ຂປລ
ຂປລ. ສປປ ລາວ ເປັນປະເທດທີ່ປະກອບດ້ວຍຫລາຍຊົນເຜົ່າ ໂດຍແຕ່ລະຊົນເຜົ່າລ້ວນມີພາສາ, ຂະນົບທຳນຽມ, ຮີດຄອງປະເພນີ, ວັດທະນະທຳ ແລະ ວິຖີຊີວິດອັນເປັນເອກະລັກ ຊຶ່ງໄດ້ສືບທອດຈາກຮຸ່ນໜຶ່ງສູ່ອີກຮຸ່ນໜຶ່ງ. ໃນນັ້ນ, ຊົນເຜົ່າປະໂກະ ຫລື ໂປະໂກະ ເປັນອີກຊົນເຜົ່າໜຶ່ງທີ່ມີຮາກເຫງົ້າວັດທະນະທຳໂດດເດັ່ນ ແລະ ມີຮີດຄອງປະເພນີທີ່ໜ້າສົນໃຈ.

ຂປລ. ສປປ ລາວ ເປັນປະເທດທີ່ປະກອບດ້ວຍຫລາຍຊົນເຜົ່າ ໂດຍແຕ່ລະຊົນເຜົ່າລ້ວນມີພາສາ, ຂະນົບທຳນຽມ, ຮີດຄອງປະເພນີ, ວັດທະນະທຳ ແລະ ວິຖີຊີວິດອັນເປັນເອກະລັກ ຊຶ່ງໄດ້ສືບທອດຈາກຮຸ່ນໜຶ່ງສູ່ອີກຮຸ່ນໜຶ່ງ. ໃນນັ້ນ, ຊົນເຜົ່າປະໂກະ ຫລື ໂປະໂກະ ເປັນອີກຊົນເຜົ່າໜຶ່ງທີ່ມີຮາກເຫງົ້າວັດທະນະທຳໂດດເດັ່ນ ແລະ ມີຮີດຄອງປະເພນີທີ່ໜ້າສົນໃຈ.
ຊົນເຜົ່າປະໂກະ ຈັດຢູ່ໃນກຸ່ມພາສາມອນ-ຂະແມ ແລະ ມີພາສາເວົ້າສະເພາະຂອງຕົນ ໂດຍບໍ່ມີຕົວໜັງສືຂຽນ. ຊຸມຊົນປະໂກະສ່ວນໃຫຍ່ອາໄສຢູ່ຕາມເຂດພູດອຍພາກໃຕ້ຂອງລາວ ໂດຍສະເພາະເຂດເມືອງສະໝ້ວຍ ແຂວງສາລະວັນ. ການຕັ້ງຖິ່ນຖານຢູ່ທ່າມກາງພູດອຍ ແລະ ທຳມະຊາດ ໄດ້ຫລໍ່ຫລອມໃຫ້ຊຸມຊົນມີວິຖີຊີວິດທີ່ຜູກພັນກັບປ່າໄມ້, ດິນ,ນ້ຳແລະ ຊັບພະຍາກອນທຳມະຊາດ.
ດ້ານການດຳລົງຊີວິດ, ຊາວປະໂກະ ຖືເອົາການຜະລິດກະສິກຳເປັນອາຊີບຫລັກ ໂດຍສະເພາະແມ່ນການເຮັດໄຮ່ແບບໝູນວຽນ, ຫລັງຈາກນຳໃຊ້ພື້ນທີ່ໃນການຜະລິດແລ້ວ ຈະປ່ອຍໃຫ້ປ່າເລົາຂຶ້ນປະມານ 4-5 ປີຈຶ່ງກັບຄືນມາເຮັດບ່ອນເກົ່ານັ້ນອີກ. ນອກຈາກການປູກເຂົ້າແລ້ວ, ຍັງມີການປູກພືດຜັກປະເພດຕ່າງໆ ແລະ ລ້ຽງສັດ ເຊັ່ນ: ງົວ, ຄວາຍ,ເປັດ, ໄກ່ ແລະ ອື່ນໆ ທັງເພື່ອໃຊ້ເປັນອາຫານ ແລະ ນຳໄປໃຊ້ໃນພິທີກຳຕາມຮີດຄອງ. ປັດຈຸບັນ, ການຜະລິດບາງດ້ານໄດ້ພັດທະນາໄປສູ່ການຜະລິດເພື່ອການຄ້າຂາຍຫລາຍຂຶ້ນ.

