ການປະຕິວັດເດືອນສິງຫາ ປີ 1945 ເຫດການອັນຍິ່ງໃຫຍ່ໃນປະຫວັດສາດຊາດຫວຽດນາມ (ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ)

07/09/2026 14:05
ຂປລ ຂປລ. ວັນທີ 2 ກັນຍາ ປີ 1945 ຖືເປັນວັນປະຫວັດສາດສຳຄັນຂອງຊາດຫວຽດນາມ. ທີ່ສະໜາມຫລວງບາດິ່ງ, ປະທານ ໂຮ່ຈີ່ມິງ ໄດ້ອ່ານຖະແຫລງການປະກາດເອກະລາດ ແລະ ປະກາດຢ່າງສະຫງ່າງາມຕໍ່ປະຊາຄົມໂລກ ເຖິງສິດທິແຫ່ງເອກະລາດ, ອິດສະລະະພາບ ແລະ ຄວາມສະເໝີພາບຂອງຊາດຫວຽດນາມ

ຂປລ. ວັນທີ 2 ກັນຍາ ປີ 1945 ຖືເປັນວັນປະຫວັດສາດສຳຄັນຂອງຊາດຫວຽດນາມ. ທີ່ສະໜາມຫລວງບາດິ່ງ, ປະທານ ໂຮ່ຈີ່ມິງ ໄດ້ອ່ານຖະແຫລງການປະກາດເອກະລາດ ແລະ ປະກາດຢ່າງສະຫງ່າງາມຕໍ່ປະຊາຄົມໂລກ ເຖິງສິດທິແຫ່ງເອກະລາດ, ອິດສະລະະພາບ ແລະ ຄວາມສະເໝີພາບຂອງຊາດຫວຽດນາມ ວ່າ:ປະເທດຫວຽດນາມ ມີສິດທີ່ຈະໄດ້ຮັບອິດສະລະພາບ ແລະ ເອກະລາດ ແລະ ຄວາມຈິງແລ້ວ ໄດ້ກາຍເປັນປະເທດທີ່ມີອິດສະລະພາບ ແລະ ເອກະລາດ. ປະຊາຊົນຫວຽດນາມທົ່ວທັງຊາດ ເດັດດຽວຈະອຸທິດທັງຈິດໃຈ, ກຳລັງ, ຊີວິດ ແລະ ຊັບສິນ ເພື່ອປົກປັກຮັກສາສິດເສລີພາບ ແລະ ເອກະລາດນັ້ນໄວ້ໃຫ້ໝັ້ນຄົງ”. ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຈຶ່ງໄດ້ກຳເນີດຂຶ້ນ ອັນເປັນຂີດໝາຍແຫ່ງການເລີ່ມຕົ້ນສັງກາດໃໝ່ຂອງຊາດ ຄື: ສັງກາດແຫ່ງເອກະລາດ, ອິດສະລະພາບ ແລະ ການເປັນເຈົ້າຊາຕາກຳຂອງປະເທດຊາດດ້ວຍຕົນເອງ.

ໄຊຊະນະຂອງການປະຕິວັດເດືອນສິງຫາ ປີ 1945 ແມ່ນຜົນສຳເລັດຈາກຫລາຍປັດໄຈປະກອບກັນ ໂດຍສະເພາະຢ່າງຍິ່ງແມ່ນການປະສົມປະສານຢ່າງແໜ້ນແຟ້ນ ລະຫວ່າງ ກາລະໂອກາດທາງປະຫວັດສາດທີ່ເອື້ອອຳນວຍ ກັບ ການກະກຽມຢ່າງຮອບຄອບ, ເປັນລະບົບຕະຫລອດຮອດການນຳພາອັນສະຫລາດສ່ອງໃສ ແລະ ປ່ຽນແປງຢ່າງມີໄຫວພິບ ຂອງພັກກອມມູນິດຫວຽດນາມ ພາຍໃຕ້ການນຳພາຂອງ ປະທານ ໂຮ່ຈີ່ມິງ.

