ຂປລ
ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ລາຍງານວ່າ: ໃນໄລຍະ 8 ເດືອນຜ່ານມາ, ມູນຄ່າ ການສົ່ງອອກ ສິນໃນນໍ້າ ບັນລຸ 8 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນເກືອບ 12%.
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ລາຍງານວ່າ: ໃນໄລຍະ 8 ເດືອນຜ່ານມາ, ມູນຄ່າ ການສົ່ງອອກ ສິນໃນນໍ້າ ບັນລຸ 8 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນເກືອບ 12%. ໂດຍໄດ້ຮັບການ ໜູນເຕີບໂຕ ຂອງ ຂະແໜງ ສິນໃນນໍ້າ ເຮັດໃຫ້ ມີການ ຫັນປ່ຽນ ຢ່າງແຮງ ລະຫວ່າງບັນດາ ຕະຫລາດ.
ໃນນັ້ນ ສິນຄ້າ ສົ່ງອອກ, ປະເພດກຸ້ງ ເປັນສິນຄ້າຫລັກ ດ້ວຍວົງເງິນ ການຄ້າ 3,29 ຕື້ ໂດລາ ສະຫະລັດ, ເພີ່ມຂຶ້ນ 12,3% ແລະ ກວມເອົາ ປະມານ 41% ຂອງ ຍອດວົງເງິນ ການຄ້າ ສິນໃນນໍ້າ. ສ່ວນປາຈາ ລວມມີ 1,5 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ 9% ແລະ ອື່ນໆ. ໂດຍສະເພາະ ເຂດຮົງກົງ (ປະເທດຈີນ) ແມ່ນຕະຫລາດຫລັກ ບັນລຸ 2,03 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ 33,4% ກວມເອົາ 25,35% ຂອງຍອດວົງເງິນ ໃນທົ່ວຂະແໜງ. ແຕ່ເຖິງຢ່າງໃດກໍຕາມ, ແງ່ຫວັງ ການເຕີບໂຕ ສິນໃນນໍ້າ ຈະຂຶ້ນກັບ ການຜັນແປ ນະໂຍບາຍ ການຄ້າ ແລະ ຄວາມສາມາດ ຕອບສະ ໜອງ ຄວາມຮຽກຮ້ອງ ຕ້ອງການ ດ້ານເຕັກນິກໃໝ່ ຈາກບັນດາຕະຫລາດ ສົ່ງອອກ./
KPL