ຂປລ
ສູນການຮ່ວມມອາຊີ-ປາຊິຟິກ ສຳລັບ ປັນຍາປະດິດ ເສີມສ້າງ ຄວາມສາມາດການພັດທະນາ ໃຫ້ວິສາຫະກິດຂະໜາດກາງ ແລະ ນ້ອຍໄດ້ສ້າງຕັ້ງຂຶ້ນ ຢູ່ນະຄອນກວາງໂຈ່ວ ພາກໃຕ້ຂອງ ສປ ຈີນ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 4 ກັນຍານີ້, ສູນການຮ່ວມມອາຊີ-ປາຊິຟິກ ສຳລັບ ປັນຍາປະດິດ ເສີມສ້າງ ຄວາມສາມາດການພັດທະນາ ໃຫ້ວິສາຫະກິດຂະໜາດກາງ ແລະ ນ້ອຍໄດ້ສ້າງຕັ້ງຂຶ້ນ ຢູ່ນະຄອນກວາງໂຈ່ວ ພາກໃຕ້ຂອງ ສປ ຈີນ,ບັນດາກຸ່ມເສດຖະກິດຂອງ APEC ເຂົ້າຮ່ວມການກໍ່ສ້າງຮ່ວມ. ສູນການຮ່ວມມື ຈະປະຕິບັດງານຢ່າງຕິດແທດຕົວຈິງ ໂດຍປິ່ນອ້ອມການຄົ້ນຄວ້າ ນະໂຍບາຍ,ການແບ່ງປັນບົດຮຽນຮ່ວມກັນ,ການກໍ່ສ້າງຄວາມສາມາດ ແລະ ການຮ່ວມມື ດ້ານອຸດສາຫະກຳເປັນຕົ້ນ ເພື່ອຊ່ວຍວິສາຫະກິດ ຂະໜາດກາງ ແລະ ນ້ອຍໃນພາກພື້ນອາຊີ-ປາຊິຟິກ ຫລາຍກວ່າເກົ່າ ເພື່ອເພີ່ມຄວາມສາມາດການນຳໃຊ້ ປັນຍາປະດິດ ແລະ ລະດັບການດຳເນີນ ທຸລະກິດ ແບບຫັນເປັນ ດີຈີຕອນ,ບັນລຸໃຫ້ພັດທະນາຮ່ວມ ໃນການຮ່ວມມື ແບບເປີດປະຕູ. ນັບລວມແລ້ວ ຈີນໄດ້ສ້າງ 22 ກົນໄກການຮ່ວມມື ສຳລັບ ວິສາຫະກິດຂະໜາດກາງ ແລະ ນ້ອຍແບບສອງຝ່າຍ ຫຼື ຫຼາຍຝ່າຍ,ເຊື່ອມຕໍ່ກັບປະມານ 50 ປະເທດ ໂດຍສ້າງຊ່ອງທາງແລກປ່ຽນຝ່າຍທາງການເປັນປະຈຳ ທີ່ດຳເນີນການແລກ ປ່ຽນຂ້າມຊາດ,ເຊື່ອມຕໍ່ ດ້ານເສດຖະກິດການຄ້າ ແລະ ດຳເນີນການຮ່ວມມື ໂຄງການ ໃຫ້ແກ່ ວິສາຫະກິດ ຂະໜາດກາງ ແລະ ນ້ອຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL