ຂປລ
ຂປລ. ຈາກອະດີດຊີວິດຝືດເຄືອງ ເຮັດນາ 1,5 ເຮັກຕາ ພໍໄດ້ກຸ້ມກິນ, ມາຮອດມື້ນີ້ ທ່ານ ສອນຈັນ ພົມເກດແກ້ວ ປະຊາຊົນບ້ານອ່າງ, ເມືອງພູກູດ, ແຂວງຊຽງຂວາງ ໄດ້ກາຍເປັນ “ຄອບຄົວຕົວແບບ” ທີ່ປະສົບຜົນສຳເລັດຢ່າງງົດງາມ. ເພິ່ນໄດ້ຫັນມາ ລ້ຽງງົວ-ຄວາຍແບບທອມຂາຍເປັນສິນຄ້າ ທັງປະສົມປະສານກັບການຊື້-ຂາຍອອນລາຍ ຈົນສ້າງລາຍ ຮັບເຂົ້າຄອບຄົວໄດ້ 100-150 ລ້ານກີບຕໍ່ປີ, ປ່ຽນແປງຄຸນນະພາບຊີວິດໃຫ້ດີຂຶ້ນແບບກ້າວກະໂດດ.

ທ່ານ ສອນຈັນ ໄດ້ເປີດໃຈໃຫ້ສຳພາດ ເມື່ອບໍ່ດົນນີ້ ວ່າ: ຄອບຄົວມີ 9 ຄົນ, ແຮງງານຕົ້ນຕໍ 4 ຄົນ, ແຕ່ກ່ອນແມ່ນລ້ຽງສັດແບບປະຖົມປະຖານ ປ່ອຍ ຕາມທໍາມະຊາດ ແລະ ບໍ່ໄດ້ສັກຢາປ້ອງກັນ ເຮັດໃຫ້ສັດລ້ຽງຕາຍທຸກໆປີ. ຈົນຕົກມາປີ 2009-2010 ໄດ້ຮັບການແນະນໍາເຕັກນິກຈາກຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງພູກູດ ຈຶ່ງຕັດສິນໃຈ “ຢືມເງິນທຶນ” ລ້ອມຮົ້ວດິນ 100 ເຮັກຕາ ເຮັດຟາມລ້ຽງສັດ, ປູກ ຫຍ້າ ແລະ ສັກຢາປ້ອງກັນພະຍາດຢ່າງສະໝໍ່າສະເໝີ. ຕໍ່ມາໃນປີ 2014 ໄດ້ລົງທຶນ 19 ລ້ານກີບ ປູກ ຫຍ້າ ແລະ ລ້ອມຮົ້ວຕື່ມ ຊຶ່ງປີນັ້ນສາມາດຂາຍ ງົວ-ຄວາຍ ສ້າງກໍາໄລໄດ້ເຖິງ 36 ລ້ານກີບ (ລາຍຮັບລວມ 55 ລ້ານກີບ). ຈຸດປ່ຽນ ແລະ ສູດເດັດການເຮັດທຸລະກິດໃນໄລ ຍະປີ 2015-2024 ໄດ້ຂະຫຍາຍກິດຈະການ ໂດຍ ນໍາໃຊ້ທຶນໝູນວຽນຊື້ສັດມາທອມ 2-3 ເດືອນແລ້ວຂາຍ, ປີໜຶ່ງທອມໄດ້ເຖິງ 3 ຊຸດ (ຊຸດລະ 8 ໂຕ). ທີ່ສໍາຄັນແມ່ນຍຸກນີ້ ຕ້ອງອອນລາຍ ໂດຍໄດ້ຫັນມາຊື້ ສັດຜ່ານທາງອອນລາຍມາທອມ ເພື່ອສົ່ງຂາຍໃນ ຕະຫລາດສັດແຂວງຊຽງຂວາງ. ພ້ອມທັງບໍລິຫານ ຈັດການອາຫານສັດຢ່າງເປັນລະບົບ ມີພື້ນທີ່ປູກຫຍ້າ 3,5 ເຮັກຕາ, ເຮັດຫຍ້າໝັກ 6 ອ່າງ ແລະ ເກັບຊື້ ມຸນສາລີໄວ້ໃຫ້ສັດກິນໃນລະດູແລ້ງ ເຮັດໃຫ້ມີລາຍຮັບເຂົ້າມາຕໍ່າສຸດ 10-20 ລ້ານກີບຕໍ່ເດືອນ. ທ່ານ ສອນຈັນ ກ່າວ.

ການປ່ຽນວິທີຄິດ ແລະ ນຳໃຊ້ເຕັກນິກວິຊາການໃນການລ້ຽງ ຄວບຄູ່ກັບການນຳໃຊ້ອອນລານໃນການຕະຫລາດ ເຮັດໃຫ້ປັດຈຸບັນຄອບຄົວມີເງິນທຶນໝູນວຽນໃນການຊື້-ຂາຍສັດເຖິງ 300 ກວ່າລ້ານກີບ. ພ້ອມທັງສາມາດປຸກເຮືອນຖາ ວອນ, ຊື້ລົດໃຫຍ່, ລົດຈັກ, ໂຮງສີເຂົ້າ, ຈັກຕັດຫຍ້າ, ອຸປະກອນໄຟຟ້າຄົບຊຸດ ລວມເຖິງສາມາດສົ່ງເສີມລູກຫລານໃຫ້ໄດ້ຮຽນສູງໆ ແລະ ມີເງິນເກັບໄວ້ໃຊ້ໃນຍາມຈຳເປັນ.
ທ່ານ ສອນຈັນ ກ່າວສຸດທ້າຍວ່າ: ຄວາມສໍາເລັດທີ່ໄດ້ຮັບໃນມື້ນີ້ ສ່ວນໜຶ່ງແມ່ນຍ້ອນການສະໜັບສະໜູນ ແລະ ຄຳແນະນຳຈາກການນຳເມືອງພູກູດ ລວມທັງທີມງານວິຊາການທີ່ຄອຍຊ່ວຍເຫລືອ. ໃນອະນາຄົດຈະສືບຕໍ່ພັດທະນາການລ້ຽງສັດໃຫຍ່ຕາມເຕັກນິກວິຊາການ ແລະ ພ້ອມທີ່ຈະເປັນແບບຢ່າງ ແລະ ປຸກລະດົມຊຸມຊົນພາຍໃນ ເມືອງ ໃຫ້ຫັນມາລ້ຽງສັດໃຫຍ່ແບບທິີ່ມີມາດຕະຖານ ເພື່ອພັດທະນາເປັນສິນຄ້າ, ສ້າງລາຍຮັບໃຫ້ຍືນຍົງ ແລະ ພາກັນຮັ່ງ ໄປນໍາກັນ.
KPL