ສສກ ຈັດກອງປະຊຸມຈັດສັນ, ຖອນຄືນ, ສະສ່ງ ແລະ ປະກອບລົດຂອງລັດ ພາຍໃນກະຊວງ

05/08/2026 09:55
Email Print 7962
ຂປລ ກອງປະຊຸມຈັດສັນ, ຖອນຄືນ, ສະສາງ ແລະ ປະກອບລົດພາຍໃນສຳນັກກະຊວງສຶກສາທິການ ແລະ ກິລາ ຈັດຂຶ້ນໃນວັນທີ 4 ສິງຫາ 2026

ໂດຍການເປັນປະ ທານຂອງທ່ານ ເຈັດຊິ້ງ ອິນທະວົງ ຮອງຫົວໜ້າຫ້ອງການກະຊວງ ສຶກສາທິການ ແລະ ກິລາ, ມີຄະນະ ຮັບຜິດຊອບຈັດສັນ, ຖອນຄືນ, ສະ ສາງ ແລະ ປະກອບລົດ, ບັນດາ ຫົວໜ້າ/ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ສຳນັກພິມສຶກສາ, ສູນ, ພະນັກງານອາວຸໂສບຳນານ, ພ້ອມດ້ວຍຜູ້ຕາງໜ້າຈາກກົມຄຸ້ມ ຄອງຊັບສິນແຫ່ງລັດ ກົມພາສີ ກະຊວງການເງິນ, ກົມພິທີການບໍລິຫານ ແລະ ການເງິນ ຫ້ອງວ່າ ການສຳນັກງານນາຍົກລັດຖະມົນຕີ ແລະ ກົມຂົນສົ່ງ ກະຊວງໂຍທາທິ ການ ແລະ ຂົນສົ່ງ ເຂົ້າຮ່ວມ. ການຈັດກອງປະຊຸມໃນຄັ້ງນີ້, ເພື່ອເປັນບ່ອນອີງໃຫ້ແກ່ຫ້ອງການ, ບັນດາກົມ, ສະຖາບັນ, ສຳນັກພິມ ສຶກສາ ແລະ ສູນພາຍໃນສຳນັກກະ ຊວງສຶກສາທິການ ແລະ ກິລາ ໃນ ການກຳນົດຫລັກການ, ເປົ້າໝາຍ, ເງື່ອນໄຂ ແລະ ຂັ້ນຕອນການສະ ສາງ-ຖອນຄືນລົດຂອງລັດ. ທັງນີ້, ກໍເພື່ອໃຫ້ສອດຄ່ອງ ແລະ ເປັນການ ຈັດຕັ້ງປະຕິບັດຕາມແຈ້ງການຂອງ ກະຊວງການເງິນ ສະບັບເລກທີ 0589/ກງ, ລົງວັນທີ 15 ກຸມພາ 2024 ກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການສະສາງລົດຂອງລັດ ສະບັບເລກທີ 169/ນຍ, ລົງວັນທີ 28 ທັນວາ 2023 ໃຫ້ປະກົດຜົນ ເປັນຮູບປະທໍາ. ໂອກາດນີ້, ທ່ານ ເຈັດຊິ້ງ ອິນທະວົງ ໄດ້ສະແດງຄວາມຂອບ ໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ຄະນະ ຮັບຜິດຊອບທີ່ໄດ້ຫ້າງຫາກະກຽມ ຄວາມພ້ອມ ແລະ ປະສານງານກັບ ທຸກພາກສ່ວນທີ່ກ່ຽວຂ້ອງຢ່າງມີ ຄວາມຮັບຜິດຊອບສູງ. ພ້ອມນັ້ນ, ຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນ ທີ່ເຂົ້າຮ່ວມຈົ່ງພ້ອມກັນປະກອບ ຄຳຄິດຄຳເຫັນຢ່າງກົງໄປກົງມາ, ມີຄຳເຫັນຢ່າງເລິກເຊິ່ງ ເພື່ອໃຫ້ ກອງປະຊຸມມີເນື້ອໃນອຸດົມສົມບູນ, ຄົບຖ້ວນ ແລະ ສາມາດນຳເອົາເນື້ອ ໃນຜົນໄດ້ຮັບໄປຈັດຕັ້ງປະຕິບັດໃນ ວຽກງານຕົວຈິງໃຫ້ສອດຄ່ອງກັບ ນະໂຍບາຍ, ກົດໝາຍ ແລະ ລະບຽບການຂອງລັດຢ່າງເຂັ້ມງວດ ແລະ ຖືກຕ້ອງຕາມເປົ້າໝາຍ. ຈາກນັ້ນ, ທ່ານ ນາງ ສົມສະຫວັນ ຫລວງມະໄຊ ຕາງໜ້າຈາກກົມ ຄຸ້ມຄອງຊັບສິນແຫ່ງລັດ ກະຊວງ ການເງິນ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງການເງິນ ສະບັບເລກທີ 1460/ກງ, ລົງວັນທີ 10 ພຶດສະພາ 2025 ວ່າດ້ວຍ ການສະສາງລົດຂອງລັດ ໃຫ້ພະ ນັກງານບໍານານ ແລະ ພະນັກງານ ປະຈຳການກະຊວງສຶກສາທິການ ແລະ ກິລາ (ຊຸດທີ 2) ຊຶ່ງຂໍ້ຕົກລົງ ດັ່ງກ່າວ ໄດ້ອະນຸມັດໃຫ້ສະສາງລົດ ຂອງລັດ ໃຫ້ແກ່ພະນັກງານບຳນານ ແລະ ພະນັກງານປະຈຳການຂອງ ກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ເອົາໄປໃຊ້ໃນໄລຍະຜ່ານມາ ດ້ວຍການຂາຍນະໂຍບາຍ ແລະ ໂອນກຳມະສິດໃຫ້ຢ່າງຂາດຕົວ ຈຳນວນ 35 ທ່ານ ຕາມການສະ ເໜີຂອງຫ້ອງການກະຊວງສຶກສາ ທິການ ແລະ ກິລາ. ຂ່າວ-ພາບ: ລູກນ້ຳເຊ

