30 ກວ່າບ້ານ ໃນແຂວງຫລວງນໍ້າທາຜະເຊີນກັບໄພພິບັດນໍ້າຖ້ວມ

01/09/2026 09:06
Email Print 1970
ຂປລ ໃນວັນທີ 28-29 ສິງຫາ 2026 ແຂວງຫຼວງນໍ້າທາ ມີຝົນຕົກໜັກ ແລະ ຝົນຕົກຕໍ່ເນື່ອງໃນຫຼາຍພື້ນທີ່ ເຮັດໃຫ້ລະດັບນໍ້າຫ້ວຍ, ແມ່ນໍ້າຫຼາຍສາຍເພີ່ມສູງຂຶ້ນ ເຮັດໃຫ້ເກີດນໍ້າຖ້ວມຫຼາຍກວ່າ 30 ບ້ານ ໃນທົ່ວແຂວງ ທີ່ຢູ່ລຽບສອງຝັ່ງນໍ້າທາ, ນໍ້າທຸງ, ນໍ້າແງ້ນ, ນໍ້າຫອຍ, ນໍ້າດີ, ເຂດເສດຖະກິດພິເສດບໍ່ເຕ່ນ, ດ່ານສາກົນບໍ່ເຕ່ນ ແລະ ເຂດອື່ນໆ ໄດ້ຮັບຜົນກະທົບ ແລະ ເສຍຫາຍເປັນຈໍານວນຫຼວງຫຼາຍ. ນອກຈາກນີ້, ພື້ນທີ່ກະສິກໍາ ໄຮ່, ນາ, ຮົ້ວສວນ, ເຮືອນຊານບ້ານຊ່ອງ, ເສັ້ນທາງ, ຫ້ອງການ, ໂຮງຮຽນ ແລະ ອື່ນໆ ຖືກນໍ້າຖ້ວມອັ່ງ ແລະ ຖ້ວມຊຸ. ສຳລັບຈຳນວນຄົນ, ຄອບຄົວ, ເຮືອນ, ພື້ນທີ່ກະສິກຳ, ຖະໜົນ ແລະ ຂົວທີ່ເສຍຫາຍ ໃຫ້ລໍຖ້າການເກັບກໍາຂໍ້ມູນລາຍລະອຽດ.

 ໃນຂະນະທີ່ຄະນະກຳມະການຄຸ້ມຄອງໄພພິບັດແຂວງ ແລະ ຂັ້ນເມືອງແຕ່ລະເມືອງ ກໍໄດ້ຕິດຕາມສະພາບຝົນຕົກ ແລະ ລະດັບນໍ້າ, ກວດກາຈຸດສ່ຽງ, ກຽມພ້ອມກຳລັງພົນ, ພາຫະນະວັດຖຸອຸປະກອນ, ທີ່ພັກຊົ່ວຄາວ, ອາຫານ, ຢາປົວພະຍາດ ແລະ ສິ່ງຂອງຈໍາເປັນອື່ນໆ ເພື່ອຊ່ວຍເຫຼືອປະຊາຊົນ.

ທ່ານ ວົງມະນີ ເພື່ອປະຊາ ກຳມະການປະຈຳພັກແຂວງ, ຮອງຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການໄພພິບັດຂັ້ນແຂວງຫຼວງນໍ້າທາ ໄດ້ຖະແຫຼງຂ່າວກ່ຽວກັບສະພາບໄພພິບັດນໍ້າຖ້ວມ ປະຈຳວັນທີ 29 ສິງຫາ 2026 ໂດຍມີບາງຕອນໃຫ້ຮູ້ວ່າ: ໃນໄລຍະ 2-3 ວັນຜ່ານມາ, ຫຼວງນໍ້າທາ ມີຝົນຕົກໜັກຕໍ່ເນື່ອງ ເຮັດໃຫ້ລະດັບນໍ້າຫ້ວຍ, ແມ່ນໍ້າຫຼາຍສາຍເພີ່ມສູງຂຶ້ນ ແລະ ກໍ່ໃຫ້ເກີດໄພພິບັດນໍ້າຖ້ວມເປັນວົງກວ້າງ ສົ່ງຜົນໃຫ້ມີນໍ້າປ່າໄຫຼຫຼາກ, ນໍ້າລົ້ນຝັ່ງ ແລະ ນໍ້າຖ້ວມຂັງໃນພື້ນທີ່ຕໍ່າ. ຄະນະນໍາຂອງແຂວງ ກໍໄດ້ເປີດກອງປະຊຸມຮີບດ່ວນ ເພື່ອປຶກສາຫາລືກະກຽມຮັບມືກັບສະພາບດັ່ງກ່າວ. ພ້ອມນີ້, ຄະນະນໍາຂອງແຂວງ, ຂອງເມືອງ ພ້ອມດ້ວຍຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ, ຂັ້ນເມືອງ, ຕາແສງ ແລະ ຂະແໜງການທີ່ກ່ຽວຂ້ອງ ລວມໄປເຖິງອົງການຈັດຕັ້ງບ້ານແຕ່ລະບ້ານທີ່ມີຄວາມສ່ຽງໄພພິບັດ ກໍໄດ້ເອົາໃຈໃສ່ຕິດຕາມລະດັບແມ່ນໍ້າ, ຫ້ວຍຮ່ອງ ຢ່າງໃກ້ຊິດຈາກການສັງເກດ ແລະ ຈາກຂໍ້ມູນຈາກແຫຼ່ງຕ່າງໆຢ່າງຕໍ່ເນື່ອງ.

