ຂປລ
ເນື່ອງໃນໂອກາດ ກອງປະຊຸມສຸດຍອດບຣິກສ໌ ຄັ້ງທີ 18 ຈະຈັດຂຶ້ນໃນໄວໆນີ້, ຜົນການສໍາຫລວດ ຄວາມເຫັນຂອງ ຊາວເນັດ 12.250 ຄົນ ຈາກ 41 ປະເທດ ທົ່ວໂລກ ທີ່ດຳເນີນໂດຍໂທລະພາບສາກົນຈີນ (CGTN) ທີ່ສັງກັດວິທະຍຸ ໂທລະພາບ ສູນກາງຈີນ (CMG)

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເນື່ອງໃນໂອກາດ ກອງປະຊຸມສຸດຍອດບຣິກສ໌ ຄັ້ງທີ 18 ຈະຈັດຂຶ້ນໃນໄວໆນີ້, ຜົນການສໍາຫລວດ ຄວາມເຫັນຂອງຊາວເນັດ 12.250 ຄົນ ຈາກ 41 ປະເທດ ທົ່ວໂລກ ທີ່ດຳເນີນໂດຍໂທລະພາບສາກົນຈີນ (CGTN) ທີ່ສັງກັດວິທະຍຸໂທລະພາບ ສູນກາງຈີນ (CMG) ສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 63% ເຫັນວ່າ: ປະເທດ ສະມາຊິກ ບຣິກສ໌ ມີອິດທິພົນສູງຂຶ້ນ ຕໍ່ວຽກງານສາກົນ ໃນຊຸມປີມໍ່ໆມານີ້, 61,6% ເຫັນວ່າ: ການຮ່ວມມືຂອງບຣິກສ໌ ມີຜົນດີຕໍ່ການຊຸກຍູ້ ລະບຽບສາກົນ ໃຫ້ພັດທະນາ ໄປສູ່ທິດທາງທີ່ມີຄວາມຍຸດຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ, ຂະນະທີ່ 65,6% ໄດ້ຕີລາຄາໃນທາງບົກ ຕໍ່ຄວາມພະຍາຍາມ ຂອງປະເທດສະມາຊິກ ບຣິກສ໌ ໃນການຊຸກຍູ້ການຊໍາລະເງິນ ດ້ວຍເງິນຕາ ຂອງປະເທດຕົນ ກໍຄື ຊຸກຍູ້ການຫັນເປັນ ຫລາຍເຄົ້າ ຂອງລະບົບເງິນຕາສາກົນ, ພ້ອມທັງ ເຫັນວ່າ ນີ້ໄດ້ຍົກສູງສິດ ໃນການປະກອບຄໍາເຫັນ ຂອງບັນດາປະເທດເຂດໂລກໃຕ້ ກ່ຽວກັບການບໍລິຫານ ດ້ານການເງິນທົ່ວໂລກ. ການສໍາຫລວດ ຄວາມ ເຫັນຄັ້ງນີ້ ໄດ້ກວມເອົາປະເທດ ທີ່ພັດທະນາແລ້ວ ແລະ ປະເທດເຂດໂລກໃຕ້ ທີ່ສໍາຄັນ ແລະ ຜູ້ຕອບແບບສອບຖາມ ລ້ວນແຕ່ ແມ່ນປະຊາຊົນທົ່ວໄປ ທີ່ມີອາຍຸ 18 ປີຂຶ້ນໄປ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL