,v[8ec|j ';y -kdko76 [+ xt9e c]t xt]y opkgvd dy f8y ,tla d c]t .sh dkooe{vtfu fdkooe0A ol6 ' ]k;{dk-a dlt4ko ]q 'ok, dkoIj ;,,n ;Pd'kowvptdko xtdkflh k'8A ' 3I'IPo ,a fmtpq ,8vo8Q olq ' g,n v'g'o 3I'IPos';Po16 ,u 7;k,rh v,m5 dfh ko fegou odkoIPo{dkolvo lq dIPo 2026-2027 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົ ນີ ້າົ ງ່ ືອັ ນwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 07.09.2026 ປີທີ 25 ສະບັບທີ 6.514ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j gru j ,mt;u [q f[kfdkooerk0v'ra d ra fmtok;Pd'koln j ,;o-q o .sh sa oxj Pol6 j 75 ootrk[.\j K ທ່ານ ນາງ ລີວົງ ລາວລີ (ຂວາ) F ອ່ານຕໍ່ໜ້າ 4່ າໍ່ ໜ້າ ]k;{dk-a dlt4ko Ia fc|h o dkorq ;ra oIj ;,,n lv'/j kp ທ່ານ ສິດທິຣົດ ຣາຊະພົນ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ xtmkoxtgmf csj ' lxx ]k; rq [xtlv'/j kpda [xtmkokmy [= fu g[]ki5 f-u F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ g,n v'w- lk,a d7u da o vtokw,{2N o26 7v'g\n v' mu j 4n dzq odtmq [9kdwroE4h ;, ຂປລ.ໂດຍຕອບສະໜອງຕາມ ການເຊື້ອເຊີນຂອງ ທ່ານ ກາຊຶມໂຈມາດ ໂຕກາຢຽບ (H.E. Mr. Kassym-Jomart Tokayev) ປະທານາທິບໍດີ ແຫ່ງ ສາທາລະນະ ລັດ ກາຊັກສະຖານ, ທ່ານ ທອງລຸນ ຂປລ. ໃນວັນທີ3ກັນຍາ2026, ທີ່ນະຄອນຫລວງອັດສະຕານາ, ສາທາລະນະລັດກາຊັກສະຖານ, ໃນໂອກາດການຢ້ຽມຢາມທາງ ລັດຖະກິດຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ຂປລ. ໃນສົກຮຽນ 20262027 ນີ້, ໂຮງຮຽນສອງພາສາ ຂປລ. ພິທີປະກາດສ້າງຕັ້ງ ໂຮງ ຮຽນມັດທະຍົມຕົ້ນສົງ ເມືອງເງິນ ແຂວງໄຊຍະບູລີ ຈັດຂຶ້ນໃນວັນທີ 3 ກັນຍາ 2026 ຢູ່ວັດສະຫລີດອນ ແກ້ວ ບ້ານແກ້ວດອນຄູນ ເມືອງ ເງິນ ແຂວງໄຊຍະບູລີ ໂດຍມີພະ ອາຈານໃຫຍ່ ພັນທອງ ໂພມີໄຊ ຂປລ. ໃນວັນທີ 1 ກັນຍາ 2026 ທີ່ນະຄອນຫລວງບິສະເກັກ, ສ ກຽກກິດສະຖານ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເລັກຊານເດີ ລູກາເຊັນໂກ ຂປລ. ໃນຕອນເຊົ້າວັນທີ 24 ສິງຫາ 2026 ຜ່ານມາ, ທີ່ທຳນຽບ ປະທານາທິບໍດີ, ນະຄອນຫລວງ Riga, ປະເທດລັດເວຍ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາ ຕັ້ງຕໍ່ ທ່ານ Edgars Rinkevics ຂປລ. ມະຫາວິທະຍາໄລແຫ່ງ ຊາດ (ມຊ) ຈັດພິທີມອບ-ຮັບຕຳ ແໜ່ງວິຊາການຄູບໍ່ປະຈຳ ຂັ້ນສາ ສະດາຈານກິດຕິມະສັກ, ສາສະດາ ຈານພິເສດ ແລະ ປະລິນຍາເອກ ກິດຕິມະສັກ ໃນຕອນເຊົ້າ ວັນທີ 4 ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ໃນວັນທີ 5 ກັນຍາ 2026 ນີ້, ທ່ານ ພິມມະເສນ ຄູນສິລິວົງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອຸດົມໄຊ (ກສ) ພ້ອມດ້ວຍວິຊາການ ຂັ້ນ ແຂວງ ຮ່ວມກັບ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງໄຊ ສົມ ທົບກັບອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ບ້ານໃໝ່ ອອກແຮງ ງານລວມອະນາໄມ, ຂຸດດິນຕົມ, ຊາກໄມ້ ແລະ ສິ່ງກີດຂວາງ ອອກຈາກຄອງເໝືອງຊົນລະ ປະທານທີ່ໄດ້ຮັບຄວາມເສຍຫາຍ ຈາກໄພນ້ຳຖ້ວມ ທັງນີ້ກໍເພື່ອເປັນ ການແກ້ໄຂຜົນກະທົບ ແລະ ຟື້ນຟູ ລະບົບຊົນລະປະທານໃຫ້ສາມາດ ປະທານາທິບໍດີ ແຫ່ງ ສາທາ ລະນະລັດ ເບລາຣຸດຊີ ໃນໂອກາດ ທ່ານ ທອງລຸນ ສີສຸລິດ ພ້ອມຄະນະ (ຊ້າຍ) ກັນຍາ 2026 ຢູ່ສະໂມສອນສະຖາ ບັນຂົງຈືໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ (ຜູ້ທີ 8 ນັບຈາກຂວາຫາຊ້າຍ) ຄະນະປະຈຳສູນກາງ ອົງການພຸດ ທະສາສະໜາສໍາພັນລາວ(ອພສ), ຮອງຫົວໜ້າກຳມາທິການສຶກສາ ສົງສູນກາງ ແລະ ທ່ານ ອິນເນດ ຂຽວສີຟ້າ ຮອງເລຂາພັກເມືອງ, ປະທານຄະນະກໍາມະການອົງການ m6 f]k; pnj olko8k8A '8+ xtmkokmy [= fu csj ' lkmk]tot]a f ]a fg;p ປະທານາທິບໍດີ ແຫ່ງ ສາທາລະນະ ລັດ ລັດເວຍ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,ປະທານປະເທດແຫ່ງ ສປປ ລາວ, ໄດ້ມີພິທີລົງນາມບົດ ບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງ ການໄອຍະການປະຊາຊົນສູງສຸດ ]kp'kodko7Q o7;h k{d;fdkdkoltg|u 0= vtwrpt3mf .sh cdj oa d3mf muj 4n dlko8a fly oxtsko-u ;y f xt9exu 2026 F ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ. ກອງເລຂາຄະນະກຳມະ ການອະໄພຍະໂທດລະດັບຊາດ ໄດ້ ເປີດກອງປະຊຸມ ລາຍງານຜົນການ ຄົ້ນຄວ້າ, ກວດກາການສະເໜີຂໍອະ ໄພຍະໂທດໃຫ້ແກ່ນັກໂທດທີ່ຖືກ ສານຕັດສິນປະຫານຊີວິດ ປະຈຳປີ 2026 ໃນວັນທີ 3 ກັນຍາ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງ ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ, ຫົວໜ້າກອງເລຂາ ຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີບັນດາຮອງຫົວໜ້າ ກອງເລຂາ ແລະ ຄະນະກອງເລຂາ ຄະນະກໍາມະການອະໄພຍະໂທດ F ອ່ານຕໍ່ໜ້າ 4່ າໍ່ ໜ້າ lts]v'7q [Iv[ 30 xu csj 'dkolh k'8A 'lt4k[a oc,j oE0v' ຂປລ. ວັນທີ 31 ສິງຫາ 2026 ຜ່ານມາ, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ, ກະຊວງ ການຕ່າງປະເທດ, ໃນນາມປະທານ ສະພາບໍລິຫານງານສະຖາບັນແມ່ ນ້ຳຂອງ ໄດ້ເຂົ້າຮ່ວມງານສະເຫລີມ ສະຫລອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສະຖາບັນແມ່ນໍ້າຂອງ ທີ່ຂອນແກ່ນ, ປະເທດໄທ ໂດຍມີສະ ມາຊິກສະພາບໍລິຫານງານສະຖາ ບັນແມ່ນ້ຳຂອງ, ສະມາຊິກຄະນະ ປະຈຳສະຖາບັນແມ່ນ້ຳຂອງ, ຜູ້ຕາງ ໜ້າຈາກສະຖານກົງສຸນໃຫຍ່ ຂອງ ບັນດາປະເທດສະມາຊິກອະນຸພາກ ພື້ນແມ່ນໍ້າຂອງ (GMS) ທີ່ຂອນ ແກ່ນ, ຄູ່ຮ່ວມງານ, ຄູ່ຮ່ວມພັດທະ ນາ ແລະ ພະນັກງານຂອງສະຖາບັນ ດັ່ງກ່າວ ເຂົ້າຮ່ວມ. ການສະເຫລີມສະຫລອງຄັ້ງນີ້, ຈັດຂຶ້ນພາຍໃຕ້ຫົວຂໍ້ “PeoplePartnership-Progress” ຊຶ່ງ ສະທ້ອນໃຫ້ເຫັນເຖິງການປະຕິບັດ ງານຂອງສະຖາບັນແມ່ນໍ້າຂອງ ລາວ-ຫວຽດນາມ ຫງວຽນຢູ ມີ ຄວາມພ້ອມທຸກດ້ານ ໃນການດຳ ເນີນການຮຽນ-ການສອນ ໂດຍສະ ເພາະດ້ານພື້ນຖານໂຄງລ່າງ ເປັນ ຕົ້ນຫ້ອງຮຽນ, ໂຕະ-ຕັ່ງ,ອຸປະກອນ ການຮຽນ-ການສອນ ແລະ ອື່ນໆ, ພ້ອມທັງກຽມດ້ານບຸກຄະລາກອນ, ພະນັກງານ, ຄູ-ອາຈານ ຂອງແຕ່ ລະຊັ້ນຮຽນ ໃຫ້ມີຄວາມພ້ອມຮອບ ດ້ານ ເພື່ອເຮັດໃຫ້ການຮຽນ-ການ ສອນ ຢູ່ພາຍໃນໂຮງຮຽນ ໄດ້ທັງ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍ ທ່ານ ກາຊຶມ-ໂຈມາດ ໂຕກາຢຽບ (ກວດແຖວກຽດຕິຍົດ) y ສີສຸລິດ ປະທານປະເທດ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາ
@ 0j k; c]t gsfdko j 07/09/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ລາວ-ກາຊັກສະຖານ ຮັດແໜ້ນ...ັັ້ ເມືອງໄຊ...ື ປະທານປະເທດ... ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ (ຊ້າຍ) ຊົນລາວ ໄດ້ນໍາພາຄະນະຜູ້ແທນ ຂັ້ນສູງຂອງ ສປປ ລາວ ເດີນທາງ ຢ້ຽມຢາມ ສາທາລະນະລັດ ກາຊັກ ສະຖານ ຢ່າງເປັນທາງການ ໃນ ວັນທີ 3-4 ກັນຍາ 2026. ໃນຕອນເຊົ້າຂອງວັນທີ3ກັນຍາ 2026 ທີ່ ທໍານຽບເອກະລາດ ແຫ່ງ ສ ກາຊັກສະຖານ (Palace of Independence) ໄດ້ມີພິທີຕ້ອນຮັບ ຢ່າງເປັນທາງການ ຈັດຂຶ້ນຢ່າງຍິ່ງ ໃຫຍ່ ແລະ ສົມກຽດ ໃຫ້ແກ່ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໂດຍການຕ້ອນຮັບອັນອົບອຸ່ນຂອງ ທ່ານ ກາຊຶມ-ໂຈມາດ ໂຕກາຢຽບ ປະທານາທິບໍດີ ແຫ່ງ ສ ກາຊັກສະ ຖານ ພ້ອມດ້ວຍຄະນະ. ຈາກນັ້ນ, ໄດ້ມີການພົບປະ ສອງຝ່າຍຢ່າງເປັນທາງການລະ ຫວ່າງ ສອງປະມຸກລັດ ລາວ ແລະ ກາຊັກສະຖານ. ໃນໂອກາດນີ້, ທ່ານ ກາຊຶມ-ໂຈມາດ ໂຕກາຢຽບ ໄດ້ ສະແດງຄວາມຍິນດີຕ້ອນຮັບອັນ ອົບອຸ່ນ ແລະ ຕີລາຄາສູງ ຕໍ່ການ ຢ້ຽມຢາມ ກາຊັກສະຖານ ຢ່າງເປັນ ທາງການຂອງຄະນະຜູ້ແທນຂັ້ນ ສູງຂອງ ສປປ ລາວ ໃນຄັ້ງນີ້ ຊຶ່ງ ທ່ານ ທອງລຸນ ສີສຸລິດ ກໍໄດ້ສະ ແດງຄວາມປິຕິຍິນດີ ແລະ ຂອບໃຈ ຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບ ອຸ່ນດັ່ງກ່າວ. ການຢ້ຽມຢາມກາຊັກ ສະຖານ ຢ່າງເປັນທາງການ ຄັ້ງນີ້ ເປັນການຢ້ຽມຢາມຄັ້ງທຳອິດໃນ ຂັ້ນປະມຸກລັດຂອງ ສປປ ລາວ ຊຶ່ງ ຖືເປັນຂີດໝາຍໃໝ່ອັນສຳຄັນໃນ ການຮັດແໜ້ນສາຍພົວພັນມິດຕະ ພາບ ແລະ ການຮ່ວມມືໃນໄລຍະ ໃໝ່ ບົນພື້ນຖານມູນເຊື້ອແຫ່ງສາຍ ພົວພັນມິດຕະພາບທີ່ມີມາແຕ່ດົນ ນານລະຫວ່າງສອງປະເທດ ນັບຕັ້ງ ແຕ່ການສ້າງຕັ້ງສາຍພົວພັນການ ທູດ ໃນປີ 1997 ໃຫ້ແໜ້ນແຟ້ນ ຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ. ໃນການພົບປະ, ສອງຝ່າຍໄດ້ ປຶກສາຫາລື ແລະ ທົບທວນຄືນການ ພົວພັນຮ່ວມມື ລະຫວ່າງ ສອງປະ ເຂົ້າຮ່ວມກອງປະຊຸມອົງການຮ່ວມ ມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus). ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນ ດີເປັນຢ່າງຍິ່ງທີ່ໄດ້ພົບປະກັບ ທ່ານ ອາເລັກຊານເດີ ລູກາເຊັນໂກ ອີກ ເທື່ອໜຶ່ງ ພາຍຫລັງການພົບປະກັນ ທີ່ເມືອງກາຊານ, ສ ຣັດເຊຍ ໃນ ເດືອນຕຸລາ 2024 ຜ່ານມາ. ການ ພົບປະຄັ້ງນີ້, ຖືເປັນຂີດໝາຍສໍາ ຄັນເພື່ອປະກອບສ່ວນເຂົ້າໃນການ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມ ລະຫວ່າງ ສອງ ປະເທດ ໃຫ້ນັບມື້ນັບມີໝາກຜົນ ເອກະພາບໃນການສືບຕໍ່ໃຫ້ມີການ ປຶກສາຫາລືກັນຜ່ານກົນໄກການ ຮ່ວມມືທີ່ມີຢູ່ແລ້ວ ເພື່ອຊຸກຍູ້ການ ຈັດຕັ້ງປະຕິບັດບັນດາໂຄງການ ຮ່ວມມືສອງຝ່າຍ ໃຫ້ໄດ້ຮັບໝາກ ຜົນເປັນຮູບປະທຳຍິ່ງຂຶ້ນ ເພື່ອນໍາ ເອົາຜົນປະໂຫຍດຕົວຈິງມາສູ່ປະ ຊາຊົນສອງຊາດ ລາວ-ເບລາຣຸດຊີ ໃຫ້ຫລາຍກວ່າເກົ່າ. ໃນໂອກາດນີ້, ທ່ານ ອາເລັກ ຊານເດີ ລູກາເຊັນໂກ ກໍໄດ້ສະແດງ ຄວາມຊົມເຊີຍຕໍ່ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ຮັບການເລືອກຕັ້ງ ເປັນ ປະທານປະເທດລາວ ອີກໜຶ່ງ ສະໄໝ ແລະ ຖືໂອກາດດັ່ງກ່າວເຊື້ອ ເຊີນໄປຢ້ຽມຢາມ ເບລາຣຸດຊີ ຢ່າງ ເປັນທາງການ ໃນໂອກາດທີ່ເໝາະ ສົມ, ພ້ອມທັງສະແດງຄວາມມຸ່ງ ໝັ້ນ ທີ່ຈະສືບຕໍ່ຊຸກຍູ້ສາຍພົວພັນ ແລະ ການຮ່ວມມືທີ່ເປັນມູນເຊື້ອ ອັນດີງາມທີ່ມີມາແຕ່ດົນນານ ລະ ຫວ່າງ ລາວ ແລະ ເບລາຣຸດຊີ ໃຫ້ ເຂັ້ມແຂງ, ເລິກເຊິ່ງ ແລະ ແຕກ ດອກອອກຜົນຍິ່ງຂຶ້ນ. ມອບຕຳແໜ່ງ...່ ທ່ານ ທອງລຸນ ສີສຸລິດ ພ້ອມຄະນະ ທ່ານ ອາເລັກຊານເດີ ລູກາເຊັນໂກ ພ້ອມຄະນະ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ, ມີທ່ານຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງສຶກ ສາທິການແລະ ກິລາ, ບັນດາລັດຖະ ມົນຕີ, ຜູ້ອຳນວຍການໃຫຍ່ ມຊ, ປະທານ-ຮອງປະທານສະພາ ມຊ ພ້ອມດ້ວຍຄະນະອຳນວຍການ ມຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂດຍການຄົ້ນຄວ້າ ຂອງມະຫາ ວິທະຍາໄລແຫ່ງຊາດ ຕໍ່ຜົນງານ ຂອງບັນດາທ່ານທີ່ໄດ້ອຸທິດກຳ ລັງກາຍ, ກຳລັງໃຈ, ສະຕິປັນຍາ ແລະ ຄວາມຮູ້-ຄວາມສາມາດ ເຂົ້າ ໃນພາລະກິດສ້າງສາພັດທະນາປະ ເທດຊາດ ໂດຍສະເພາະ ຂົງເຂດ ການສຶກສາ, ການພັດທະນາວິທະ ຍາສາດ ແລະ ຊັບພະຍາກອນມະ ນຸດ. ສະນັ້ນ, ສະພາມະຫາວິທະຍາ ໄລແຫ່ງຊາດ ໄດ້ຕົກລົງມອບຕຳ ແໜ່ງວິຊາການຄູບໍ່ປະຈຳ ໃຫ້ແກ່ ບັນດາທ່ານ ທີ່ມີຜົນງານດັ່ງກ່າວ ຈໍານວນ6ທ່ານ. ໃນນັ້ນ, ຂັ້ນສາສະ ດາຈານກິດຕິມະສັກ ຈໍານວນ 2 ທ່ານ ຄື: ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ທ່ານ ສົມມາດ ພົນເສນາ ອະດີດຮອງປະ ທານສະພາແຫ່ງຊາດ; ຂັ້ນສາສະ ດາຈານພິເສດ ຈຳນວນ 2 ທ່ານ ຄື: ທ່ານ ຮສ. ປອ. ຄໍາຜາດ ສຸລິນພູມີ ຄະນະຊັບພະຍາກອນນ້ຳ ມຊ ແລະ ທ່ານ ຮສ. ປອ. ທອງວັນ ສິຣິວັນ ຄະນະເສດຖະສາດ ແລະ ບໍລິຫານ ທຸລະກິດ ມຊ; ຂັ້ນປະລິນຍາເອກ ກິດຕິມະສັກ ຈໍານວນ 2 ທ່ານ ຄື: ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງ ລັດແລະ ທ່ານ ໂອມຽງປະທານສະ ມາຄົມມິດຕະພາບ ລາວ-ເກົາຫລີ. ໃນໂອກາດດັ່ງກ່າວ, ທ່ານນາຍົກ ລັດຖະມົນຕີ ໄດ້ໃຫ້ກຽດມີຄໍາເຫັນ ຕໍ່ພິທີ ໂດຍສະແດງຄວາມປິຕິຍິນດີ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ ຢ້ຽມຢາມສະຖາບັນຂົງຈື, ມະຫາວິ ທະຍາໄລແຫ່ງຊາດ ຊຶ່ງເປັນສະຖາ ບັນການສຶກສາຂັ້ນສູງອັນດັບໜຶ່ງ ຂອງຊາດ, ເປັນຄັງຊັບສົມບັດທາງ ດ້ານສະຕິປັນຍາ, ແຫລ່ງຄົ້ນຄວ້າ ວິທະຍາສາດ ແລະ ນະວັດຕະກຳ ທີ່ເປັນເສົາຄໍ້າສຳຄັນ ໃນການກຳ ນົດອະນາຄົດຂອງກຳລັງຄົນ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະ ເທດຊາດ. ພ້ອມກັນນັ້ນ, ໃນໂອກາດ ທີ່ມະຫາວິທະຍາໄລແຫ່ງຊາດ ກຳ ລັງກະກຽມສະເຫລີມສະຫລອງວັນ ສ້າງຕັ້ງ ຄົບຮອບ 30 ປີ ໃນທ້າຍ ປີ 2026 ນີ້, ທ່ານນາຍົກລັດຖະມົນ ຕີ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຈັດຕັ້ງ ຜັນຂະຫຍາຍເນື້ອໃນຈິດໃຈ ທີ່ກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ ກໍານົດວ່າ: “ພັດທະນາວຽກງານ ສຶກສາໃຫ້ທົ່ວເຖິງ, ມີຄຸນນະພາບ ເພື່ອຮອງຮັບການພັດທະນາປະ ເທດຊາດ ແລະ ເຊື່ອມໂຍງກັບສາ ກົນ”, ພ້ອມທັງຍຶດໝັ້ນຄຸນນະພາບ, ປັບຕົວໃຫ້ທັນຍຸກທັນສະໄໝ ແຕ່ ຕ້ອງຮັກສາ 3 ລັກສະນະ ແລະ 5 ຫລັກມູນຂອງການສຶກສາ, ສ້າງ ຄົນທີ່ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມຮູ້ສູງ; ປະຕິຮູບຫລັກ ສູດໃຫ້ທັນສະໄໝ, ສອດຄ່ອງກັບ ຕະຫລາດແຮງງານ, ເສດຖະກິດດີ ຈິຕອນ ແລະ ເຕັກໂນໂລຊີປັນຍາປະ ດິດ (AI); ເນັ້ນການວິໄຈ ໄປຕາມ ທິດຫັນຈາກ “ຄົ້ນຄວ້າ ເພື່ອມີຜົນ ງານ” ໄປສູ່“ຄົ້ນຄວ້າ ເພື່ອສ້າງຜົນ ກະທົບ” ເພື່ອສາມາດນຳໄປໃຊ້ໄດ້ ຕົວຈິງແລະຮອງຮັບການຂ້າມຜ່ານ ອອກຈາກສະຖານະປະເທດດ້ອຍ ພັດທະນາ; ສ້າງມະຫາວິທະຍາໄລ ດີຈິຕອນ ໂດຍເລັ່ງລົງທຶນໃນວຽກ ງານເຕັກໂນໂລຊີ, ຫ້ອງຮຽນ/ຫໍສະ ໝຸດອັດສະລິຍະ ແລະ ສິ່ງອຳນວຍ ຄວາມສະດວກ; ສືບຕໍ່ຮ່ວມມືກັບສາ ກົນ ໂດຍສົ່ງເສີມສ້າງຄວາມສຳພັນ ແລະ ຍາດແຍ່ງເອົາການສະໜັບສະ ໜູນຈາກບັນດາປະເທດເພື່ອນມິດ. ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ. ເທດ ໃນໄລຍະຜ່ານມາ ໂດຍໄດ້ສະ ແດງຄວາມຊົມເຊີຍ ແລະ ຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ບົນພື້ນຖານການເຄົາ ລົບນັບຖື ແລະ ໄວ້ເນື້ອເຊື່ອໃຈ ເຊິ່ງ ກັນ ແລະ ກັນ ຊຶ່ງໄດ້ຮັບການເສີມ ຂະຫຍາຍຢ່າງຕໍ່ເນື່ອງ ທັງໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍ. ສອງ ຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນຢ່າງ ກົງໄປກົງມາ ດ້ວຍບັນຍາກາດແຫ່ງ ໄມຕີຈິດມິດຕະພາບ ເພື່ອພ້ອມກັນ ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບ ແລະ ການຮ່ວມທີ່ດີລະ ຫວ່າງສອງປະເທດ; ເຫັນດີສືບຕໍ່ຊຸກ ຍູ້ແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆ ໃຫ້ເປັນປົກກະຕິ; ຊຸກຍູ້ ສົ່ງເສີມການພົວພັນຮ່ວມມືສອງ ຝ່າຍໃນຂົງເຂດຕ່າງໆເປັນຕົ້ນດ້ານ ການເມືອງ, ເສດຖະກິດ-ການຄ້າການລົງທຶນ, ການຂົນສົ່ງ, ພະລັງ ງານ, ການສຶກສາ, ວັດທະນາທຳສັງຄົມ, ວຽກງານໄອຍະການປະຊາ ຊົນສູງສຸດ ລວມເຖິງການສະໜັບ ສະໜູນ ເຊິ່ງກັນ ແລະ ກັນ ໃນເວທີ ພາກພື້ນ ແລະ ສາກົນ ໂດຍສະເພາະ ໃນຂອບ ສປຊ, ຂອບການຮ່ວມມື ອົງການຮ່ວມມືຊຽງໄຮ້ (SCO) ແລະ ອື່ນໆ. ໃນໂອກາດດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ຕາງໜ້າໃຫ້ ລັດຖະບານແລະປະຊາຊົນລາວສະ ແດງຄວາມຮູ້ບຸນຄຸນຢ່າງສູງມາຍັງ ລັດຖະບານ ແລະ ປະຊາຊົນ ກາຊັກ ສະຖານ ທີ່ໄດ້ໃຫ້ການສະໜັບສະ ໜູນ ແລະ ຊ່ວຍເຫລືອ ສປປ ລາວ ໂດຍສະເພາະການສ້າງບຸກຄະລາ ກອນ ຕັ້ງແຕ່ສະໄໝສະຫະພາບໂຊ ວຽດ ຊຶ່ງໄດ້ກາຍເປັນກຳລັງແຮງ ອັນສຳຄັນໃນພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ ຂອງ ສປປ ລາວ ໃນປັດຈຸບັນ. ພ້ອມກັນນັ້ນ, ຍັງໄດ້ເຊື້ອເຊີນ ທ່ານ ກາຊຶມ-ໂຈມາດ ໂຕກາຢຽບ ມາ ຢ້ຽມຢາມ ສປປ ລາວ ໃນໂອກາດ ຄົບຮອບ 30 ປີ ແຫ່ງ ການສ້າງ ຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ກາຊັກສະຖານ ໃນປີ 2027. ພາຍຫລັງສໍາເລັດການພົບປະ ສອງຝ່າຍ, ສອງປະມຸກລັດ ລາວ ແລະ ກາຊັກສະຖານ ໄດ້ຮັບຮອງ ເອົາຖະແຫລງການຮ່ວມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ແລະ ສາທາລະນະລັດ ກາຊັກສະຖານ ພ້ອມທັງໄດ້ເປັນ ສັກຂີພິຍານໃນພິທີແລກປ່ຽນເອກະ ສານຮ່ວມມື ຈໍານວນ 4 ສະບັບຄື: ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການປຶກສາຫາລືດ້ານການເມືອງ ລະຫວ່າງ ກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ແລະ ສ ກາ ຊັກສະຖານ; ບົດບັນທຶກຄວາມເຂົ້າ ໃຈ ລະຫວ່າງ ອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສ ກາຊັກສະຖານ; ບົດບັນ ທຶກຄວາມເຂົ້າໃຈ ວ່າດ້ວຍການ ຮ່ວມມືດ້ານຂໍ້ມູນຂ່າວສານ, ເຕັກ ໂນໂລຊີການສື່ສານ ແລະ ການບໍລິ ຫານລັດດ້ວຍລະບົບເອເລັກໂຕຣ ນິກ ລະຫວ່າງ ກະຊວງເຕັກໂນໂລ ຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ກະຊວງພັດທະນາດີຈິ ຕອນ ແລະ ປັນຍາປະດິດ ແຫ່ງ ສ ກາຊັກສະຖານ; ບົດບັນທຶກຄວາມ ເຂົ້າໃຈ ວ່າດ້ວຍການສ້າງຕັ້ງສາຍ ພົວພັນນະຄອນມິດຕະພາບ ລະ ຫວ່າງ ນະຄອນຫລວງວຽງຈັນ ແລະ ນະຄອນຫລວງ ອາສ໌ຕານາ. ໃນຕອນທ່ຽງຂອງວັນດຽວກັນ, ທ່ານ ກາຊຶມ-ໂຈມາດ ໂຕກາຢຽບ ຍັງໄດ້ເປັນເຈົ້າພາບຈັດງານລ້ຽງ ຮັບຮອງເປັນກຽດໃຫ້ແກ່ ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຢ່າງສົມກຽດ. ໃນໂອກາດເຄື່ອນໄຫວຢ້ຽມ ຢາມ ສ ກາຊັກສະຖານ ຢ່າງເປັນ ທາງການ ໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ຕ້ອນຮັບການເຂົ້າ ຢ້ຽມຂ່ຳນັບຂອງ ທ່ານ ໂອຊາສ໌ ເບກເຕນອບ ນາຍົກລັດຖະມົນຕີ ແຫ່ງ ສ ກາຊັກສະຖານ (H.E. Mr. Olzhas Bektenov). ນອກຈາກ ນີ້, ທ່ານ ທອງລຸນ ສີສຸລິດ ພ້ອມ ດ້ວຍຄະນະຍັງໄດ້ໄປຢ້ຽມຢາມ ສູນການເງິນສາກົນ (AIFC), ສູນ ປັນຍາປະດິດສາກົນ (ICAI), ອົງ ການສົ່ງເສີມການສ້າງມາດຕະ ການເພື່ອຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ (CICA) ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວສໍາ ຄັນຂອງກາຊັກສະຖານ ຈໍານວນ ໜຶ່ງ ເປັນຕົ້ນ ພິພິທະພັນແຫ່ງຊາດ ກາຊັກສະຖານ, ອະນຸສອນສະຖານ ນັກຮົບ ແພນຟິລັອບ 28 (28 Panfilov Guardsmen), ພິພິທະ ພັນສິລະປະ ອານມາຕີ ແລະ ໂບດ ໂອໂຕດັອກຣັດເຊຍ (Ascension C a t h e d r a l R u s s i a n Orthodox). ພິເສດ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ໄປຢ້ຽມ ຢາມມະຫາວິທະຍາໄລແຫ່ງຊາດ L.N. GumilyovEurasian, ພ້ອມ ທັງໄດ້ໃຫ້ກຽດຂຶ້ນກ່າວບັນຍາຍ ຕໍ່ ຄູອາຈານ-ນັກສຶກສາ ແລະ ຍັງ ໄດ້ເປັນກຽດຮັບນາມມະຍົດ ສາສະ ດາຈານ ກິດຕິມະສັກ ຈາກມະຫາ ວິທະຍາໄລດັ່ງກ່າວ ອີກດ້ວຍ. ເປັນຮູບປະທຳຍິ່ງໆຂື້ນ. ພ້ອມກັນ ນີ້, ທ່ານປະທານປະເທດແຫ່ງສປປ ລາວ ກໍໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ ທ່ານປະທານາທິບໍດີ ແລະ ລັດຖະບານເບລາຣຸດຊີ ທີ່ໃຫ້ ການສະໜັບສະໜູນ ສປປ ລາວ ໃນ ການເຂົ້າເປັນຄູ່ຮ່ວມເຈລະຈາຂອງ ອົງການ SCO ພ້ອມທັງຢືນຢັນ ວ່າ ສປປ ລາວ ຈະສືບຕໍ່ປະກອບ ສ່ວນຢ່າງຫ້າວຫັນໃນເວທີດັ່ງກ່າວ ຕາມຄວາມສາມາດ ແລະ ເງື່ອນໄຂ ຕົວຈິງ. ໃນການພົບປະດັ່ງກ່າວ, ສອງ ຝ່າຍໄດ້ຕີລາຄາສູງຕໍ່ການພົວພັນ ຮ່ວມມືອັນດີ ລະຫວ່າງ ລາວ-ເບລາ ຣຸດຊີ ທີ່ໄດ້ຮັບການເສີມຂະຫຍາຍ ຢ່າງຕໍ່ເນື່ອງຕະຫລອດໄລຍະຜ່ານ ມາ ໂດຍສະເພາະທາງດ້ານການ ເມືອງ ແລະ ຄວາມໝັ້ນຄົງ, ພ້ອມ ທັງເຫັນດີສືບຕໍ່ໃຫ້ມີການແລກປ່ຽນ ການຢ້ຽມຢາມຂອງຄະນະຜູ້ແທນ ໃນຫລາຍລະດັບ; ສອງຝ່າຍ ຍັງໄດ້ ທົບທວນຄືນເຖິງການພົວພັນຮ່ວມ ມືໃນໄລຍະຜ່ານມາ ແລະ ປຶກສາຫາ ລືກ່ຽວກັບທິດທາງແຜນການຮ່ວມ ມືໃນຕໍ່ໜ້າ ໂດຍສະເພາະສືບຕໍ່ຊຸກ ຍູ້ການຈັດຕັ້ງປະຕິບັດບັນດາໂຄງ ການຮ່ວມມືໃນຂົງເຂດຕ່າງໆ ທີ່ ໄດ້ມີການຕົກລົງ ແລະ ເຫັນດີເປັນ ເອກະພາບຮ່ວມກັນແລ້ວນັ້ນ ໃຫ້ ເປັນຮູບປະທຳຍິ່ງຂຶ້ນ ເປັນຕົ້ນ ດ້ານ ເສດຖະກິດ, ການຄ້າ, ການລົງທຶນ, ທະນາຄານ ແລະ ການເງິນ, ການ ສຶກສາ, ວັດທະນະທຳ, ການທ່ອງ ທ່ຽວ ແລະ ສາທາລະນະສຸກ. ນອກ ຈາກນີ້, ສອງຝ່າຍຍັງໄດ້ເຫັນດີເປັນ ທ່ານ ສອນໄຊ ສີພັນດອນ (ຂວາ) ສົ່ງນ້ຳເຂົ້າສູ່ເນື້ອທີ່ການຜະລິດກະ ສິກຳໄດ້ທັນລະດູການ. ການອອກແຮງງານຄັ້ງນີ້, ສະ ແດງໃຫ້ເຫັນເຖິງຄວາມເອົາໃຈ ໃສ່, ຄວາມເປັນຫ່ວງເປັນໃຍຂອງ ການນຳຂັ້ນແຂວງ, ເມືອງ ແລະ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ຂອງປະຊາຊົນ ເພື່ອຮັບປະກັນໃຫ້ ນ້ຳສາມາດໄຫລສະດວກ ແລະ ຕອບສະໜອງໃຫ້ແກ່ການຜະລິດ ກະສິກຳຂອງກະສິກອນໄດ້ຢ່າງ ທັນການ. ການອອກແຮງງານລວມຄັ້ງນີ້ ລວມມີແຮງງານຜູ້ເຂົ້າຮ່ວມ 200 ກວ່າຄົນ ໂດຍໃຊ້ເວລາ 1 ຕອນ ຈຶ່ງສຳເລັດ. ຂ່າວ-ພາບ: ໄມພອນ ພົມມະຈັນ
64 xu lkprq ;ra odkom6 f ]k;{s;Pfok, Ij ;,lh k'Ij ;,ra fmtok c]t dh k;wxl6 j s5 h olj ;op5 fmtlkf g,n v'mj krt[kf ,u [h korQ om5 d 26 [h ko 07/09/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ ບົດສະເໜີົີ ໂດຍ: ຄະນະ ບກ (ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ື່ັ້ັ້ົັູ ລາວ-ຫວຽດນາມ ຄົບຮອບ 64 ປີ)ົີ ຂປລ. ໃນ 6 ເດືອນຕົ້ນປີ 2026, ເມືອງລະມາມ ແຂວງເຊກອງ ໄດ້ ສຸມໃສ່ການນຳພາ-ຊີ້ນຳການພັດ ທະນາເສດຖະກິດ-ສັງຄົມ ຄຽງຄູ່ ກັບການພັດທະນາພື້ນຖານໂຄງ ລ່າງ ແລະ ຍົກສູງຄຸນນະພາບຄວາມ ເປັນຢູ່ຂອງປະຊາຊົນ ໂດຍສາມາດ ຈັດເກັບລາຍຮັບເຂົ້າງົບປະມານ ໄດ້ 6,39 ຕື້ກີບ, ບັນລຸ 49% ຂອງ ແຜນການປີ. ໃນຈຳນວນລາຍຮັບ ດັ່ງກ່າວ, ລາຍຮັບຈາກສ່ວຍສາອາ ກອນ 5,78 ຕື້ກີບ ທຽບໃສ່ແຜນປີ ເທົ່າກັບ 47% ແລະ ລາຍຮັບຈາກ ຊັບສິນ 610 ລ້ານກີບ ທຽບໃສ່ແຜນ ປີເທົ່າກັບ 77%. ຂະນະທີ່ລາຍຈ່າຍ ປະຕິບັດໄດ້ 24,82 ຕື້ກີບ ກວມເອົາ 42% ຂອງແຜນການປີ. ທ່ານ ບົວໄລ ວິໄລວົງ ປະທານ ຄະນະກໍາມະການປົກຄອງເມືອງ ລະມາມ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ຂປລ. ສາຍພົວພັນລາວ ແລະ ຫວຽດນາມ ແມ່ນສາຍພົວພັນພິເສດ ທີ່ຫາຍາກໃນໂລກ. ສອງປະເທດ ເປັນເພື່່ອນບ້ານທີ່ມີຊາຍແດນຕິດ ຈອດກັນ, ມີຄວາມໃກ້ຊິດທາງພູມ ສາດ, ປະຫວັດສາດ, ວັດທະນະທຳ ແລະ ປະເພນີ. ແຕ່ສິ່ງທີ່ເຮັດໃຫ້ສາຍ ພົວພັນນີ້ມີຄວາມໝາຍເລິກເຊິ່ງຍິ່ງ ກວ່ານັ້ນ ແມ່ນນ້ຳໃຈຂອງການຄຽງ ບ່າຄຽງໄຫລ່, ການຮ່ວມທຸກຮ່ວມ ສຸກ ແລະ ການຊ່ວຍເຫລືອກັນຜ່ານ ທຸກບົດທົດສອບຂອງປະຫວັດສາດ. ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ແມ່ນ ສອງພັກທີ່ມີຮາກຖານຮ່ວມກັນຈາກ ພັກກອມມູນິດອິນດູຈີນ.ໃນຕົ້ນຊຸມ ປີແຫ່ງການຕໍ່ສູ້ຕ້ານການຮຸກຮານ ແລະ ການກົດຂີ່ຂອງລ່າເມືອງຂຶ້ນ ຝັ່ງ, ເຖິງວ່າບັນດາຂະບວນການ ຕໍ່ສູ້ທັງໝົດຈະຖືກພວກລ່າເມືອງຂຶ້ນ ກົດຂີ່ ແລະ ລົບລ້າງ, ແຕ່ປະຊາຊົນ ສອງປະເທດ ລາວ-ຫວຽດນາມ, ຫວຽດນາມລາວ ກໍຍັງຄົງຄຽງບ່າ ຄຽງໄຫລ່. ນີ້ເປັນຫລັກຖານຊັດ ເຈນວ່າການສ້າງຕັ້ງກອງກຳລັງ ສາມັກຄີໃນການຕໍ່ສູ້ແມ່ນຄວາມ ຕ້ອງການທີ່ເປັນຫລັກວິຊາການ ແລະ ຄວາມຈຳເປັນຂອງສອງຊາດ. ໃນສະພາບການດັ່ງກ່າວ, ປະທານ ໂຮ່ຈີ່ມິງ ໄດ້ໝູນໃຊ້ຫລັກການຂອງ ມາກ-ເລນິນ ຢ່າງມີຫົວຄິດປະດິດ ສ້າງກັບເງື່ອນໄຂສະເພາະຂອງ ຫວຽດນາມ ເພື່ອກຳນົດເສັ້ນທາງ ປົດປ່ອຍຊາດຫວຽດນາມ ໃນທິດ 6 gfn vo8Q oxu g,n v']t,k, gda []kpIa [g0Q k'[xt,kowfh 6,39 8N du [ q ໂດຍ: ສັນຍາ ຕະຫລອດໄລຍະ 6 ເດືອນຜ່ານ, ຄະນະພັກ-ຄະນະກໍາມະການປົກ ຄອງເມືອງໄດ້ສຸມໃສ່ນຳພາພະນັກ ງານ-ສະມາຊິກພັກ ປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ຕາມ ທິດສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງໃນໄລຍະໃໝ່; ເອົາໃຈ ໃສ່ບູລະນະສ້ອມແປງ, ປັບປຸງຍົກ ລະດັບເສັ້ນທາງທັງໃນຕົວເມືອງ ແລະ ຊົນນະບົດ, ຂະຫຍາຍຕາຂ່າຍ ໄຟຟ້າ, ລະບົບນໍ້າປະປາ (ນໍ້າລິນ) ແລະ ລະບົບຊົນລະປະທານ ເພື່ອ ອໍານວຍຄວາມສະດວກໃຫ້ແກ່ການ ດໍາລົງຊີວິດ, ປະຈໍາວັນຂອງປະຊາ ຊົນ; ຊຸກຍູ້ສົງເສີມການຜະລິດຫັດ ຖະກໍາ ແລະ ການຜະລິດກະສິກໍາ (ປູກຝັງ-ລ້ຽງສັດ) ເພື່ອການບໍລິ ໂພກພາຍໃນ ທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ; ຕິດຕາມ ກວດກາລາຄາສິນຄ້າ, ສິນຄ້ານອກ ລະບົບ, ສິນຄ້າລອກຮຽນແບບນໍາເຂົ້າບໍ່ຖືກຕ້ອງ; ຂະຫຍາຍຕາ ໜ່າງດ້ານການສຶກສາ, ປັບປຸງຄຸນ ນະພາບການຮຽນ-ການສອນໃຫ້ ສູງຂຶ້ນ; ຫັນການບໍລິການດ້ານ ສາທາລະນະສຸກລົງສູ່ຮາກຖານ, ຍົກສູງຄຸນນະພາບການບໍລິການ ປິ່ນປົວພະຍາດ, ຕິດຕາມເຝົ້າລະວັງ ແລະ ຄວບຄຸມການແຜ່ລະບາດຂອງ ພະຍາດຕາມລະດູການ; ເສີມຂະ ຫຍາຍມູນເຊື້ອວັດທະນະທໍາ, ຮັກສາ ປະເພນີອັນດີງາມຂອງບັນດາເຜົ່າ, ໂຄສະນາ-ຊຸກຍູ້ສົ່ງເສີມການທ່ອງ ທ່ຽວ ແລະ ຍົກສູງຄຸນນະພາບການ ບໍລິການດ້ານການທ່ອງທ່ຽວ; ພັດ ທະນາສີມືແຮງງານ, ຝຶກອົບຮົມ ວິຊາຊີບ, ປະຕິບັດລະບອບປະກັນ ສັງຄົມ, ສ້າງເທສະບານເມືອງໃຫ້ ມີຄວາມສະອາດ, ສວຍງາມ ແລະ ເປັນລະບຽບຮຽບຮ້ອຍ. ທ່ານ ບົວໄລ ວິໄລວົງ ໃຫ້ຮູ້ຕື່ມ ວ່າ: ສໍາລັບວຽກງານກໍ່ສ້າງຮາກ ຖານການເມືອງ, ພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກຕິດ ພັນກັບວຽກງານ 3 ສ້າງ, ຄະນະ ພັກ-ຄະນະກໍາມະການປົກຄອງ ເມືອງ ໄດ້ຖືເປັນວຽກບຸລິມະສິດສໍາ ຄັນໃນນີ້, ໄດ້ສຸມທຶນຮອນເຂົ້າໃນ ການພັດທະນາພື້ນຖານໂຄງລ່າງ ຕິດພັນກັບການປັບປຸງລະບົບການ ຈັດຕັ້ງເຮັດໃຫ້ລະບົບການເມືອງຢູ່ ຂັ້ນຮາກຖານມີຄວາມເຂັ້ມແຂງ, ປະຊາຊົນສາມັກຄີປອງດອງ, ພື້ນ ຖານໂຄງລ່າງ, ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາ. ປັດຈຸບັນ, ທົ່ວເມືອງມີບ້ານທີ່ມີເສັ້ນທາງເຂົ້າ ເຖິງ (ທຽວໄດ້ສອງລະດູ) 45 ບ້ານກວມເອົາ 100%, ມີຄອບຄົວ ພົ້ນທຸກ 5.289 ຄອບຄົວກວມເອົາ 66,33% ແລະ ຄອບຄົວພັດທະ ນາ 2.734 ຄອບຄົວກວມເອົາ 34,29% ຂອງຄອບຄົວທັງໝົດ. ຂປລ. ເມືອງທ່າພະບາດ ແຂວງ ບໍລິຄຳໄຊ ສາມາດບັນລຸຜົນສຳເລັດ ໃນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ໂດຍ ປັດຈຸບັນມີທັງໝົດ 26 ບ້ານ ໃນທົ່ວ ເມືອງໄດ້ບັນລຸມາດຕະຖານບ້ານ ພົ້ນທຸກ ແລະ ຄອບຄົວພົ້ນທຸກກວມ 100%. ຕາມການລາຍງານຂອງທ່ານ ສະຫວັນເພັດ ຈັນທະວົງສາ ຮອງ ເລຂາພັກເມືອງ, ປະທານຄະນະ ກໍາມະການປົກຄອງເມືອງທ່າພະ ບາດ ແຂວງບໍລິຄຳໄຊ ລາຍງານຕໍ່ ທ່ານ ໄຊອໍາພອນ ສີຫາວົງ ກຳມະ ການປະຈໍາພັກແຂວງ, ຮອງປະ ທານສະພາປະຊາຊົນແຂວງ (ຜູ້ ປະຈໍາການ) ພ້ອມດ້ວຍຄະນະ ໃນ ໂອກາດລົງເຄື່ອນໄຫວຕິດຕາມຊຸກ ຍູ້ການຈັດຕັ້ງປະຕິບັດວຽກງານ ພັດທະນາຊົນນະບົດ, ລຶບລ້າງ ຄວາມທຸກຍາກເມື່ອມໍ່ໆນີ້ວ່າ: ເມືອງ ທ່າພະບາດປະກອບມີ 3 ຕາແສງ, ມີ 26 ບ້ານ, ມີພົນລະເມືອງທັງໝົດ 30.287 ຄົນ, ຍິງ 15.795 ຄົນ, ມີ 6.166 ຄອບຄົວ. ປະຊາຊົນພາຍໃນ ເມືອງສ່ວນຫລາຍ ແມ່ນຢຶດຖືອາຊີບ ຜະລິດກະສິກຳເປັນຕົ້ນແມ່ນປູກ ເຂົ້າ, ປູກພືດເປັນສິນຄ້າ, ລ້ຽງສັດ ແລະ ຫັດຖະກຳຈັກສານເປັນອາຊີບ ສ້າງລາຍໄດ້ໃຫ້ແກ່ປະຊາຊົນ. ຕະຫລອດໄລຍະຜ່ານມາ, ເມືອງ ທ່າພະບາດ ໄດ້ຖືເອົາວຽກງານ ກໍ່ສ້າງຮາກຖານການເມືອງ, ພັດ ທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ເປັນບູລິມະສິດ, ພ້ອມທັງສຸມໃສ່ແກ້ໄຂ້ຄວາມທຸກ ຍາກໃຫ້ປະຊາຊົນພາຍໃນເມືອງ ໂດຍສະເພາະແມ່ນ 25 ຄອບຄົວ ທາງຂອງປະຕິວັດກຳມະຊີບ. ຄວາມສຳພັນລາວ-ຫວຽດນາມ ມີຮາກຖານມາແຕ່ດົນນານ ແລະ ໄດ້ ຮັບການຫລໍ່ຫລອມຜ່ານການຕໍ່ສູ້ ຕ້ານລັດທິລ່າເມືອງຂຶ້ນ. ການກໍ່ຕັ້ງ ພັກກອມມູນິດອິນດູຈີນ ໃນປີ 1930 ໄດ້ເປີດໜ້າປະຫວັດສາດໃໝ່ ໃນ ການຮ່ວມມືຂອງຂະບວນການ ປະຕິວັດລາວ ແລະ ຫວຽດນາມ. ປະທານ ໂຮ່ຈີ່ມິງ ແມ່ນຜູ້ວາງຮາກ ຖານສຳຄັນດ້ານແນວຄິດ ແລະ ປະຕິບັດໃນການສ້າງສາຍພົວພັນ ສາມັກຄີ ລາວ-ຫວຽດນາມ. ພ້ອມກັນນັ້ນ, ປະທານ ໄກສອນ ພົມວິຫານ ແລະ ສະເດັດເຈົ້າ ສຸພານຸວົງ ກໍໄດ້ຮ່ວມກັນທະນຸບຳ ລຸງສາຍພົວພັນດັ່ງກ່າວໃຫ້ໝັ້ນຄົງ. ໃນໄລຍະຕໍ່ສູ້ກູ້ຊາດ, ປະຊາຊົນ ແລະ ກອງກຳລັງຂອງສອງຊາດໄດ້ຄຽງ ບ່າຄຽງໄຫລ່, ຮ່ວມກັນຕໍ່ສູ້ຕ້ານ ສັດຕູ. ການເສຍສະລະເລືອດເນື້ອ, ການຮ່ວມທຸກຮ່ວມສຸກ ແລະ ການ ຊ່ວຍເຫລືອກັນໄດ້ກາຍເປັນຮາກ ຖານອັນໝັ້ນຄົງຂອງຄວາມໄວ້ເນື້ອ ເຊື່ອໃຈ ແລະ ມິດຕະພາບພິເສດ ລະຫວ່າງສອງຊາດ. ວັນທີ 5 ກັນຍາ 1962, ການທີ່ ລັດຖະບານສະຫະພັນລາວ ໄດ້ສ້າງ ຕັ້ງສາຍພົວພັນທາງການທູດກັບ ຫວຽດນາມ ໄດ້ກາຍເປັນຈົດໝາຍ ສຳຄັນໃນປະຫວັດສາດການພົວພັນ ລາວ-ຫວຽດນາມ ໃນຍຸກສະໄໝ ໃໝ່. ປະທານ ໂຮ່ຈີ່ມິງ ໄດ້ເນັ້ນວ່າ ພື້ນຖານໃນການສ້າງຕັ້ງການພົວ ພັນເພື່ອນບ້ານໃກ້ເຮືອນຄຽງກັບ ລາວ ແມ່ນ 5 ຫລັກການຢູ່ຮ່ວມກັນ ຢ່າງສັນຕິພາບ, ທີ່ບັນດາປະເທດ ໃນຂະບວນການ “ບໍ່ເຂົ້າຝ່າຍໃດ” ໄດ້ຮັບຮອງຢ່າງເປັນທາງການ ແລະ ຢືນຢັນໃນການປະຊຸມ “ບັນ ດຸງ” ປີ 1955. ທັນທີຫລັງຈາກ ສ້າງຕັ້ງສາຍພົວພັນທາງການທູດ ກັບຫວຽດນາມ, ໃນກອງປະຊຸມ ກັບກອງທັບລາວ. ສະເດັດເຈົ້າ ສຸພານຸວົງ ໄດ້ກ່າວວ່າ: “ຫລັງຈາກ ສ້າງຕັ້ງສາຍພົວພັນທາງການທູດ ກັບບັນດາປະເທດ, ພວກເຮົາມີ ເພື່ອນມິດເພີ່ມຂຶ້ນຫລາຍ, ແຕ່ຄົນ ທີ່ເປັນເພື່ອນຮ່ວມເປັນຮ່ວມຕາຍ, ຢູ່ຮ່ວມຂຸມຕະຄອງດຽວກັນມີພຽງ ແຕ່ຫວຽດນາມ.” ນັບແຕ່ນັ້ນ ມາ, ພາຍໃຕ້ການນຳພາຂອງ ສອງພັກ, ປະຊາຊົນສອງປະເທດ ລາວ-ຫວຽດນາມ ໄດ້ພະຍາຍາມ ຊ່ວຍເຫລືອກັນຢ່າງເຕັມທີ່, ຢືນ ຄຽງຂ້າງກັນໃນຂະບວນການຕໍ່ສູ້ ຕ້ານສັດຕູຕົວດຽວ, ນຳພາເຮືອປະ ຕິວັດຂອງສອງຊາດໄປສູ່ໄຊຊະນະ ຢ່າງສົມບູນໃນປີ 1975. ເມື່ອເບິ່ງຄືນເສັ້ນທາງແຫ່ງການ ພັດທະນາການພົວພັນຂອງສອງ ປະເທດໃນໄລຍະຜ່ານມາ, ພວກເຮົາ ລ້ວນແຕ່ມີຄວາມພາກພູມໃຈ ເມື່ອ ເຫັນວ່ານ້ຳໃຈມິດຕະພາບພິເສດ ອັນຊື່ສັດ ແລະ ການຮ່ວມມືຮອບ ດ້ານ ລາວ-ຫວຽດນາມ ໄດ້ຮັບ ການປັບປຸງ, ປ່ຽນແປ່ງໃໝ່ ແລະ ພັດທະນາໃຫ້ເລິກເຊິ່ງ, ປະກອບ ສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດ, ເພື່ອ ການພັດທະນາຂອງແຕ່ລະປະເທດ. ແຕ່ລະບາດກ້າວຂອງສອງປະເທດ ແລະ ສອງຊາດໃນມື້ນີ້ ລ້ວນແຕ່ ສະທ້ອນໃຫ້ເຫັນການປະກອບສ່ວນ ຢ່າງຕັ້ງໜ້າຂອງທັງສອງຝ່າຍ, ເຮັດໃຫ້ການພົວພັນພິເສດ ລາວຫວຽດນາມ ນັບມື້ນັບສະໜິດຕິດ ແໜ້ນ, ໝັ້ນຄົງ ແລະ ເກິດດອກອອກ ຜົນຢ່າງບໍ່ຢຸດຢັ້ງ. ທີ່ຍັງບໍ່ທັນພົ້ນທຸກ, ໃນນັ້ນການ ແກ້ໄຂແມ່ນເນັ້ນໃສ່ການປັບປຸງ ມາດຖານທີ່ຢູ່ອາໄສຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ ແລະ ປອດໄພ ຊຶ່ງສາມາດແກ້ໄຂສໍາເລັດ 100%, ຄຽງຄູ່ກັບການກໍ່ສ້າງ ແລະ ປັບປຸງ ພື້ນຖານໂຄງລ່າງ, ປັບປຸງດ້ານການ ສຶກສາ ແລະ ສາທາລະນະສຸກ ເພື່ອ ໃຫ້ປະຊາຊົນສາມາດເຂົ້າເຖິງການ ປິ່ນປົວ ແລະ ການຮຽນ-ການສອນ ໃນລະດັບພື້ນຖານ. ດ້ວຍຄວາມເອົາໃຈໃສ່ທີ່ກ່າວ ມານັ້ນ, ໃນໄລຍະ 6 ເດືອນຜ່ານ ມາການແກ້ໄຂຄວາມທຸກຍາກໂດຍ ຜ່ານການປະເມີນຕາມດໍາລັດ 348/ ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ, ໄດ້ ເຮັດໃຫ້ທົ່ວເມືອງທ່າພະບາດ ຊຶ່ງ ໃນເມື່ອກ່ອນມີ 33 ບ້ານ, ໄດ້ເຕົ້າ ໂຮມບ້ານນ້ອຍເຂົ້າເປັນບ້ານໃຫຍ່ ມາເປັນ 26 ບ້ານ; ປັດຈຸບັນທົ່ວ ເມືອງມີບ້ານພົ້ນທຸກ 26 ບ້ານ, ມີ ຄອບຄົວພົ້ນທຸກກວມ 100%, ມີ ບ້ານພັດທະນາ 26 ບ້ານ, ມີຄອບ ຄົວພັດທະນາ 5.513 ຄອບຄົວ ກວມ 99,96%, ຍັງ 2 ຄອບຄົວ ກວມ 0,04%. ສຳລັບທິດທາງຕໍ່ໜ້າ, ເມືອງທ່າ ພະບາດມີແຜນການສ້າງບ້ານໃຫຍ່ ເປັນຕົວເມືອງນ້ອຍໃນຊົນນະບົດ ເປົ້າໝາຍຈໍານວນ 3 ບ້ານ (ບ້ານ ປາກທວາຍ, ບ້ານຫ້ວຍເລິກ ແລະ ບ້ານທວາຍໃຫຍ່) ສໍາລັບການ ປະເມີນທ້າຍປີ 2025 ຜ່ານມາ, ແມ່ນໄດ້ປະ ເມີນແຕ່ບ້ານປາກ ທວາຍ. ຜ່ານການປະເມີນແມ່ນ ບັນລຸ 15 ມາດຖານ, ບໍ່ບັນລຸ 1 ມາດ ຖານ (ຂໍ້16) ຄືມາດຖານພົນລະ ເມືອງ, ຜົນການປະເມີນມາດຕະ ຖານເມືອງພົ້ນທຸກ (9 ມາດຕະ ຖານ) ແມ່ນບັນລຸ 100%, ມາດຕະ ຖານເມືອງເຂັ້ມແຂງຮອບດ້ານ (16 ມາດຕະຖານ 60 ຕົວຊີ້ບອກ) ບັນລຸ 58 ຕົວຊີ້ບອກ, ບໍ່ບັນລຸ 2 ຕົວ ຊີ້ບອກ. ຜົນສຳເລັດດັ່ງກ່າວ ສະແດງ ໃຫ້ເຫັນເຖິງຄວາມພະຍາຍາມຂອງ ຄະນະພັກ, ອົງການປົກຄອງ ແລະ ປະຊາຊົນເມືອງທ່າພະບາດໃນການ ສຸມໃສ່ພັດທະນາຊົນນະບົດ, ຍົກສູງ ຊີວິດ-ຄວາມເປັນຢູ່, ລຶບລ້າງຄວາມ ທຸກຍາກ ແລະ ກ້າວສູ່ການສ້າງ ບ້ານໃຫຍ່ໃຫ້ເປັນຕົວເມືອງນ້ອຍໃນ ຊົນນະບົດຕາມແຜນການທີ່ວາງໄວ້.
RkJQdWJsaXNoZXIy MTc3MTYxMQ==