ການສົ່ງອອກເຂົ້າສານ ໄດ້ຮັບຄວາມຫວັງ ຈະເພີ່ມລະດັບຄວາມໄວໃນທ້າຍປີນີ້

11/09/2026 12:38
Email Print 118
ຂປລ ໃນ 8 ເດືອນ​ຂອງ​ປີ 2026, ການ​ສົ່ງ​ອອກ ​ເຂົ້າ​ສາ​ນ ​ບັນລຸ ຫລາຍ​ກ່​ວາ 6 ລ້ານ​ໂຕນ, ດ້ວຍ​ມູນ​ຄ່າ​ ການ​ສົ່ງ​ອອກ​ບັນ​ລຸ​ເກືອບ 2,91 ຕື້ໂດລາສະຫະລັດ, ຫລຸດລົງ ​ເມື່ອ​ທຽບ​ກັບ ​ໄລ​ຍະ​ດຽວ​ກັນ​ ຂອງ​ປີ​ 2025.

ຂປ.ວິທະຍຸ ກະຈ່າຍສຽງ ຫວຽດນາມ, ຕາມກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ, ໃນ 8 ເດືອນ​ຂອງ​ປີ 2026, ການ​ສົ່ງ​ອອກ​ ເຂົ້າ​ສາ​ນ ​ບັນລຸ ຫລາຍ​ກ່​ວາ 6 ລ້ານ​ໂຕນ, ດ້ວຍ​ມູນ​ຄ່າ​ ການ​ສົ່ງ​ອອກ ​ບັນ​ລຸ​ເກືອບ 2,91 ຕື້ໂດລາສະຫະລັດ, ຫລຸດລົງ​ເມື່ອ​ທຽບ​ກັບ ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ 2025. ເຖິງ​ແນວນັ້ນ​ກໍ່​ຕາມ, ລາ​ຄາ​ສົ່ງ​ອອກ​ ເລີ່ມ​ຟື້ນ​ຟູ​ ພ້ອມ​ກັບ​ ບັນ​ດາ​ການ​ປ່ຽນ​ແປງ​ ກ່ຽວ​ກັບ​​ ການ​ສະ​ໜອງ-ຄວາມ​ຕ້ອງ​ການ ​ຢູ່​ບັນ​ດາ​ຕະຫລາດ​ໃຫ່​ຍ ທີ່​ພວມ​ສ້າງ​ໂອ​ກາດ​ ຕື່ມ​ອີກ ເພື່ອ​ໃຫ້​ຂະ​ແໜງນີ້ ເພີ່ມ​ລະ​ດັບ​ຄວາມ​ໄວ​ ໃນ​ເວ​ລາ​ທ້າຍ​ປີ. ໜ້າ​ສົນ​ໃຈ​ແມ່ນ, ໃນ​ເດືອນ​ກໍ​ລະ​ກົດ​ປີ 2026, ລາ​ຄາ​ສົ່ງ​ອອກ​ເຂົ້າ​ສານ​ ສະ​ເລ່ຍ ບັນ​ລຸ 511 ໂດລາ ສະຫະລັດ/ໂຕນ, ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ ​ໄດ້​ເພີ່ມ​ຂຶ້ນ​ ເມື່ອ​ທຽບ​ກັບ ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ 2025, ດ້ວຍ​ລະ​ດັບ ​ເພີ່ມ​ຂຶ້ນ​ 5,8%. ຄາດ​ວ່າ ທັງ​ປີ 2026, ຍອດ​ວົງ​ເງິນ​ສົ່ງ​ອອກ​ເຂົ້າ​ສານ​ຂອງ ສສ ຫວຽດ​ນາມ ບັນ​ລຸ​ປະ​ມານ 3,94 ຕື້ໂດລາສະຫະລັດ, ຫລຸດ 4% ເມື່ອ​ທຽບ​ກັບ ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ 2025. ສາຍ​ເຫດ​ຕົ້ນ​ຕໍ​ ແມ່ນ​ລາ​ຄາ​ສົ່ງ​ອອກ​ຕ່ຳ ​ໃນ​ຊຸມ​ເດືອນ​ຕົ້ນ​ປີ. ແຕ່​ເຖິງ​ແນວນັ້ນ​ກໍ່​ຕາມ, ທ່າ​ຟື້ນ​ຟູ​ລາ​ຄາ​ ນັບ​ແຕ່​ເດືອນ​ກໍ​ລະ​ກົດ​ ອາດ​ຈະ​ປະ​ກອບ​ສ່ວນ ​​ປັບ​ປຸງວົງ​ເງິນ​ສົ່ງ​ອອກ​ ໃນ​ຊຸມ​ເດືອນ​ທ້າຍ​ປີ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top