ສປ ຈີນ ສົ່ງດາວທຽມ 6 ດວງຂຶ້ນສູ່ອະວະກາດສຳເລັດ

11/09/2026 12:10
ຂປລ ສປ ຈີນ ​ໄດ້​ສົ່ງ​ດາວທຽມ 6 ດວງຂຶ້ນ​ສູ່​ ອະ​ວະ​ກາດ ​ຢ່າງ​ສຳ​ເລັດ​ຜົນ​ ດ້ວຍ​ຈະ​ຫລວດ ສົ່ງຍານສາງ​ເຈີ່ງ CZ-4B, ໃນນັ້ນ ມີ​ດາວທຽມສໍາຫລວດ ໄລຍະໄກເລກ 53 3 ດວງ ແລະ ​​ດາວທຽມສໍາຫລວດ ໄລຍະໄກ ເລກ 56 3 ດວງ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເວລາ 17 ​ໂມງ​ຂອງ​ວັນ​ທີ 10 ກັນຍາ​ນີ້ ຢູ່​ຖານ​ສົ່ງ​ດາວ​ທຽມ ຈິວສວນຂອງ ສປ ຈີນ,  ສປ ຈີນ ​ໄດ້​ສົ່ງ​ດາວທຽມ 6 ດວງຂຶ້ນ​ສູ່​ ອະ​ວະ​ກາດ ​ຢ່າງ​ສຳ​ເລັດ​ຜົນ​ ດ້ວຍ​ຈະ​ຫລວດ ສົ່ງຍານສາງ​ເຈີ່ງ CZ-4B, ໃນນັ້ນ ມີ​ດາວທຽມສໍາຫລວດ ໄລຍະໄກເລກ 53 3 ດວງ ແລະ ​​ດາວທຽມສໍາຫລວດ ໄລຍະໄກ ເລກ 56 3 ດວງ. ດາວທຽມທັງ 6 ດວງໄດ້ເຂົ້າສູ່ ວົງໂຄຈອນ ທີ່ກຳນົດໄວ້ລ່ວງໜ້າ, ເຮັດໃຫ້ການປະຕິບັດພາລະກິດ ສົ່ງດາວ​ທຽມຂຶ້ນສູ່ອະວະກາດ ໃນຄັ້ງນີ້ ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ດາວທຽມເຫລົ່ານີ້ ຕົ້ນຕໍແມ່ນ ໃຊ້ໃນການທົດລອງ ທາງດ້ານວິທະຍາສາດ, ການສໍາຫລວດທີ່ດິນ ແລະ ຊັບພະຍາກອນ ທໍາມະຊາດ, ການປະເມີນ ຜົນຜະລິດ ຂອງກະສິກໍາ, ການປ້ອງກັນ ແລະ ຫລຸດຜ່ອນໄພພິບັດ ແລະ ອື່ນໆ. ການສົ່ງດາວທຽມຄັ້ງນີ້ ເປັນການປະຕິບັດ ພາລະກິດ ຄັ້ງທີ 666 ຂອງຈະຫລວດ ສົ່ງຍານສາງເຈິ່ງ.\.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top