ຂປລ
ຂປລ. ວັນທີ 2 ກັນຍາ 1945 ໄດ້ກາຍເປັນຂີດໝາຍປະຫວັດສາດອັນສະຫງ່າງາມທີ່ບໍ່ມີວັນຈືດຈາງຂອງຊາດຫວຽດນາມ. ທີ່ສະໜາມຫລວງບາດິ່ງ ປະຫວັດສາດ, ປະທານ ໂຮ່ຈີ່ມິງ ຜູ້ນຳຜູ້ຍິ່ງໃຫຍ່ຂອງຊາດຫວຽດນາມ ໄດ້ອ່ານຖະແຫລງການປະກາດເອກະລາດ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ,

(ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ)
ຂປລ. ວັນທີ 2 ກັນຍາ 1945 ໄດ້ກາຍເປັນຂີດໝາຍປະຫວັດສາດອັນສະຫງ່າງາມທີ່ບໍ່ມີວັນຈືດຈາງຂອງຊາດຫວຽດນາມ. ທີ່ສະໜາມຫລວງບາດິ່ງ ປະຫວັດສາດ, ປະທານ ໂຮ່ຈີ່ມິງ ຜູ້ນຳຜູ້ຍິ່ງໃຫຍ່ຂອງຊາດຫວຽດນາມ ໄດ້ອ່ານຖະແຫລງການປະກາດເອກະລາດ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປັດຈຸບັນແມ່ນສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ເປີດສັງກາດໃໝ່ແຫ່ງເອກະລາດ, ອິດສະຫລະພາບ ແລະ ປະຊາ ຊົນເປັນເຈົ້າຊະຕາກຳຂອງຕົນເອງ, ສັງກາດແຫ່ງເອກະລາດແຫ່ງຊາດຕິດພັນກັບລັດທິສັງຄົມນິຍົມ.
ຕະຫລອດໄລຍະ 81 ປີທີ່ຜ່ານມາ ແມ່ນເສັ້ນທາງທີ່ເຕັມໄປດ້ວຍສິ່ງທ້າທາຍ ແຕ່ກໍປ່ຽມລົ້ນໄປດ້ວຍຄວາມພາກພູມໃຈຢ່າງຍິ່ງ. ນັບຕັ້ງແຕ່ການຕໍ່ສູ້ກູ້ຊາດເພື່ອເອກະລາດ, ການທ້ອນໂຮມປະເທດຊາດເປັນເອກະພາບ ຈົນເຖິງພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນຍາມສັນຕິພາບ, ຫວຽດນາມ ໄດ້ຄ່ອຍໆ ສ້າງປະຖົມປັດໄຈ, ຄວາມສາມາດ, ຖານະ ແລະ ຄວາມໄວ້ວາງໃຈຂອງປະເທດໃນເວທີສາກົນໃຫ້ສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ.
ຜົນສຳເລັດດັ່ງກ່າວ ລ້ວນແຕ່ມີຮາກຖານມາຈາກເຈດຈຳນົງແຫ່ງຄວາມເປັນເອກະລາດ ແລະ ການເພິ່ງຕົນເອງ, ກຳລັງແຮງແຫ່ງຄວາມສາມັກຄີອັນຍິ່ງໃຫຍ່ທົ່ວປວງຊົນ, ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ຕະຫລອດຮອດຄວາມພະຍາຍາມ ແລະ ຄວາມຄິດສ້າງສັນຂອງປະຊາຊົນ. ພ້ອມດຽວກັນນັ້ນ, ຫວຽດ ນາມ ຍັງໄດ້ຮັບຄວາມເຫັນອົກເຫັນໃຈ, ການສະໜັບສະໜູນ ແລະ ການຊ່ວຍເຫລືອອັນລ້ຳຄ່າຈາກເພື່ອນມິດສາກົນທົ່ວໂລກມາໂດຍຕະຫລອດ, ໂດຍສະເພາະແມ່ນຄວາມສາມັກຄີ, ການແບ່ງປັນ ແລະ ການຊ່ວຍເຫລືອຢ່າງຈິງໃຈ ແລະ ປ່ຽມລົ້ນດ້ວຍໄມຕີຈິດຈາກພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ຊຶ່ງມີຄວາມໝາຍພິເສດຢ່າງຍິ່ງ.
40 ປີແຫ່ງການປ່ຽນແປງໃໝ່ –ການຫັນປ່ຽນຢ່າງເລິກເຊິ່ງ.
