ຂປລ
ສະຫະນະຄອນ ເອເມເຣັດ ອາຣັບ (UAE) ແລະ ອາຣັບບີ ຊາອຸດິດ ຍັງສືບຕໍ່ ດຳເນີນ ໂຄງການ ສູນຂໍ້ມູນ (Data Center) ສຳລັບ ປັນຍາປະດິດ (AI) ຢ່າງຕໍ່ເນື່ອງ ເຖິງແມ່ນວ່າສົງຄາມ ລະຫວ່າງ ສ.ອາເມລິກາ ແລະ ອີຣານ ຈະເພີ່ມ ຄວາມສ່ຽງ ດ້ານຄວາມປອດໄພ ຕໍ່ ພື້ນຖານໂຄງລ່າງ
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ສະຫະນະຄອນ ເອເມເຣັດ ອາຣັບ (UAE) ແລະ ອາຣັບບີ ຊາອຸດິດ ຍັງສືບຕໍ່ ດຳເນີນ ໂຄງການ ສູນຂໍ້ມູນ (Data Center) ສຳລັບ ປັນຍາປະດິດ (AI) ຢ່າງຕໍ່ເນື່ອງ ເຖິງແມ່ນວ່າສົງຄາມ ລະຫວ່າງ ສ.ອາເມລິກາ ແລະ ອີຣານ ຈະເພີ່ມ ຄວາມສ່ຽງ ດ້ານຄວາມປອດໄພ ຕໍ່ ພື້ນຖານໂຄງລ່າງ ໃນພາກພື້ນກໍຕາມ, ໂດຍ ທັງສອງ ປະເທດ ພວມເລັ່ງ ຊຸກຍູ້ ການເຕີບໂຕ ດ້ານເສດຖະກິດ ໃນພາກສ່ວນໃໝ່ໆ ເພື່ອຫລຸດຜ່ອນ ການເພິ່ງພາອາໄສ ນ້ຳມັນ ແລະ ແກັສທຳມະຊາດ.
ໂດຍບໍລິສັດ Khazna ເປັນຜູ້ພັດທະນາ ແລະ ໃຫ້ບໍລິການ ສູນຂໍ້ມູນ ລາຍໃຫຍ່ ຂອງ UAE ທີ່ໄດ້ຮັບການສະໜັບ ສະໜູນຈາກ G42 (ກຸ່ມບໍລິສັດເຕັກໂນໂລຊີ ແລະ AI ຊັ້ນນຳ) ລະບຸວ່າ ໂຄງການສູນ AI ຂະໜາດ 5 ກິກະວັດ (GW) ຍັງສືບຕໍ່ ດຳເນີນໄປ ຕາມແຜນການ, ໂດຍຄາດວ່າ ຈະສາມາດ ສົ່ງມອບກຳລັງ ການປະມວນຜົນ ໄລຍະທຳອິດ 200 ເມກະວັດ (MW) ໄດ້ໃນໄຕມາດທີ 4.
ຂະນະທີ່ ຝ່າຍອາຣັບບີ ຊາອຸດິດ, ບໍລິສັດ Humain ທີ່ ໄດ້ຮັບການ ສະໜັບສະໜູນ ຈາກກອງທຶນ ເພື່ອການລົງທຶນ ສາທາລະນະ (PIF) ມີແຜນລະດົມທຶນ ເບື້ອງຕົ້ນ 2.5 ພັນຕື້ໂດລາ ສະຫະລັດ ແລະ ຕັ້ງເປົ້າ ສ້າງກຳລັງການປະມວນຜົນ ໃຫ້ໄດ້ຫລາຍກວ່າ 6 ກິກະວັດ (GW). ເຖິງຢ່າງໃດ ກໍຕາມ, ຄວາມສ່ຽງດ້ານ ຄວາມປອດໄພ ຍັງຄົງເປັນປະເດັນ ສຳຄັນ ຫລັງຈາກ Amazon Web Services (AWS) ໄດ້ລາຍງານວ່າ ສູນຂໍ້ມູນ ໃນບາເລນ ແລະ UAE ໄດ້ຮັບ ຜົນກະທົບ ລະຫວ່າງ ການໂຈມຕີ ຂອງອີຣານ, ຊຶ່ງຕໍ່ມາ ໄດ້ກວດພົບ ຄວາມເສຍຫາຍ ທີ່ສູນຂໍ້ມູນ ໃນປະເທດບາເລນ./
KPL