ຮັບປະກັນສິນເຊື່ອໃໝ່ ແລະ ພະຍາຍາມ ເປີດນໍາໃຊ້ໃນປີ 2027. ສຸດທ້າຍ, ຈະນໍາໃຊ້ຂໍ້ມູນທາງເລືອກ ເພື່ອປະເມີນຄວາມສາມາດ ໃນການຊໍາລະໜີ້ ຂອງວິສາຫະກິດຂະໜາດກາງ ແລະ ນ້ອຍທີ່ຂາດການບັນທຶກ ທາງດ້ານເງິນແບບດັ້ງເດີມ ເພື່ອຊ່ວຍວິສາຫະກິດ ໃຫ້ໄດ້ຮັບການສະໜັບສະໜູນ ດ້ານເງິນກູ້ສິນເຊື່ອຫລາຍຂຶ້ນກວ່າເກົ່າ.ທ່ານ ວິໄທ ຣັດຕະນາກອນ ເຫັນວ່າ: ການປັບປຸງສະພາບແວດລ້ອມ ການລະດົມທຶນ ຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ ໃຫ້ດີຂຶ້ນ ແມ່ນມີຄວາມໝາຍສໍາຄັນຍິ່ງ ຕໍ່ການຊຸກຍູ້ການເຕີບໂຕ ຂອງວິສາຫະກິດ, ການປະກອບອາຊີບຢ່າງໝັ້ນທ່ຽງ ແລະ ການຊຸກຍູ້ການຟື້ນຕົວ ຂອງເສດຖະກິດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top