ຜ່ານການລົງຕິດຕາມກວດກາ ແລະ ປະສານງານ ຄະນະນຳແຂວງໄດ້ເລັ່ງໃສ່ເຂດພື້ນທີ່ມີຄວາມສ່ຽງ ແລະ ຖືກຜົນກະທົບ ເປັນຕົ້ນ ບັນດາບ້ານທີ່ຢູ່ລຽບຕາມສອງຝັ່ງແມ່ນໍ້າທາ, ນໍ້າທຸງ, ນໍ້າແງ້ນ, ນໍ້າຫອຍ, ນໍ້າດີ ແລະ ບັນດາພື້ນທີ່ເຂດແຄມຫ້ວຍຮ່ອງຕ່າງໆ ເຊັ່ນວ່າ: ເຂດເສດຖະກິດພິເສດບໍ່ເຕ່ນ, ບ້ານບໍ່ເຕ່ນ, ບ້ານບໍ່ປຽດ, ບ້ານຕີນຕົກ, ບ້ານຕີນສານ, ບ້ານນາເຕີຍ, ບ້ານນໍ້າທຸງ, ບ້ານທົ່ງຂວາ, ບ້ານປຸ່ງ, ບ້ານປ່າສັກ, ບ້ານໃໝ່, ບ້ານທົ່ງໄຈ້ເໜືອ, ບ້ານທົ່ງໄຈ້ໃຕ້, ບ້ານດອນສໍາພັນ, ບ້ານທົ່ງອົ້ມ, ບ້ານວຽງເໜືອ, ບ້ານວຽງໃຕ້, ບ້ານຫຼວງ, ບ້ານຂອນ, ບ້ານດອນຄູນ, ບ້ານທ່າອໍ້.

