ລາຍງານການຄົ້ນຄວ້າ-ກວດກາການສະເໜີອະໄພຍະໂທດໃຫ້ແກ່ນັກໂທດ ທີ່ຖືກສານຕັດສິນປະຫານຊີວິດ ປະຈຳປີ 2026

07/09/2026 19:08
Email Print 1733
ຂປລ ກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ໄດ້ເປີດກອງປະຊຸມ ລາຍງານຜົນການຄົ້ນຄວ້າ, ກວດກາການສະເໜີຂໍອະໄພຍະໂທດໃຫ້ແກ່ນັກໂທດທີ່ຖືກສານຕັດສິນປະຫານຊີວິດ ປະຈຳປີ 2026 ໃນວັນທີ 3 ກັນຍາ 2026 ພາຍໃຕ້ການເປັນປະທານຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ, ມີບັນດາຮອງຫົວໜ້າກອງເລຂາ ແລະ ຄະນະກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ທີ່ມາຈາກອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ສານປະຊາຊົນສູງສຸດ ເຂົ້າຮ່ວມ.

ໃນວາລະກອງປະຊຸມ, ທ່ານ ບົວລີ ເພັດມີໄຊ ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ ໄດ້ລາຍງານຜົນການຄົ້ນຄວ້າ, ກວດກາ ຂອງນັກໂທດປະຫານຊີວິດ ປະຈຳປີ 2026 ຕາມຫ້ອງວ່າການສຳນັກງານປະທານປະເທດ ສັງລວມ ແລະ ນຳສົ່ງມາຍັງກອງເລຂາ ຄະນະກຳມະການອະໄພຍະໂທດລະດັບຊາດ ແລະ ຕາມຂໍ້ຕົກລົງແບ່ງຄວາມຮັບຜິດຊອບຂອງກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ສະບັບເລກທີ 52/ກລຂ, ລົງວັນທີ 2 ກໍລະກົດ 2026. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ມີການປະກອບຄຳຄິດຄຳເຫັນ ເຈາະຈິ້ມກ່ຽວກັບຜົນການຄົ້ນຄວ້າ, ກວດກາຂອງແຕ່ລະທ່ານ ທີ່ຮັບຜິດຊອບຄົ້ນຄວ້າ ຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ບົນພື້ນຖານຕາມລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບປັບປຸງປີ 2017 ເພື່ອເຮັດໃຫ້ການຄົ້ນຄວ້າຄຳຮ້ອງຂໍອະໄພຍະໂທດຂອງນັກໂທດປະຫານ ປະຈຳປີ 2026 ນີ້ມີຄວາມຍຸຕິທຳ, ໂປ່ງໃສ ແລະ ທັນກຳນົດເວລາ.

ໂອກາດນີ້, ທ່ານ ບຸນທັນ ບຸນທະວິໄລ ໄດ້ເນັ້ນໃຫ້ຄະນະຮັບຜິດຊອບກອງເລຂາ ຄະນະກຳມະການອະໄພຍະໂທດລະດັບຊາດ ຮີບຮ້ອນປັບປຸງຕາມການຕົກລົງຂອງກອງປະຊຸມ ໂດຍເນັ້ນໜັກໃຫ້ຜູ້ຮັບຜິດຊອບກວດກາຄືນກ່ຽວກັບບັນດາຂໍ້ມູນຕ່າງໆ ຂອງນັກໂທດແຕ່ລະຄົນ ໃຫ້ຖືກຕ້ອງຄົບຖ້ວນ ຮັບປະກັນບໍ່ໃຫ້ມີການຜິດພາດ ແລະ ຫຼີກລ່ຽງການປັບປຸງເອກະສານ ຫຼົບໄປຫຼົບມາຫຼາຍຄັ້ງ ເພື່ອນຳສະເໜີຕໍ່ກອງປະຊຸມຄະນະກຳມະການອະໄພຍະໂທດລະດັບຊາດ ພິຈາລະນາຕາມຂັ້ນຕອນທີ່ກຳນົດໄວ້ໃນ ລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ຮັບປະກັນໃຫ້ທັນກຳນົດເວລາ ໃນການສະເໜີຫາຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອສະເໜີຕໍ່ທ່ານປະທານປະເທດ ແຫ່ງ ສປປ ລາວ ອອກລັດຖະດຳລັດອະໄພຍະໂທດໃຫ້ແກ່ນັກໂທດ ໃນວັນຊາດທີ 2 ທັນວາ 2026.

ຂ່າວ: ສຸກ ອອປສ

KPL

ຂ່າວອື່ນໆ

    • ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດວັດທະນະທຳ-ສັງຄົມ

      ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ

      10/21/2026 9:53:28 AM

      ສປປ ລາວ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ ຊຶ່ງກຸ່ມອາຊະຍາກຳໄດ້ມີການເຄື່ອນໄຫວທີ່ເລິກແລບ ແລະ ສັບຊ້ອນຫຼາຍຂຶ້ນ ເນື່ອງຈາກ ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ໂດຍສະເພາະທີ່ຕັ້ງພູມສັນຖານຂອງປະເທດ, ສາເຫດຫຼັກແມ່ນການໄປອອກແຮງງານຢູ່ຕ່າງປະເທດແບບບໍ່ຖືກຕ້ອງ, ຄວາມບໍ່ເຂົ້າໃຈລະບຽບກົດໝາຍ ແລະ ປັດໄຈຊຸກຍູ້ຈາກເຕັກໂນໂລຊີ-ສື່ສັງຄົມອອນລາຍ.

    • ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງວັດທະນະທຳ-ສັງຄົມ

      ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງ

      10/21/2026 9:14:19 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ໃນອາທິດຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ, ສົມບູນ ເພື່ອກ້າວໄປສູ່ການຮັບຮອງ ແລະ ປະກາດໃຊ້.

    • ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນວັດທະນະທຳ-ສັງຄົມ

      ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນ

      10/19/2026 10:03:17 AM

      ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ໂດຍຈະຈັດຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆປິ່ນອ້ອມ.

    • ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

      10/16/2026 8:47:45 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມ ໄຊ ຈັດຝຶກອົບຮົມ ການກວດສອບ ສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃຫ້ວິຊາການສະເພາະ ດ້ານ ຂອງແຂວງເມື່ອມໍ່ໆມາ ນີ້ ໂດຍການເປັນປະທານຂອງ ທ່ານ ວິໄຊ ບຸລະສິນ ຮອງຫົວໜ້າ ພະແນກກະສິກຳ ແລະ ສ່ິງແວດ ລ້ອມ ແຂວງອຸດົມໄຊ ພ້ອມດ້ວຍຜ້ ຕາງໜ້າຈາກສູນປ້ອງກັນພືດ, ກົມ ປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກໂຄງການຟາມ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄຊ, ເມືອງ ແບງ, ເມືອງຮຸນ ແລະ ເມືອງນາໝໍ້ ທີ່ນອນຢູ່ໃນເປົ້າໝາຍເຂົ້າຮ່ວມ.

    • ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະວັດທະນະທຳ-ສັງຄົມ

      ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະ

      10/16/2026 8:42:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະ ກຳມະການປົກຄອງ ແຂວງຊຽງ ຂວາງ ພ້ອມດ້ວຍຄະນະໄດ້ຕ້ອນ ຮັບພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ຮອງຫົວໜ້າຫ້ອງການບໍລິຫານງານສູນກາງ ອົງການພຸດ ທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ຈາກແຂວງຊຽງ ຂວາງ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ເຂົ້າພົບປະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການ ແຂວງ.

ads
ads

Top