ໄຊຊະນະດັ່ງກ່າວ ມີຮາກຖານມາຈາກການນຳພາທີ່ຖືກຕ້ອງ ແລະ ທັນການຂອງພັກກອມມູນິດຫວຽດ ນາມ. ແນວທາງການປະຕິວັດຊົນຊາດ ແລະ ປະຊາທິປະໄຕປະຊາຊົນ ທີ່ພັກກຳນົດຂຶ້ນ ສອດຄ່ອງກັບຄວາມມຸ່ງມາດປາຖະໜາຂອງມະຫາຊົນຢ່າງກວ້າງຂວາງ. ພັກໄດ້ສະແດງໃຫ້ເຫັນເຖິງວິໄສທັດຍຸດທະສາດ ແລະ ຄວາມສາມາດອັນໂດດເດັ່ນໃນການຈັດຕັ້ງ ແລະ ຊີ້ນຳການປະຕິບັດຕົວຈິງ ໂດຍໄດ້ນຳພາປະຊາຊົນທົ່ວປະເທດລຸກຮື້ຂຶ້ນພ້ອມກັນໃນຊ່ວງເວລາທີ່ເໝາະສົມ, ສາມາດຢຶດອຳນາດການປົກຄອງທົ່ວປະເທດໄດ້ຢ່າງວ່ອງໄວ ດ້ວຍຈິດໃຈທີ່ວ່າ:ເຖິງແມ່ນວ່າຈະຕ້ອງເຜົາຜານສາຍພູຫລວງ ທັງໝົດກໍຕ້ອງເດັດດ່ຽວຍາດເອົາເອກະລາດມາໃຫ້ໄດ້”.

ໄຊຊະນະຂອງການປະຕິວັດເດືອນສິງຫາ ແມ່ນຜົນສຳເລັດຂອງຂະບວນການກະກຽມໄລຍະຍາວ ແລະ ຮອບດ້ານ ທັງດ້ານການເມືອງ, ການຈັດຕັ້ງ, ແນວຄິດ ແລະ ກຳລັງປະກອບອາວຸດ. ນັບຕັ້ງແຕ່ຂະບວນການໂຊວຽດເຫງະຕິ້ງ, ຂະບວນການປະຊາທິປະໄຕ, ກະແສການຕໍ່ຕ້ານຍີ່ປຸ່ນກູ້ຊາດ, ການສ້າງຕັ້ງແນວໂຮມຫວຽດມິນ, ການສ້າງຕັ້ງກຳລັງປະກອບອາວຸດ, ການສ້າງຖານທີ່ໝັ້ນ ແລະ ການຂະຫຍາຍກຳລັງມະຫາຊົນ. ພັກໄດ້ທຸ້ມເທກະກຽມຄວາມພ້ອມຢ່າງເປັນລະບົບ ເພື່ອໃຫ້ສາມາດຍາດແຍ່ງກາລະໂອກາດເມື່ອວາລະມາເຖິງ. ການລິເລີ່ມການລຸກຮື້ຂຶ້ນເປັນບາງສ່ວນ ກ່ອນກ້າວເຂົ້າສູ່ການລຸກຮື້ຂຶ້ນທົ່ວປະເທດ ຍັງສະທ້ອນໃຫ້ເຫັນເຖິງຄວາມຄ່ອງແຄ້ວ, ວ່ອງໄວ ແລະ ໄຫວພິບໃນການຊີ້ນຳການປະຕິວັດ.