ສຳລັບດ້ານຮີດຄອງ ແລະ ພິທີກຳ, ຊົນເຜົ່າກະໂປະ ມີຂະນົບທຳນຽມທີ່ສະທ້ອນເຖິງຄວາມເຊື່ອ, ແນວຄິດ ແລະ ຄຸນຄ່າຂອງຊຸມຊົນ. ພິທີກຳຫລາຍຢ່າງມີການຮ່ວມມືຈາກຄົນຫລາຍຮຸ່ນ ເຮັດໃຫ້ຄວາມຮູ້ ແລະ ຂະນົບທຳນຽມບໍ່ສູນຫາຍໄປຕາມການເວລາ. ໜຶ່ງໃນປະເພນີທີ່ມີຄວາມໝາຍສຳຄັນຕໍ່ຊຸມຊົນ ແມ່ນ ບຸນອາຢາ ຊຶ່ງເປັນໂອກາດໃຫ້ສະມາຊິກຊຸມຊົນມາພົບປະ, ຮ່ວມພິທີກຳ ແລະ ສືບສານຂະນົບທຳນຽມຕາມຮີດຄອງ. ພ້ອມທັງເປັນໂອກາດສຳຄັນໃຫ້ຄົນຮຸ່ນໃໝ່ໄດ້ຮຽນຮູ້ຮາກເຫງົ້າຂອງຕົນ. ນອກຈາກນີ້, ຊົນເຜົ່າກະໂປ ຍັງມີບຸນປີໃໝ່ຕາມພາສາຂອງຊົນເຜ່ົາ ເອີ້ນວ່າ: “ຈາງະ” ຊຶ່ງຈັດຂຶ້ນໃນເດີືອນ 11-12 ຂອງທຸກໆປີ, ໃນພິທີມີການເຮັດບຸນກ່ຽວກັບດວງວິນຍານຂອງຄົນທີ່ຕາຍໄປແລ້ວ, ພາສາຂອງເຂົາເຈົ້າເອີ້ນວ່າ: “ລະປືບ”. ຂະນະດຽວກັນໃນຮອບວຽນຂອງປີ ຍັງມີພິທີກຳກ່ຽວກັບການຜະລິດ, ການປູກຝັງອີກຫລາຍຮູບແບບ. ຈຸດປະສົງສຳຄັນຂອງພິທີກຳ ແມ່ນເພື່ອຂໍໃຫ້ຜົນຜະລິດຈະເລີນງອກງາມ, ມີຄວາມອຸດົມສົມບູນ ແລະ ໄດ້ຮັບໝາກຜົນຢ່າງຫລວງຫລາຍ, ບໍ່ໃຫ້ມີການເຈັບໄຂ້ໄດ້ປ່ວຍເກີດຂຶ້ນໃນບ້ານ ແລະ ໃຫ້ທຸກຄົນພົ້ນຈາກໄພອັນຕະລາຍຕ່າງໆ.
ດ້ານການນຸ່ງຖື ແລະ ສິລະປະ. ຊົນເຜ່ົາກະໂປະມີເອກະລັກດ້ານການນຸ່ງຖື, ເອ້ຢ້ອງ ຫລື ເຄື່ອງນຸ່ງປະຈຳຊົນເຜົ່າຂອງເຂົາເຈົ້ນທຸກມື້ນີ້ບໍ່ຄ່ອຍຈະເຫັນແລ້ວ, ການນຸ່ງຖືມີລັກສະນະປ່ຽນແປງໄປຕາມແຕ່ລະຍຸກສະໄໝ ໂດຍສະເພາະແມ່ນເຄື່ອງນຸ່ງຫົ່ມ ຈະນິຍົມຫາຊື້ຕາມຕະຫລາດເປັນສ່ວນຫລາຍ. ສຳລັບດ້ານສິລະປະວັນນະຄະດີ,ເຂົາເຈົ້າມີກອນຂັບລຳ, ຄຳສຸພາສິດ,ຄຳຜະຫຍາ ແລະ ອື່ນໆ, ທີ່ສະແດງເຖິງການບອກສອນລູກຫລານ ທັງເປັນການພົວພັນກັບຊີວິດສັງຄົມຂອງຄົນ ແລະ ທຳມະຊາດ ຊຶ່ງຖືໄດ້ວ່າເປັນເອກະລັກຂອງຕົນເອງ.
ສ່ວນລັກສະນະບ້ານເຮືອນຂອງຊົນເຜົ່ານີ້ ໂດຍທົ່ວໄປເຂົາເຈົ້າປຸກສ້າງບ້ານຢູ່ເຂດພູດອຍທີ່ຫ່າງໄກສອກຫລີກໃນໄລຍະຄວາມສູງປະມານ 900 ແມັດ ຂຶ້ນໄປ ຫ່າງຈາກລະດັບນ້ຳທະເລ. ເຮືອນຂອງຊົນເຜົ່າປະໂກະ ເປັນເຮືອນຮ້ານ, ແຕ່ລັກສະນະຂອງເຮືອນຈະມີສອງລະບົບແຕກຕ່າງກັນຄື: ແບບເຮືອນຍາວ ຢູ່ຮ່ວມກັນຫລາຍຄອບຄົວ ແລະ ຫລາຍເຊັ່ນຄົນ. ເຮືອນລັກສະນະນີ້ຈະພົບເຫັນໃນສັງຄົມຂອງຊຸມຊົນປະໂກ ແລະ ກາໂດ. ອີກແບບໜຶ່ງແມ່ນເຮືອນຮ້ານສີ່ຫລ່ຽມບໍ່ຍາວ ເໝາະສຳລັບສະມາຊິກຂອງຄອບຄົວດຽວ ຊຶ່ງເຮືອນໃນລັກສະນະນີ້ຈະພົບເຫັນໃນສັງຄົມຂອງຊຸມຊົນກາໄນ.
KPL