KPL

ຂ່າວອື່ນໆ

    • ສົກຮຽນຜ່ານມາ ໂຮງຮຽນຫງວຽນຢູສາມາດຍາດໄດ້ຜົນສຳເລັດຫລາຍດ້ານສຶກສາ-ກິລາ

      ສົກຮຽນຜ່ານມາ ໂຮງຮຽນຫງວຽນຢູສາມາດຍາດໄດ້ຜົນສຳເລັດຫລາຍດ້ານ

      9/17/2026 12:52:20 PM

      ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ຈັດພິທີເປີດສົກຮຽນໃໝ່ 2026-2027 ຢ່າງເປັນທາງການຂຶ້ນໃນ ວັນທີ 14 ກັນຍາ 2026 ໂດຍມີ ທ່ານ ນາງ ນ້ຳທິບ ອິນທະວົງ ຜູ້ອຳນວຍການໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ, ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ, ມີຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ຜູ້ປົກຄອງ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

    • ສປປ ລາວ ຈະສົ່ງ 12 ປະເພດກິລາ ຮ່ວມງານກິລາອາຊຽນພາຣາເກມ ຄັ້ງທີ 14 ທີ່ມາເລເຊຍສຶກສາ-ກິລາ

      ສປປ ລາວ ຈະສົ່ງ 12 ປະເພດກິລາ ຮ່ວມງານກິລາອາຊຽນພາຣາເກມ ຄັ້ງທີ 14 ທີ່ມາເລເຊຍ

      9/11/2026 9:37:33 AM

      ຄະນະຜູ້ແທນຂັ້ນສູງຈາກ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ນຳໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງ ໄດ້ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານສະຫະພັນກິລາຄົນພິການອາຊຽນ (ASEAN Para Sports Federation-APSF Board of Governors Meeting) ຈັດຂຶ້ນລະຫວ່າງວັນທີ 7-11 ກັນຍາ 2026 ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ. ຂະນະດຽວກັນ, ສປປ ລາວ ກໍໄດ້ສະເໜີ 12 ປະເພດກິລາ ເຂົ້າຮ່ວມແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ 14 ໄລຍະວັນທີ 17-23 ຕຸລາ 2027 ທີ່ນະຄອນຫຼວງກົວລາລຳເປີ ປະກອບມີ: ແລ່ນ-ລານ, ລອຍນໍ້າ, ຍົກນໍ້າໜັກ, ບັອກເຊຍ, ໂກນບານ (ຍິງ), ບານເຕະຄົນພິການຕາ (ຊາຍ), ບານບ້ວງລໍ້ເລື່ອນ (ຍິງ), ລົດຖີບ, ດອກປີກໄກ່, ຟັນດາບ, ເທັນນິດ ແລະ ຍິງປືນ.