ພາຍຫລັງບັນລຸພາລະກິດປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບໃນປີ 1975, ຫວຽດນາມ ໄດ້ກ້າວເຂົ້າສູ່ຂະບວນການສ້າງສາປະເທດຊາດທ່າມກາງເງື່ອນໄຂທີ່ຍັງເຕັມໄປດ້ວຍຄວາມຫຍຸ້ງຍາກສັບສົນ. ກອງປະຊຸມໃຫຍ່ ຄັ້ງທີ VI ຂອງພັກກອມມູນິດຫວຽດນາມ ໃນປີ 1986 ໄດ້ລິເລີ່ມພາລະກິດປ່ຽນແປງ
ໃໝ່ ຊຶ່ງຖືເປັນຈຸດປ່ຽນປະຫວັດສາດທັງດ້ານແນວຄິດ ແລະ ພຶດຕິກຳຕົວຈິງໃນການພັດທະນາປະເທດຊາດ.
ຕະຫລອດ 40 ປີຜ່ານມາ ໄດ້ພິສູດໃຫ້ເຫັນເຖິງພະລັງຊີວິດອັນແຮງກ້າຂອງແນວທາງການພັດທະນາທີ່ໄດ້ຮັບການເສີມຂະຫຍາຍ ແລະ ປັບປຸງໃຫ້ສົມບູນແບບຢ່າງຕໍ່ເນື່ອງຈາກບົດຮຽນຕົວຈິງ. ຫວຽດນາມ ໄດ້ສ້າງຕັ້ງລະບົບເສດຖະກິດຕະຫລາດຕາມທິດສັງຄົມນິຍົມ, ເປີດປະຕູສູ່ພາຍນອກ ແລະ ເຊື່ອມໂຍງເຂົ້າກັບສາກົນ, ເສີມຂະ ຫຍາຍກຳລັງແຮງພາຍໃນປະເທດ ຄວບຄູ່ກັບການຍາດແຍ່ງຊັບພະຍາກອນ ແລະ ປັດໄຈສະໜັບສະໜູນຈາກພາຍນອກເພື່ອການພັດທະນາ. ໝາກຜົນດັ່ງກ່າວສະແດງອອກຢ່າງຈະແຈ້ງຜ່ານການປ່ຽນແປງທັງດ້ານຂະໜາດ ແລະ ຄຸນນະພາບຂອງພື້ນຖານເສດຖະກິດ. ໃນປີ 1986 ຊຶ່ງເປັນໄລຍະເລີ່ມຕົ້ນຂອງການປ່ຽນແປງໃໝ່, ລາຍໄດ້ສະເລ່ຍຕໍ່ຫົວຄົນຂອງຫວຽດນາມ ຢູ່ທີ່ລະດັບຕ່ຳກວ່າ 100 ໂດລາສະຫະລັດ. ຈົນຮອດປີ 2025, ຂະໜາດເສດຖະກິດຂອງຫວຽດນາມ ມີມູນຄ່າຫລາຍກວ່າ 500 ຕື້ໂດລາສະຫະລັດ, ຢືນຢູ່ໃນອັນດັບທີ 32 ຂອງໂລກ. ຂະນະທີ່ GDP ສະ ເລ່ຍຕໍ່ຫົວຄົນສູງກວ່າ 5.000 ໂດລາສະຫະລັດ. ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ, ອັດຕາເງິນເຟີ້ຖືກຄວບຄຸມໄວ້ໃນລະດັບປະມານ 3% ແລະ ຄວາມດຸ່ນດ່ຽງຂອງເສດຖະກິດໄດ້ຮັບການຮັກສາໄວ້ຢ່າງໜັກແໜ້ນ. ມູນຄ່າການນຳເຂົ້າ–ສົ່ງອອກລວມ ສ້າງສະຖິຕິສູງສຸດຫລາຍກວ່າ 930 ຕື້ໂດລາສະຫະລັດ, ເຮັດໃຫ້ຫວຽດນາມກ້າວເຂົ້າສູ່ກຸ່ມ 20 ພື້ນຖານເສດຖະກິດທີ່ມີຂະໜາດການຄ້າສາກົນໃຫຍ່ທີ່ສຸດໃນໂລກ, ໂດຍມີມູນຄ່າເກີນດຸນການຄ້າຫລາຍກວ່າ 20 ຕື້ໂດລາສະຫະລັດ. ມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຈົດທະບຽນລວມບັນລຸເກືອບ 39 ຕື້ໂດລາສະຫະລັດ ແລະ ອັດຕາສ່ວນຄົວເຮືອນທຸກຍາກຫລຸດລົງເຫລືອພຽງ 1,3%.
