ເຜີຍແຜ່ນິຕິກຳຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດ

21/08/2026 09:40
ຂປລ ຫ້ອງການສະພາວິທະຍາສາດແຫ່ງຊາດ (ຫສວຊ), ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບການຄຸ້ມຄອງ ແລະ ສົ່ງເສີມນັກຄ້ົນຄວ້າວິທະຍາສາດ (ກພວຕ) ໃນວັນທີ 18 ສິງຫາ 2026 ຢູ່ມະຫາວິທະຍາໄລ ສຸພານຸວົງ ແຂວງຫລວງພະບາງ.

     ຂປລ. ໃຫ້ກຽດເປັນປະທານໂດຍທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານສະພາວິທະຍາສາດແຫ່ງຊາດ, ທັງເປັນປະທານສະພາບໍລິຫານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ມີບັນດາຄະນະນຳ, ຫົວໜ້າຫ້ອງວ່າການແຂວງ, ຕາງໜ້າພະແນກການອ້ອມຂ້າງແຂວງ, ພະແນກສຶກສາທິການ ແລະ ກິລາ ຈາກ 7 ແຂວງພາກເໜືອ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ກ່າວວ່າ: ການເຜີຍແຜ່ນິຕິກຳກ່ຽວກັບການຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດ ແມ່ນມີຄວາມສໍາຄັນຢ່າງຍິ່ງເພາະໄດ້ເຜີຍແຜ່ບັນດານິຕິກຳ ແລະ ເອກະສານສຳຄັນຂອງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ເປັນຕົ້ນດຳລັດວ່າດ້ວຍນັກຄົ້ນຄວ້າວິທະຍາສາດ; ຄຳແນະນຳການໃຫ້ນາມມະຍົດນັກຄົ້ນຄວ້າວິທະຍາສາດ ແລະ ລາງວັນວິທະຍາສາດ; ຄຳແນະນຳວ່າດ້ວຍການສະໜັບສະໜູນສ້າງຄວາມເຂັ້ມແຂງດ້ານວິທະຍາສາດ, ເຕັກໂນໂລຊີ-ນະວັດຕະກຳ ແລະ ຄວາມສຳຄັນ ຂອງການລົງທະບຽນນັກຄົ້ນຄວ້າ ວິທະຍາສາດໃນຖານຂໍ້ມູນນັກຄົ້ນ ຄວ້າວິທະຍາສາດ ເພື່ອເກັບກໍາເອົາ ບັນດາຂໍ້ມູນນັກຄົ້ນຄວ້າໃນການ ແຕ່ງຕັ້ງເປັນຄະນະກຳມະການ ວິຊາການ, ຄະນະວິຊາການກັ່ນ ຫົວຂ້ໍຄ້ົນຄວ້າ ແລະ ການເກັບກຳຜົນງານການຄົ້ນຄວ້າ ເພື່ອເປັນການສົ່ງເສີມ, ໃຫ້ລາງວັນ, ນາມມະຍົດ ແລະ ຕຳແໜ່ງນັກຄ້ົນຄວ້າວິທະຍາສາດໃຫ້ແກ່ບັນດານັກຄ້ົນຄວ້າຜູ້ທີ່ມີຜົນງານດີເດັ່ນໃນວຽກງານການຄົ້ນຄວ້າວິທະຍາສາດ, ເພື່ອສ້າງແຮງຈູງໃຈໃຫ້ແກ່ນັກຄ້ົນຄວ້າຮຸ່ນໃໝ່ ໃນການສຸມສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນການສ້າງຜົນງານການຄົ້ນຄວ້າວິທະຍາສາດໃຫ້ເພີ່ມຂຶ້ນເລື້ອຍໆ. 

    ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ດໍາລັດວ່າ ດ້ວຍນັກຄົ້ນຄວ້າວິທະຍາສາດ, ຄໍາແນະນຳການໃຫ້ນາມມະຍົດນັກຄົ້ນຄວ້າວິທະຍາສາດ ແລະ ລາງວັນວິທະຍາສາດ; ຂໍ້ຕົກລົງວ່າດ້ວຍການສະໜັບສະໜູນທຶນສ້າງຄວາມເຂ້ັມແຂງດ້ານວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ; ວຽກງານຖານຂ້ໍມູນນັກຄົ້ນຄວ້າວິທະຍາສາດຂອງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ແລະ ໄດ້ຮັບຟັງການນຳສະເໜີຫົວຂໍ້ຄົ້ນຄວ້າ ປີ 2023-2024 ແລະ ນຳສະເໜີຜົນຂອງການຈັດຕັ້ງປະຕິບັດຫົວຂ້ໍຄົ້ນຄວ້າວິທະຍາສາດຕື່ມອີກ.

       ຂ່າວ: ລູກນ້ຳເຊ

KPL

ຂ່າວອື່ນໆ

ads
ads

Top