ອິນໂດເນເຊຍ ທຳລາຍເຄືອຂ່າຍ ພະນັນອອນລາຍ - ພົບເງິນໝູນວຽນຫລາຍກວ່າ 1 ພັນຕື້ຣູປີ

07/09/2026 14:03
ຂປລ ເຈົ້າໜ້າທີ່ ຕຳຫລວດ ອິນໂດເນເຊຍ ລາຍງານການທຳລາຍເຄືອຂ່າຍ ການພະນັນ ອອນລາຍ ເຊິ່ງດຳເນີນງານ ຜ່ານ 3 ເວັບໄຊ ໂດຍຖືກຄວບຄຸມ ຈາກຕ່າງປະເທດ ແລະ ສ້າງລາຍໄດ້ສູງເຖິງ 1 ພັນຕື້ຣູປີ ຕໍ່ປີ, ພ້ອມກັນນັ້ນ ສາມາດ ຈັບກຸມຜູ້ຕ້ອງສົງໄສ ກະທຳຜິດ ຈຳນວນ 5 ຄົນ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ຕຳຫລວດ ອິນໂດເນເຊຍ ລາຍງານການທຳລາຍເຄືອຂ່າຍ ການພະນັນ ອອນລາຍ ເຊິ່ງດຳເນີນງານ ຜ່ານ 3 ເວັບໄຊ ໂດຍຖືກຄວບຄຸມ ຈາກຕ່າງປະເທດ ແລະ ສ້າງລາຍໄດ້ສູງເຖິງ 1 ພັນຕື້ຣູປີ ຕໍ່ປີ, ພ້ອມກັນນັ້ນ ສາມາດ ຈັບກຸມຜູ້ຕ້ອງສົງໄສ ກະທຳຜິດ ຈຳນວນ 5 ຄົນ.

ຜູ້ຕ້ອງສົງໄສ ທັງໝົດ ໄດ້ຖືກຈັບກຸມ ຢູ່ນະຄອນຫລວງ ຈາກາຕາ, ເມືອງຕັງເກີຣັງໃຕ້ ແລະ ເມືອງເຊມາຣັງ ເມື່ອເດືອນກໍລະກົດ ເນື່ອງຈາກ ໃຫ້ການ ຊ່ວຍເຫລືອ ໃນການສ້າງຕັ້ງ ບໍລິສັດ ບັງໜ້າ ແລະ ເປີດບັນຊີ ທະນາຄານ ເພື່ອຮັບເງິນ ຈາກການພະນັນ. ໂດຍເຄືອຂ່າຍ ດັ່ງກ່າວ ມີການເຮັດທຸລະກຳ ຫລາຍກວ່າ 1,03 ພັນຕື້ຣູປີ ໃນໄລຍະເດືອນມັງກອນ-ສິງຫາ ໃນປີ 2026 ຫລື ສະເລ່ຍ ປະມານ 8,6 ຕື້ຣູປີຕໍ່ວັນ./

KPL

ຂ່າວອື່ນໆ

ads
ads

Top