ເຖິງຢ່າງໃດກໍຕາມ, ຄວາມໝາຍຂອງການປ່ຽນແປງໃໝ່ບໍ່ໄດ້ຢຸດຢູ່ພຽງແຕ່ຕົວເລກສະຖິຕິເທົ່ານັ້ນ. ຈາກປະເທດທີ່ເຄີຍເພິ່ງພາການຜະລິດກະສິກຳເປັນຕົ້ນຕໍ ແລະ ເຄີຍຜະເຊີນກັບໄພຂາດແຄນສະບຽງອາຫານ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນປະເທດສົ່ງອອກຜະລິດຕະພັນກະສິກຳຊັ້ນນຳຂອງໂລກ. ຂະແໜງອຸດສາຫະກຳປຸງແຕ່ງ ແລະ ການຜະລິດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ສິນຄ້າຫວຽດນາມຈຳນວນຫລວງຫລາຍໄດ້ເຂົ້າຮ່ວມໃນຕ່ອງໂສ້ການຜະລິດ ແລະ ຕ່ອງໂສ້ອຸປະທານລະດັບໂລກຢ່າງເລິກເຊິ່ງ.
ສຳລັບພື້ນຖານໂຄງລ່າງ ກໍມີບາດກ້າວພັດທະນາແບບກ້າວກະໂດດເຊັ່ນດຽວກັນ. ລະບົບເສັ້ນທາງຄົມມະນາຄົມ, ທ່າເຮືອ, ສະໜາມບິນ, ໂຄງຂ່າຍໄຟຟ້າ, ໂທລະຄົມມະນາຄົມ ແລະ ໂຄງລ່າງຕົວເມືອງ ໄດ້ຮັບການລົງທຶນໃຫ້ມີຄວາມຄົບຊຸດ ແລະ ເຊື່ອມຈອດກັນຫລາຍຂຶ້ນ. ຈົນຮອດທ້າຍປີ 2025, ຫວຽດນາມ ໄດ້ກໍ່ສ້າງສຳເລັດ ແລະ ເປີດນຳໃຊ້ເສັ້ນທາງດ່ວນຫລາຍກວ່າ 3.000 ກິໂລແມັດ, ສ້າງເປັນໂຄງຂ່າຍຄົມມະນາຄົມຍຸດທະສາດແລວເໜືອ–ໃຕ້ ທີ່ເຊື່ອມໂຍງບັນດາເຂດເສດຖະກິດສຳຄັນ, ດ່ານສາກົນ ແລະ ທ່າເຮືອໃຫຍ່ເຂົ້າດ້ວຍກັນ. ຄຽງຄູ່ກັບພື້ນຖານໂຄງລ່າງ ທາງກາຍະພາບ, ຫວຽດນາມ ພວມເລັ່ງພັດທະນາໂຄງລ່າງດີຈິຕອນ ແລະ ຂໍ້ມູນ, ວິທະ ຍາສາດ–ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈິຕອນ, ປັນຍາປະດິດ, ອຸດສາຫະກຳເຊມິຄອນດັກເຕີ, ພະ ລັງງານຮູບແບບໃໝ່ ແລະ ເຕັກໂນໂລຊີຍຸດທະສາດ ໄດ້ຮັບການກຳນົດໃຫ້ເປັນກຳລັງຂັບເຄື່ອນຫລັກຂອງຮູບແບບການເຕີບໂຕໃໝ່. ພ້ອມດຽວກັນນັ້ນ, ສັກກະຍະພາບດ້ານການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ກໍໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ.
ສິ່ງທີ່ສຳຄັນຍິ່ງໄປກວ່ານັ້ນຄື ໝາກຜົນຂອງການພັດທະນາໄດ້ຖືກປ່ຽນມາເປັນການຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນຢ່າງແທ້ຈິງ. ວຽກງານການຫລຸດຜ່ອນຄວາມທຸກຍາກ, ການປະກັນສະຫວັດດີການສັງຄົມ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ ລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ. ນີ້ແມ່ນຈຸດເດັ່ນອັນຊົງຄຸນຄ່າຂອງພາລະກິດປ່ຽນແປງໃໝ່: ການພັດທະນາເສດຖະກິດ ຕ້ອງຕິດພັນກັບຄວາມກ້າວໜ້າ ແລະ ຄວາມຍຸຕິທຳໃນສັງຄົມ ໂດຍຖືເອົາປະຊາຊົນເປັນໃຈກາງຂອງການພັດທະນາ.