    • ໂຮງຮຽນຫງວຽນຢູ ມີຄວາມພ້ອມທຸກດ້ານດຳເນີນການຮຽນ-ການສອນ ສົກຮຽນ2026-2027ສຶກສາ-ກິລາ

      ໂຮງຮຽນຫງວຽນຢູ ມີຄວາມພ້ອມທຸກດ້ານດຳເນີນການຮຽນ-ການສອນ ສົກຮຽນ2026-2027

      9/7/2026 7:13:45 PM

      ໃນສົກຮຽນ 2026-2027 ນີ້, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ມີຄວາມພ້ອມທຸກດ້ານ ໃນການດຳເນີນການຮຽນ-ການສອນ ໂດຍສະເພາະດ້ານພື້ນຖານໂຄງລ່າງ ເປັນຕົ້ນ ຫ້ອງຮຽນ, ໂຕະ-ຕັ່ງ, ອຸປະກອນການຮຽນ-ການສອນ ແລະ ອື່ນໆ, ພ້ອມທັງກຽມດ້ານບຸກຄະລາກອນ, ພະນັກງານ, ຄູ-ອາຈານ ຂອງແຕ່ລະຊັ້ນຮຽນ ໃຫ້ມີຄວາມພ້ອມຮອບດ້ານ ເພື່ອເຮັດໃຫ້ການຮຽນ-ການສອນ ຢູ່ພາຍໃນໂຮງຮຽນ ໄດ້ທັງປະລິມານ ແລະ ຄຸນນະພາບ ຊຶ່ງໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ເລີ່ມເຂົ້າຮຽນນັບແຕ່ວັນທີ 1 ກັນຍາ ເປັນຕົ້ນມາ, ສ່ວນມື້ເປີດສົກຮຽນໃໝ່ 2026-2027 ຢ່າງເປັນທາງການ ຈະຈັດຂຶ້ນໃນວັນທີ 14 ກັນຍາ 2026 ທີ່ຈະມາເຖິງນີ້.

    • ປະກາດສ້າງຕັ້ງ ໂຮງຮຽນມັດຖະຍົມຕອນຕົ້ນສົງ ເມືອງເງິນສຶກສາ-ກິລາ

      ປະກາດສ້າງຕັ້ງ ໂຮງຮຽນມັດຖະຍົມຕອນຕົ້ນສົງ ເມືອງເງິນ

      9/7/2026 6:09:35 PM

      ພິທີປະກາດສ້າງຕັ້ງ ໂຮງຮຽນມັດທະຍົມຕົ້ນສົງ ເມືອງເງິນ ແຂວງໄຊຍະບູລີ ຈັດຂຶ້ນໃນວັນທີ 3 ກັນຍາ 2026 ຢູ່ວັດສະຫຼີດອນແກ້ວ ບ້ານແກ້ວດອນຄູນ ເມືອງເງິນ ແຂວງໄຊຍະບູລີ ໂດຍມີພະອາຈານໃຫຍ່ ພັນທອງ ໂພມີໄຊ ຄະນະປະຈຳສູນກາງ ອົງການພຸດທະສາສະໜາສຳພັນລາວ (ອພສ), ຮອງຫົວໜ້າກຳມາທິການສຶກສາສົງສູນກາງ ແລະ ທ່ານ ອິນເນດ ຂຽວສີຟ້າ ຮອງເລຂາພັກເມືອງ, ປະທານຄະນະກຳມະການອົງການປົກຄອງເມືອງເງິນ, ມີພະເຖຣານຸເຖຣະ ຈາກສູນກາງ, ແຂວງ, ເມືອງ, ຄະນະນຳຂອງເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເຜີຍແຜ່ນິຕິກຳຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດສຶກສາ-ກິລາ

      ເຜີຍແຜ່ນິຕິກຳຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດ

      8/21/2026 9:40:27 AM

      ຫ້ອງການສະພາວິທະຍາສາດແຫ່ງຊາດ (ຫສວຊ), ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບການຄຸ້ມຄອງ ແລະ ສົ່ງເສີມນັກຄ້ົນຄວ້າວິທະຍາສາດ (ກພວຕ) ໃນວັນທີ 18 ສິງຫາ 2026 ຢູ່ມະຫາວິທະຍາໄລ ສຸພານຸວົງ ແຂວງຫລວງພະບາງ.

ads
ads

Top