ຂປລ
ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດພິທີມອບ-ຮັບຕຳແໜ່ງວິຊາການຄູບໍ່ປະຈຳຂັ້ນສາສະດາຈານກິດຕິມະສັກ, ສາສະດາຈານພິເສດ ແລະ ປະລິນຍາເອກກິດຕິມະສັກ ໃນຕອນເຊົ້າວັນທີ 4 ກັນຍາ 2026 ຢູ່ສະໂມສອນສະຖາບັນຂົງຈື.
ຂປລ. ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ບັນດາລັດຖະມົນຕີ, ຜູ້ອຳນວຍການໃຫຍ່ ມຊ, ປະທານ-ຮອງປະທານສະພາ ມຊ ພ້ອມດ້ວຍຄະນະອຳນວຍການ ມຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂດຍການຄົ້ນຄວ້າຂອງມະຫາວິທະຍາໄລແຫ່ງຊາດ ຕໍ່ຜົນງານຂອງບັນດາທ່ານທີ່ໄດ້ອຸທິດກຳລັງກາຍ, ກຳລັງໃຈ, ສະຕິປັນຍາ ແລະ ຄວາມຮູ້-ຄວາມສາມາດ ເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດ ໂດຍສະເພາະຂົງເຂດການສຶກສາ, ການພັດທະນາວິທະຍາສາດ ແລະ ຊັບພະຍາກອນມະນຸດ.

ສະນັ້ນ, ສະພາມະຫາວິທະຍາໄລແຫ່ງຊາດ ໄດ້ຕົກລົງມອບຕຳແໜ່ງວິຊາການຄູບໍ່ປະຈຳ ໃຫ້ແກ່ບັນດາທ່ານ ທີ່ມີຜົນງານດັ່ງກ່າວຈໍານວນ 6 ທ່ານ. ໃນນັ້ນ, ຂັ້ນສາສະດາຈານກິດຕິມະສັກ ຈໍານວນ 2 ທ່ານ ຄື: ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ທ່ານ ສົມມາດ ພົນເສນາ ອະດີດຮອງປະທານສະພາແຫ່ງຊາດ; ຂັ້ນສາສະດາຈານພິເສດ ຈຳນວນ 2 ທ່ານ ຄື: ທ່ານ ຮສ. ປອ. ຄໍາຜາດ ສຸລິນພູມີ ຄະນະຊັບພະຍາກອນນ້ຳ ມຊ ແລະ ທ່ານ ຮສ. ປອ. ທອງວັນ ສິຣິວັນ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ; ຂັ້ນປະລິນຍາເອກກິດຕິມະສັກ ຈໍານວນ 2 ທ່ານ ຄື: ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ແລະ ທ່ານ ໂອ ມຽງ ປະທານສະມາຄົມມິດຕະພາບ ລາວ-ເກົາຫລີ. ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄໍາເຫັນຕໍ່ພິທີ ໂດຍສະແດງຄວາມປິຕິຍິນດີ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຢ້ຽມຢາມສະຖາບັນຂົງຈື, ມະຫາວິທະຍາໄລແຫ່ງຊາດ ຊຶ່ງເປັນສະຖາບັນການສຶກສາຂັ້ນສູງອັນດັບໜຶ່ງຂອງຊາດ, ເປັນຄັງຊັບສົມບັດທາງດ້ານສະຕິປັນຍາ, ແຫລ່ງຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ທີ່ເປັນເສົາຄໍ້າສຳຄັນໃນການກຳນົດອະນາຄົດຂອງກຳລັງຄົນ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ. ພ້ອມກັນນັ້ນ, ໃນໂອກາດທີ່ມະຫາວິທະຍາໄລແຫ່ງຊາດ ກຳລັງກະກຽມສະເຫລີມສະຫລອງວັນສ້າງຕັ້ງ ຄົບຮອບ 30 ປີ ໃນທ້າຍ ປີ 2026 ນີ້, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ທີ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ກໍານົດວ່າ: “ພັດທະນາວຽກງານສຶກສາໃຫ້ທົ່ວເຖິງ, ມີຄຸນນະພາບເພື່ອຮອງຮັບການພັດທະນາປະເທດຊາດ ແລະ ເຊື່ອມໂຍງກັບສາກົນ”, ພ້ອມທັງຍຶດໝັ້ນຄຸນນະພາບ, ປັບຕົວໃຫ້ທັນຍຸກທັນສະໄໝ ແຕ່ຕ້ອງຮັກສາ 3 ລັກສະນະ ແລະ 5 ຫລັກມູນຂອງການສຶກສາ, ສ້າງຄົນທີ່ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມຮູ້ສູງ; ປະຕິຮູບຫລັກສູດໃຫ້ທັນສະໄໝ, ສອດຄ່ອງກັບຕະຫລາດແຮງງານ, ເສດຖະກິດດີ ຈິຕອນ ແລະ ເຕັກໂນໂລຊີປັນຍາປະດິດ (AI); ເນັ້ນການວິໄຈໄປຕາມທິດຫັນຈາກ “ຄົ້ນຄວ້ເພື່ອມີຜົນງານ” ໄປສູ່ “ຄົ້ນຄວ້າ ເພື່ອສ້າງຜົນກະທົບ” ເພື່ອສາມາດນຳໄປໃຊ້ໄດ້ຕົວຈິງ ແລະ ຮອງຮັບການຂ້າມຜ່ານອອກຈາກສະຖານະປະເທດດ້ອຍພັດທະນາ; ສ້າງມະຫາວິທະຍາໄລດີຈິຕອນ ໂດຍເລັ່ງລົງທຶນໃນວຽກງານເຕັກໂນໂລຊີ, ຫ້ອງຮຽນ/ຫໍສະໝຸດອັດສະລິຍະ ແລະ ສິ່ງອຳນວຍຄວາມສະດວກ; ສືບຕໍ່ຮ່ວມມືກັບສາກົນ ໂດຍສົ່ງເສີມສ້າງຄວາມສຳພັນ ແລະ ຍາດແຍ່ງເອົາການສະໜັບສະໜູນຈາກບັນດາປະເທດເພື່ອນມິດ.
ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ.
KPL