ໄຊຊະນະຂອງການປະຕິວັດເດືອນສິງຫາ ຍັງແມ່ນໝາກຜົນຈາກນ້ຳໃຈຮັກຊາດ, ມູນເຊື້ອແຫ່ງຄວາມບໍ່ຍອມຈຳນົນ ແລະ ຄວາມມຸ່ງຫວັງອັນແຮງກ້າຕໍ່ເອກະລາດ ແລະ ອິດສະລະພາບ ຂອງປະຊາຊົນຫວຽດນາມທັງຊາດ. ພາຍໃຕ້ຄັນທຸງແຫ່ງຄວາມສາມັກຄີຂອງແນວໂຮມຫວຽດມິນ, ປະຊາຊົນຫວຽດນາມ ໄດ້ພ້ອມໃຈກັນລຸກຂຶ້ນທົ່ວທັງສາມພາກ, ຕັ້ງແຕ່ເຂດທົ່ງພຽງຮອດເຂດພູດອຍ, ຈາກຕົວເມືອງສູ່ຊົນນະບົດ, ຈາກແຜ່ນດິນໃຫຍ່ຮອດໝູ່ເກາະ. ນີ້ແມ່ນພາບສະທ້ອນອັນມີຊີວິດຊີວາຂອງກໍາລັງແຮງແຫ່ງຄວາມສາມັກຄີອັນຍິ່ງໃຫຍ່ທົ່ວປວງຊົນ ຊຶ່ງເປັນປັດໄຈພາຍໃນທີ່ມີຄວາມໝາຍຕັດສິນຊີ້ຂາດຕໍ່ໄຊຊະນະຂອງການປະຕິວັດ.

ໄຊຊະນະຂອງການປະຕິວັດເດືອນສິງຫາ ເກີດຂຶ້ນໃນສະພາບແວດລ້ອມທີ່ສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ ພ້ອມກັບຄວາມປະລາໄຊຢ່າງສິ້ນເຊີງຂອງລັດທິຟາດຊິດເຢຍລະມັນ ແລະ ຍີ່ປຸ່ນ. ພັກກອມມູນິດຫວຽດນາມ ໄດ້ຕີລາຄາຢ່າງຖືກຕ້ອງເຖິງ “ກາລະໂອກາດພັນປີມີເທື່ອໜຶ່ງ” ແລະ ອອກຄຳສັ່ງໃຫ້ປະຊາຊົນທົ່ວປະເທດລຸກຮື້ຂຶ້ນ ເພື່ອຢຶດອຳນາດການປົກຄອງ.

ຄວາມສຳເລັດຂອງການປະຕິວັດເດືອນສິງຫາ ປີ 1945 ໄດ້ເປີດຈຸດປ່ຽນອັນຍິ່ງໃຫຍ່ໃນປະຫວັດສາດຊາດຫວຽດນາມ. ໄຊຊະນະຄັ້ງນັ້ນ ໄດ້ທັບມ້າງຄວາມເປັນຂ້ອຍຂ້າພາຍໃຕ້ແອກປົກຄອງຂອງລ່າເມືອງຂຶ້ນຝຣັ່ງ ທີ່ແກ່ຍາວມາກວ່າ 80 ປີ, ຍຸຕິການຄອບງຳຂອງລັດທິຟາດຊິດຍີ່ປຸ່ນ ທີ່ດຳເນີນມາເກືອບ 5 ປີ ແລະ ໂຄ່ນລົ້ມລະບອບສັກດີນາ ທີ່ມາຫລາຍສັດຕະວັດ, ນຳໄປສູ່ການກຳເນີດຂຶ້ນຂອງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຊຶ່ງເປັນລັດທີ່ປະຊາຊົນຜູ້ອອກແຮງງານເປັນເຈົ້າຂອງອຳນາດ.

ໄຊຊະນະຂອງການປະຕິວັດເດືອນສິງຫາ ເປັນບາດກ້າວກະໂດດຂັ້ນຄັ້ງສຳຄັນຂອງການປະຕິວັດຫວຽດນາມ ແລະ ເປັນຈຸດເລີ່ມຕົ້ນຂອງສັງກາດໃໝ່ຂອງຊາດ ຄື: ສັງກາດແຫ່ງເອກະລາດ ແລະ ອິດສະລະພາບ, ສັງກາດທີ່ປະຊາຊົນຜູ້ອອກແຮງງານໄດ້ກຳອຳນາດລັດ, ເປັນເຈົ້າຂອງປະເທດຊາດ ແລະ ເຈົ້າຊາຕາກຳຂອງຊົນຊາດ, ແລະ ສັງກາດແຫ່ງເອກະລາດແຫ່ງຊາດຕິດພັນກັບລັດທິສັງຄົມນິຍົມ. ຈາກໄຊຊະນະຄັ້ງນີ້, ພັກກອມມູນິດຫວຽດນາມ ໄດ້ກາຍເປັນພັກກຳອຳນາດ ແລະ ໄດ້ສ້າງປະຖົມປັດໄຈພື້ນຖານອັນສຳຄັນສຳລັບໄຊຊະນະໃນໄລຍະຕໍ່ມາ.