ບົດບາດ ແລະ ອິດທິພົນທີ່ໄດ້ຮັບການຍົກສູງໃນເວທີສາກົນ.
ຖານະ ແລະ ບົດບາດຂອງຫວຽດນາມ ໃນເວທີສາກົນໄດ້ຮັບການຍົກສູງຂຶ້ນຢ່າງຕໍ່ເນື່ອງ. ຫວຽດນາມ ໄດ້ດຳເນີນນະໂຍບາຍເຊື່ອມໂຍງສາກົນຢ່າງຕັ້ງໜ້າ ແລະ ເປັນເຈົ້າການ, ເຂົ້າຮ່ວມຢ່າງກວ້າງຂວາງ ແລະ ເລິກເຊິ່ງໃນ ອາຊຽນ, ອົງການສະຫະປະຊາຊາດ, ເອເປັກ ຕະຫລອດຮອດກົນໄກການຮ່ວມມືລະດັບພາກພື້ນ ແລະ ສາກົນອື່ນໆ. ຫວຽດນາມ ເຄີຍດຳລົງຕຳແໜ່ງເປັນສະມາຊິກບໍ່ປະຈໍາຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ 2 ສະໄໝ, ເປັນປະທານອາຊຽນຫລາຍຄັ້ງຢ່າງຈົບງາມ ແລະ ເປັນເຈົ້າພາບຈັດກອງປະຊຸມສາກົນລະດັບສູງຫລາຍຄັ້ງ. ປັດຈຸບັນ, ຫວຽດນາມ ເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງຂອງປະຊາຄົມໂລກ, ໄດ້ເຂົ້າຮ່ວມກອງກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ, ປະກອບສ່ວນເຂົ້າໃນຄວາມພະຍາຍາມລວມເພື່ອສັນຕິພາບ, ການຮ່ວມມື, ການພັດທະນາແບບຍືນຍົງ ແລະ ການຮັບມືກັບສິ່ງທ້າທາຍລະດັບໂລກ. ມາຮອດປັດຈຸບັນ, ຫວຽດນາມ ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບ 194 ປະເທດທົ່ວໂລກ, ສ້າງຂອບການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານກັບ 45 ປະເທດ, ລວມທັງ 5 ປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ.
ໃນຕົ້ນປີ 2026, ຫວຽດນາມ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ກອງປະຊຸມໃຫຍ່ ຄັ້ງທີ XIV ໄດ້ກຳນົດແນວຄິດ, ວິໄສທັດ ແລະ ການຕັດສິນໃຈຍຸດທະສາດສຳຄັນ ເພື່ອນຳພາປະເທດຊາດກ້າວເດີນຢ່າງໜັກແໜ້ນເຂົ້າສູ່ສັງກາດໃໝ່: ຮອດປີ 2030 (ຄົບຮອບ 100 ປີ ແຫ່ງການສ້າງຕັ້ງພັກກອມມູນິດຫວຽດນາມ) ຈະກາຍເປັນປະເທດກຳລັງພັດທະນາ ທີ່ມີອຸດສາຫະກຳທັນສະໄໝ ແລະ ມີລາຍໄດ້ປານກາງລະດັບສູງ. ຮອດປີ 2045 (ຄົບຮອບ 100 ປີ ແຫ່ງການສະຖາປະນາ ສາທາລະນະລັດ ສັງຄົມນິຍົມ ຫວຽດ ນາມ) ຈະກາຍເປັນປະເທດພັດທະນາ ທີ່ມີລາຍໄດ້ສູງ ຕາມທິດສັງຄົມນິຍົມ. ເປົ້າໝາຍເຫລ ົ່ານີ້ສະແດງໃຫ້ເຫັນເຖິງຄວາມມຸ່ງມາດປາດຖະໜາອັນແຮງກ້າຂອງຫວຽດນາມ ໃນການກ້າວທະຍານໄປຂ້າງໜ້າ, ພ້ອມທັງໄດ້ຮັບການ
ສ້າງຕັ້ງຂຶ້ນບົນພື້ນຖານສັກກະຍະພາບ, ກຳລັງແຮງ ແລະ ບົດຮຽນຕົວຈິງທີ່ໄດ້ສະສົມມາເປັນເວລາຫລາຍທົດສະວັດ.
KPL