ຂປລ
ທ່ານ ຕິ່ງຊຸຍເສີຍ ຮອງນາຍົກ ລັດຖະມົນຕີ ຈີນ ລະບຸວ່າ: ທ່າມກາງ ສະຖານະການ ລະຫວ່າງ ປະເທດ ທີ່ ຜັນຜວນ ແລະ ຄວາມຂັດແຍ້ງ ທາງພູມິສາດ ການເມືອງ ທີ່ເກີດຂຶ້ນເລື້ອຍໆ.
ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ: ເມື່ອບໍ່ດົນມານີ້, ທ່ານ ຕິ່ງຊຸຍເສີຍ ຮອງນາຍົກ ລັດຖະມົນຕີ ຈີນ ລະບຸວ່າ: ທ່າມກາງ ສະຖານະການ ລະຫວ່າງ ປະເທດ ທີ່ ຜັນຜວນ ແລະ ຄວາມຂັດແຍ້ງ ທາງພູມິສາດ ການເມືອງ ທີ່ເກີດຂຶ້ນເລື້ອຍໆ. ສະນັ້ນ ຈີນ ແລະ ຣັດເຊຍ ຈຶ່ງໄດ້ສະແດງ ບົດບາດ ສຳຄັນ ໃນການ ສົ່ງເສີມ ສະຖຽນ ລະພາບ ຂອງຕະຫລາດພະລັງງານໂລກ ຜ່ານການຂະຫຍາຍ ຄວາມຮ່ວມມື ດ້ານນ້ຳມັນ ແລະ ແກັສທຳມະຊາດ ຢ່າງຕໍ່ເນື່ອງ.
ທ່ານ ຕິ່ງຊຸຍເສີຍ ຖະແຫລງການ ດັ່ງກ່າວນັ້ນ ໃນລະຫວ່າງ ເຂົ້າຮ່ວມ ພິທີເປີດກອງປະຊຸມ ເວທີສົນທະນາທຸລະກິດ ດ້ານພະລັງງານ ຈີນ-ຣັດເຊຍ (China-Russia Energy Business Forum) ຄັ້ງທີ 8 ຢູ່ນະຄອນວະລາດີວອສ ຕ໋ອກ ປະເທດຣັດເຊຍ.
ທ່ານ ຕິ່ງຊຸຍເສີຍ ເຊິ່ງດຳລົງຕຳແໜ່ງ ເປັນກຳມະການຖາວອນ ປະຈຳກົມການເມືອງ ແຫ່ງຄະນະກຳມະການສູນພັກກອມມູນິດ ຈີນ ຍັງໄດ້ກ່າວຊົມເຊີຍ ຕໍ່ການພັດທະນາ ໃນລະດັບສູງ ຂອງ ການຮ່ວມມື ດ້ານພະລັງງານ ແບບສອງຝ່າຍ ລະຫວ່າງ ສອງປະເທດ ໂດຍລະບຸວ່າ ການຊີ້ນຳ ຍຸດທະສາດ ຂອງ ຜູ້ນຳສູງສຸດ ຂອງ ທັງສອງປະເທດ ຖືເປັນຈຸດແຂງທີ່ສຸດ ໃນການ ພັດທະນາ ຄວາມເປັນຫຸ້ນສ່ວນ ຮອບດ້ານ ດ້ານພະລັງງານ ລະຫວ່າງ ຈີນ-ຣັດເຊຍ. ນອກຈາກນັ້ນ ທ່ານ ຍັງຮຽກຮ້ອງໃຫ້ ທັງສອງຝ່າຍ ສືບຕໍ່ ປະຕິບັດ ຕາມແນວທາງ ດັ່ງກ່າວ, ເພີ່ມທະວີ ຄວາມເຊື່ອໝັ້ນ ທາງດ້ານການເມືອງ ເຊິ່ງກັນແລະ ກັນ, ເສີມຂະຫຍາຍ ການສື່ສານ ດ້ານຍຸດທະສາດ ແລະ ເພີ່ມທະວີ ການຮ່ວມມື ດ້ານການປະຕິບັດຕົວຈິງ ຢ່າງໝັ້ນຄົງ./
KPL