ເມືອງໄຊ ສາມັກຄີກັນອະນາໄມ-ຟື້ນຟູຄອງເໝືອງທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

07/09/2026 13:12
ຂປລ ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ໃນວັນທີ 5 ກັນຍາ 2026 ນີ້, ທ່ານ ພິມມະເສນ ຄູນສິລິວົງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອຸດົມໄຊ (ກສ) ພ້ອມດ້ວຍວິຊາການຂັ້ນແຂວງ ຮ່ວມກັບຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງໄຊສົມ ທົບກັບອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ບ້ານໃໝ່ ອອກແຮງງານລວມອະນາໄມ, ຂຸດດິນຕົມ, ຊາກໄມ້ ແລະ ສິ່ງກີດຂວາງອອກຈາກຄອງເໝືອງຊົນລະປະທານທີ່ໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມ.

     ຂປລ.  ທັງນີ້ກໍເພື່ອເປັນການແກ້ໄຂຜົນກະທົບ ແລະ ຟື້ນຟູລະບົບຊົນລະປະທານໃຫ້ສາມາດສົ່ງນ້ຳເຂົ້າສູ່ເນື້ອທີ່ການຜະລິດກະ ສິກຳໄດ້ທັນລະດູການ. ການອອກແຮງງານຄັ້ງນີ້, ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່, ຄວາມເປັນຫ່ວງເປັນໃຍຂອງການນຳຂັ້ນແຂວງ, ເມືອງ ແລະ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງປະຊາຊົນ ເພື່ອຮັບປະກັນໃຫ້ນ້ຳສາມາດໄຫລສະດວກ ແລະ ຕອບສະໜອງໃຫ້ແກ່ການຜະລິດກະສິກຳຂອງກະສິກອນໄດ້ຢ່າງທັນການ.

ການອອກແຮງງານລວມຄັ້ງນີ້ລວມມີແຮງງານຜູ້ເຂົ້າຮ່ວມ 200 ກວ່າຄົນ ໂດຍໃຊ້ເວລາ 1 ຕອນ ຈຶ່ງສຳເລັດ.

ຂ່າວ-ພາບ: ໄມພອນ ພົມມະຈັນ 

KPL

ຂ່າວອື່ນໆ

ads
ads

Top