ການປະຕິວັດເດືອນສິງຫາ ບໍ່ພຽງແຕ່ມີຄວາມໝາຍພິເສດສະເພາະຕໍ່ປະຫວັດສາດຫວຽດນາມເທົ່ານັ້ນ, ແຕ່ຍັງມີຄວາມໝາຍໃນລະດັບຍຸກສະໄໝ ແລະ ມີລັກສະນະສາກົນຢ່າງເລິກເຊິ່ງ. ໄຊຊະນະດັ່ງກ່າວ ໄດ້ສ້າງແຮງບັນດານໃຈອັນໃຫຍ່ຫລວງໃຫ້ແກ່ບັນດາຊາດຫົວເມືອງຂຶ້ນ ແລະ ປະຊາຊົນຜູ້ຖືກກົດຂີ່ຂູດຮີດທົ່ວໂລກ ໃຫ້ລຸກຂຶ້ນຕໍ່ສູ້ເພື່ອເອກະລາດ, ອິດສະຫລະພາບ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ. ດ້ວຍໄຊຊະນະດັ່ງກ່າວ, ຊາດຫວຽດນາມ ບໍ່ພຽງແຕ່ຍາດໄດ້ເອກະລາດເທົ່ານັ້ນ, ແຕ່ຍັງຢັ້ງຢືນເຖິງຖານະບົດບາດ ແລະ ເສັ້ນທາງການພັດທະນາຂອງຕົນໃນກະແສປະຫວັດສາດໂລກຍຸກໃໝ່.

ການປະຕິວັດເດືອນສິງຫາ ປີ 1945 ເປັນຂີດໝາຍອັນສະຫງ່າງາມໃນຂະບວນວິວັດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຊາວຫວຽດນາມ. ໃນສະພາບແວດລ້ອມທີ່ຫວຽດນາມກຳລັງກ້າວເຂົ້າສູ່ສັງກາດໃໝ່, ບົດຮຽນທາງປະຫວັດສາດທີ່ຖອດຖອນໄດ້ຈາກການປະຕິວັດເດືອນສິງຫາ ຍັງມີຄຸນຄ່າທັງດ້ານທິດສະດີ, ພຶດຕິກຳຕົວຈິງ ແລະ ມີລັກສະນະຮ່ວມສະໄໝຢ່າງເລິກເຊິ່ງ:

ບົດຮຽນທີໜຶ່ງ: ການຮັກສາບົດບາດການນຳພາຂອງພັກຢ່າງໝັ້ນຄົງ, ຊູສູງຄັນທຸງແນວຄິດໂຮ່ຈີ່ມິງ ແລະ ຍຶດໝັ້ນໃນແນວທາງ ແລະ ເປົ້າໝາຍ “ເອກະລາດແຫ່ງຊາດ ຕິດພັນກັບ ລັດທິສັງຄົມນິຍົມ”. ປະທານ ໂຮ່ຈີ່ມິງ ເຄີຍຢັ້ງຢືນວ່າ:ຕົວຈິງໃນຫວຽດນາມ ໄດ້ພິສູດແລ້ວວ່າ ດ້ວຍການນຳພາຂອງພັກມາກຊິດ-ເລນິນນິດ, ການປະຕິວັດຈຶ່ງສາມາດຍາດໄດ້ໄຊຊະນະອັນສະຫງ່າງາມໃນພາລະກິດປົດປ່ອຍຊາດ ແລະ ກ້າວໄປສູ່ການສ້າງສາສັງຄົມນິຍົມ”. ເມື່ອກ້າວເຂົ້າສູ່ສັງກາດໃໝ່, ເຖິງວ່າສະພາບການພາຍໃນ ແລະ ສາກົນຈະມີການຜັນແປຢ່າງຫລວງຫລາຍ, ແຕ່ກໍສາມາດຢັ້ງຢືນໄດ້ວ່າ ບົດບາດການນຳພາ ແລະ ຄວາມສາມາດໃນການຕໍ່ສູ້ຂອງພັກ ຍັງແມ່ນປັດໄຈຕັດສິນຊີ້ຂາດຕໍ່ທຸກໆໄຊຊະນະຂອງການປະຕິວັດຫວຽດນາມ.

ບົດຮຽນທີສອງ: ການກຳແໜ້ນ “ກາລະໂອກາດ ແລະ ການຍາດແຍ່ງກາລະໂອກາດ”. ນັບຕັ້ງແຕ່ກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ເມື່ອເດືອນພຶດສະພາ ປີ 1941, ພັກກອມມູນິດຫວຽດນາມ ໄດ້ກຳນົດທິດທາງໃຫ້ຮີບຮ້ອນກະກຽມກຳລັງຢ່າງຕັ້ງໜ້າ ແລະ ລໍຖ້າກາລະໂອກາດສຳລັບການລຸກຮື້ຂຶ້ນ. ດັ່ງນັ້ນ, ເມື່ອຈັກກະພັດຍີ່ປຸ່ນປະກາດຍອມຈຳນົນຕໍ່ຝ່າຍສຳພັນທະມິດ ໃນວັນທີ 15 ສິງຫາ ປີ 1945 ແລະ ລັດຖະບານຫຸ່ນຮັບໃຊ້ຍີ່ປຸ່ນຕົກຢູ່ໃນສະພາບສັບສົນເສຍຂວັນ, ຜູ້ນຳ ໂຮ່ຈີ່ມິງ ຈຶ່ງໄດ້ຊີ້ແຈ້ງວ່ານີ້ແມ່ນ “ກາລະໂອກາດພັນປີມີເທື່ອ
ໜຶ່ງ”.

ໃນສະພາບປັດຈຸບັນ, ພັກກອມມູນິດຫວຽດນາມ ເຫັນວ່າ ໂລກກຳລັງຢູ່ໃນໄລຍະແຫ່ງການປ່ຽນແປງທີ່ມີລັກສະນະຫັນປ່ຽນແຫ່ງຍຸກສະໄໝ ຊຶ່ງນຳມາທັງກາລະໂອກາດ, ເງື່ອນໄຂໃໝ່ ແລະ ສິ່ງທ້າທາຍຫລາຍຢ່າງ. ການປະຕິວັດອຸດສາຫະກຳ ຄັ້ງທີ 4, ໂດຍສະເພາະແມ່ນປັນຍາປະດິດ (AI) ແລະ ເຕັກໂນໂລຊີດີຈິຕອນ, ພວມເປີດໂອກາດໃຫ້ບັນດາປະເທດສາມາດຍາດແຍ່ງເພື່ອກ້າວຂຶ້ນນຳໜ້າ ແລະ ສ້າງບາດກ້າວພັດທະນາແບບກ້າວກະໂດດ. ພາລະກິດສຳຄັນອັນດັບໜຶ່ງໃນປັດຈຸບັນ ຈຶ່ງຢູ່ທີ່ການຮີບຮ້ອນຍາດແຍ່ງ ແລະ ນຳໃຊ້ “ກາລະໂອກາດ” ໃຫ້ທັນການ, ກ້າວໃຫ້ທັນ ແລະ ກ້າວຂຶ້ນນຳໜ້າ, ຕະຫລອດຮອດການເປັນເຈົ້າການ ແລະ ໝູນໃຊ້ວິທະຍາສາດ-ເຕັກໂນໂລຊີ ເພື່ອການພັດທະນາປະເທດຊາດ.

ບົດຮຽນທີສາມ: ການເສີມຂະຫຍາຍບົດບາດ ແລະ ກຳລັງແຮງແຫ່ງຄວາມສາມັກຄີຂອງປະຊາຊົນ, ໂດຍການປຸກຈິດສຳນຶກແຫ່ງຄວາມຮັກຊາດ, ນ້ຳໃຈມະຫາສາມັກຄີທົ່ວປວງຊົນ, ເຈດຈຳນົງແຫ່ງ “ການຮ່ວມແຮງຮ່ວມໃຈ” ແລະ ຄວາມມຸ່ງຫວັງຕໍ່ເອກະລາດ, ອິດສະລະພາບ ຂອງຊາດຫວຽດນາມ. ບົດຮຽນດັ່ງກ່າວມີຮາກຖານມາຈາກທັດສະໃນ “ປະຊາຊົນເປັນກົກເປັນຮາກ” ຂອງຊາດ ຊຶ່ງປະທານ ໂຮ່ຈີ່ມິງ ໄດ້ສະຫລຸບໄວ້ຢ່າງເລິກເຊິ່ງ. ສຳລັບການເສີມຂະຫຍາຍບົດບາດ ແລະ ກໍາລັງແຮງຂອງປະຊາຊົນ ໃນພາລະກິດປ່ຽນແປງໃໝ່ ແລະ ສ້າງສາປະເທດຊາດໃນປັດຈຸບັນ, ພັກກອມມູນິດຫວຽດນາມ ໄດ້ເນັ້ນໜັກເຖິງຄວາມຈຳເປັນທີ່ຈະຕ້ອງສ້າງຄວາມຜູກພັນຢ່າງສະໜິດແໜ້ນ ລະຫວ່າງ ພັກກັບປະຊາຊົນ ແລະ ປະຕິບັດແນວທາງປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນປະຕິບັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດ” ຢ່າງມີປະສິດທິຜົນ; ພ້ອມທັງເຄົາລົບປະຊາຊົນ, ໃກ້ຊິດຕິດແທດກັບປະຊາຊົນ, ເຊື່ອໝັ້ນປະຊາຊົນ, ເຂົ້າໃຈປະຊາຊົນ, ຮ່ຳຮຽນນຳປະຊາຊົນ, ເພິ່ງພາປະຊາຊົນ ແລະ ຮັບຜິດຊອບຕໍ່ປະຊາຊົນ”.

ບົດຮຽນທີສີ່: ການເສີມຂະຫຍາຍຈິດໃຈແຫ່ງເອກະລາດ, ການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ດ້ວຍຈິດໃຈແຫ່ງຄວາມເປັນເຈົ້າຕົນເອງ, ການເພິ່ງຕົນເອງ, ຫົວຄິດປະດິດສ້າງ ແລະ ຄວາມມຸ່ງຫວັງອັນແຮງກ້າ ທີ່ຈະນຳເອົາເອກະລາດມາສູ່ປະເທດຊາດ ແລະ ອິດສະລະພາບມາສູ່ປະຊາຊົນ, ປະທານ ໂຮ່ຈີ່ມິງ ແລະ ພັກກອມມູນິດຫວຽດນາມ ໄດ້ລິເລີ່ມກຳນົດແນວທາງດ້ວຍຕົນເອງ, ສ້າງກຳລັງປະຕິວັດຂອງຫວຽດນາມ ແລະ ເສີມຂະຫຍາຍ “ກໍາລັງແຮງພາຍໃນ” ຊຶ່ງກໍຄືກໍາລັງແຮງຂອງທົ່ວປວງຊົນ. ໃນສັງກາດໃໝ່ຂອງຊາດ, ການໝູນໃຊ້ບົດຮຽນປະຫວັດສາດຈາກການປະຕິວັດເດືອນສິງຫາ ຈຳເປັນຕ້ອງຮັກສາແນວທາງແຫ່ງເອກະລາດ ແລະ ການເພິ່ງຕົນເອງໃນທຸກມິຕິ ທັງດ້ານການເມືອງ, ເສດຖະກິດ, ການທະຫານ ແລະ ການຕ່າງປະເທດ, ຕ້ອງສາມາດກຳນົດແນວທາງ, ຍຸດທະສາດ ແລະ ມາດຕະການ ສຳລັບການສ້າງສາ ແລະ ພັດທະນາປະເທດຊາດ ຕະຫລອດຮອດການປົກປັກຮັກສາປິຕິພູມຫວຽດນາມ ສັງຄົມນິຍົມ ໄດ້ດ້ວຍຕົນເອງ; ພ້ອມທັງຄົ້ນຄວ້າ ແລະ ຄັດເລືອກເອົາບົດຮຽນຈາກຕ່າງປະເທດຢ່າງເໝາະສົມ ເພື່ອຄົ້ນຄິດ, ກຳນົດນະໂຍບາຍ ແລະ ມາດຕະການ ແກ້ໄຂບັນຫາຂອງປະເທດ ໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງຂອງຕົນ.

ເຖິງວ່າເວລາຈະຜ່ານໄປແລ້ວ 81 ປີ, ແຕ່ບົດຮຽນທາງປະຫວັດສາດຂອງການປະຕິວັດເດືອນສິງຫາ ຍັງຄົງຮັກສາຄຸນຄ່າ ແລະ ຄວາມໝາຍຕົວຈິງໄວ້ຢ່າງຄົບຖ້ວນ. ຄວາມສຳຄັນ ແລະ ຄວາມໝາຍອັນຍິ່ງໃຫຍ່ຂອງການປະຕິວັດເດືອນສິງຫາ ຈະຍັງຄົງເປັນຄວາມພາກພູມໃຈຂອງຊາດຫວຽດນາມ ຕະຫລອດໄປ.

ການສະເຫລີມສະຫລອງວັນໄຊຊະນະຂອງການປະຕິວັດເດືອນສິງຫາ ຄົບຮອບ 81 ປີ ແລະ ວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ພວມເລັ່ງຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຢ່າງຕັ້ງໜ້າ, ຖືເປັນໂອກາດໃນການເນັ້ນໜັກໃຫ້ເລິກເຊິ່ງຍິ່ງຂຶ້ນ ເຖິງຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ຂອງວັນເວລາແຫ່ງລະດູໃບໄມ້ປົ່ງ ປີ 1945 ເມື່ອຊາດຫວຽດນາມ ລຸກຂຶ້ນຍາດເອົາສິດໃນການດຳລົງຊີວິດຢ່າງມີກຽດສັກສີ ແລະ ເປັນເຈົ້າຂອງປະເທດຊາດຕົນເອງ. ພ້ອມດຽວກັນນັ້ນ, ນີ້ຍັງເປັນການຕັກເຕືອນເຖິງຄວາມຮັບຜິດຊອບຂອງຄົນຮຸ່ນຫລັງ ໃນການສືບສານນ້ຳໃຈແຫ່ງຄວາມບໍ່ຍອມຈຳນົນ, ຄວາມມຸ່ງຫວັງຕໍ່ເອກະລາດ, ອິດສະລະພາບ ແລະ ຄວາມຜາສຸກຂອງບັນພະບຸລຸດ; ຫລໍ່ຫລອມຄວາມກ້າຫານ ແລະ ສະຕິປັນຍາຂອງຫວຽດນາມ, ເລັ່ງປ່ຽນແປງໃໝ່ຢ່າງແຂງແຮງ, ປະດິດສ້າງຢ່າງບໍ່ຢຸດຢັ້ງ ແລະ ມຸ່ງໝັ້ນເຮັດໃຫ້ຄວາມມຸ່ງມາດປາຖະໜາ ໃນການສ້າງສາປະເທດຫວຽດນາມ ທີ່ພັດທະນາຢ່າງຮອບດ້ານ ແລະ ຍືນຍົງ ໃນສັງກາດໃໝ່ ໃຫ້ກາຍເປັນຄວາມຈິງ.

ໂດຍ:​ຄະນະ ບກ

KPL

ຂ່າວອື່ນໆ

ads
ads

Top