ເວລາປະມານ 06:00 ໂມງ ຂອງວັນທີ 29 ສິງຫາ ຢູ່ເຂດບໍ່ເຕ່ນ ໄດ້ມີນໍ້າໄຫຼຊຸລົງມາຈາກຫ້ວຍຮ່ອງ ແລະ ລົ້ນທາງ, ໄຫຼເຂົ້າຖ້ວມບ້ານເຮືອນປະຊາຊົນ, ສໍານັກງານຫ້ອງການເຂດເສດຖະກິດພິເສດບໍ່ເຕ່ນແດນງາມ, ເຂດດ່ານສາກົນບໍ່ເຕ່ນ ແລະ ບັນດາບ້ານຢູ່ລຽບຕາມແຄມແມ່ນໍ້າທຸງ (ບ້ານບໍ່ເຕ່ນ, ບ້ານບໍ່ປຽດ, ບ້ານຕີນຕົກ, ບ້ານຕີນສານ, ບ້ານນາເຕີຍ). ຕໍ່ກັບເຫດການດັ່ງກ່າວ, ກໍໄດ້ຕິດຕາມປະສານງານກັບຄະນະ ເພື່ອຕິດຕາມສະພາບການຢ່າງໃກ້ຊິດ ແລະ ພົວພັນປະສານງານກັບພາກສ່ວນທີ່ຢູ່ເຂດພື້ນທີ່ ທີ່ມີຄວາມສ່ຽງ ແລະ ຖືກຜົນກະທົບແລ້ວຢ່າງຕໍ່ເນື່ອງ ເພື່ອວາງແຜນຮັບມື ແລະ ຊ່ວຍເຫຼືອ. ສໍາລັບເຂດພື້ນທີ່ເມືອງຫຼວງນໍ້າທາ ເວລາປະມານ 9 ໂມງ ກໍແຈ້ງດ່ວນເຖິງບັນດາບ້ານພື້ນທີ່ສ່ຽງດັ່ງກ່າວ, ໃຫ້ແຈ້ງຕໍ່ໃຫ້ພໍ່ແມ່ປະຊາຊົນມີສະຕິ, ກະກຽມ, ມ້ຽນເຄື່ອງຂອງຂຶ້ນຢູ່ບ່ອນສູງ ຫຼື ເຄື່ອນຍ້າຍອອກໄປໄວ້ຢູ່ສະຖານທີ່ປອດໄພ ເນື່ອງຈາກວ່າລະດັບນໍ້າຢູ່ເຂດຕົ້ນນໍ້າ ກຳລັງໄຫຼຫຼັ່ງລົງຢູ່ເຂດນໍ້າຕອນໃຕ້ໃນປະລິມານຫຼວງຫຼາຍ. ພ້ອມນີ້, ກໍຍັງໄດ້ແຕ່ງຕັ້ງພະນັກງານປະຈໍາການ, ກະກຽມຈໍານວນພົນ, ເຄື່ອງມື, ລົດ, ເຮືອ ເພື່ອລົງຊ່ວຍເຫຼືອຜູ້ປະສົບໄພໃຫ້ທັນການ.

ຂໍໃຫ້ປະຊາຊົນໃນເຂດສ່ຽງຕິດຕາມຂ່າວສານຈາກທາງການ, ບໍ່ຢູ່ໃກ້ຫ້ວຍ, ແມ່ນໍ້າ ແລະ ເຂດທີ່ມີນໍ້າໄຫຼແຮງ, ລະວັງດິນເຈື່ອນ ແລະ ນໍ້າປ່າໄຫຼຫຼາກ.

ແຂວງຫຼວງນໍ້າທາ ຍັງສືບຕໍ່ຕິດຕາມສະພາບຝົນ ແລະ ລະດັບນໍ້າຢ່າງໃກ້ຊິດ, ພ້ອມທັງເລັ່ງສຳຫຼວດຄວາມເສຍຫາຍ, ຊ່ວຍເຫຼືອ ແລະ ຟື້ນຟູພື້ນທີ່ທີ່ປະສົບໄພໃຫ້ກັບຄືນສູ່ສະພາບປົກກະຕິ. ຄະນະນໍາຂອງແຂວງ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ຮຽກຮ້ອງມາຍັງອົງການຈັດຕັ້ງ, ຫົວໜ່ວຍທຸລະກິດ, ຫ້າງຮ້ານ, ພໍ່ຄ້າຊາວຂາຍ, ພໍ່ແມ່ປະຊາຊົນລາວບັນດາເຜົ່າ ແລະ ທຸກພາກສ່ວນຂອງສັງຄົມ ທີ່ມີຄວາມສະດວກ ແບ່ງປັນນໍ້າໃຈ ເຂົ້າມາໃຫ້ການຊ່ວຍເຫຼືອທາງດ້ານວັດຖຸປັດໄຈ, ເຂົ້າສານອາຫານແຫ້ງ ແລະ ເຄື່ອງໃຊ້ຂອງສອຍຕ່າງໆ ເຂົ້າຊ່ວຍເຫຼືອຜູ້ປະສົບໄພໃນຄັ້ງນີ້ດ້ວຍ.

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ປາຖະກະຖາວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີວັດທະນະທຳ-ສັງຄົມ

      ປາຖະກະຖາວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີ

      9/11/2026 10:02:44 AM

      ໃນວັນທີ 8 ກັນຍາ 2026, ສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ ແລະ ອົງການປົກຄອງເມືອງໄຊທານີ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ (9/9/1948-9/9/2026) ໂດຍການປາຖະກະຖາຂອງ ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ, ມີ ສະຫາຍ ນາງ ວິລະວອນ ພັນທະວົງ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາແຫ່ງຊາດ, ຮອງປະທານສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ, ສະຫາຍ ເພັດສົມພອນ ແສນສີ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໄຊທານີ, ມີຄະນະກົມ, ຄະນະພະແນກ, ພະນັກງານ, ນາຍ ແລະ ພົນຕຳຫຼວດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສະຫລອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີວັດທະນະທຳ-ສັງຄົມ

      ສະຫລອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ

      9/11/2026 9:52:25 AM

      ພິທີສະເຫຼີມສະຫຼອງ ວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ “ການຮູ້ໜັງສືເພື່ອປະຊາຊົນ, ມວນມະນຸດໃນໂລກ ແລະ ຄວາມຈະເລີນຮຸ່ງເຮືອງ” ຈັດຂຶ້ນໃນວັນທີ 8 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈຳການ, ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາອະດີດການນຳກະຊວງ, ການນຳພັກ-ລັດ, ຄະນະກຳມະການເພື່ອການຮຽນຮູ້ຕະຫຼອດຊີວິດແຫ່ງຊາດ, ການສຶກສາພາກເອກະຊົນ, ຕາງໜ້າຈາກກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ຄູ-ອາຈານ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ການນຳເມືອງອາດສະພອນລົງຕິດຕາມສະພາບນໍ້າຖ້ວມຢູ່ພາຍໃນເມືອງວັດທະນະທຳ-ສັງຄົມ

      ການນຳເມືອງອາດສະພອນລົງຕິດຕາມສະພາບນໍ້າຖ້ວມຢູ່ພາຍໃນເມືອງ

      9/11/2026 9:42:21 AM

      ແຫຼ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນວັນທີ 8 ກັນຍາ 2026, ທ່ານ ບຸນລັດ ລໍບານເຢັນ ເລຂາພັກເມືອງອາດສະພອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລົງພື້ນທີ່ຕິດຕາມ ແລະ ກວດເບິ່ງສະພາບນໍ້າຖ້ວມຢູ່ຕາມເສັ້ນທາງສາຍບ້ານທາດດອກແກ້ວ ຫາ ບ້ານຜັກຂະຫຍ່າ ບໍລິເວນຂົວຫ້ວຍພຸງ ແລະ ເສັ້ນທາງຈາກບ້ານທາດດອກແກ້ວ ຫາ ບ້ານດົງນາງາມ. ການລົງຕິດຕາມຄັ້ງນີ້, ກໍເພື່ອກວດກາ ແລະ ຕິດຕາມສະພາບນໍ້າຖ້ວມຢ່າງໃກ້ຊິດ ພ້ອມທັງປະເມີນສະພາບຄວາມເສຍຫາຍຂອງເສັ້ນທາງ, ຂົວ ແລະ ພື້ນຖານໂຄງລ່າງອື່ນໆ ທີ່ອາດໄດ້ຮັບຜົນກະທົບຈາກນໍ້າຖ້ວມ.

    • ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດວັດທະນະທຳ-ສັງຄົມ

      ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ

      9/11/2026 9:32:30 AM

      ກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ 2026-2035 ແລະ ວິໄສທັດຮອດປີ 2040 ຈັດຂຶ້ນໃນວັນທີ 8 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ເພັດສະໝອນ ສອນ ຮອງລັດຖະມົນຕີກະຊວງການເງິນ, ຜູ້ຊີ້ນຳວຽກງານສູນສະຖິຕິແຫ່ງຊາດ, ມີຮອງຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການພາຍໃນສູນສະຖິຕິແຫ່ງຊາດ ເຂົ້າຮ່ວມ.

    • ເປີດຮັບສະໝັກແຂ່ງຂັນສຽງເພງລາວທົ່ວປະເທດວັດທະນະທຳ-ສັງຄົມ

      ເປີດຮັບສະໝັກແຂ່ງຂັນສຽງເພງລາວທົ່ວປະເທດ

      9/8/2026 12:08:07 PM

      ໂທລະພາບແຫ່ງຊາດລາວ ຮ່ວມກັບ ບໍລິສັດ MSG ມິເດຍ ກຽມຈັດການແຂ່ງຂັນສຽງເພງລາວທົ່ວປະເທດ “ລາຍການດາວດວງໃໝ່ 2026” ,

ads
ads

Top