ສານສະແດງຄວາມຊົມເຊີຍວັນຊາດ ມາເລເຊຍ ຄົບຮອບ 69 ປີ

03/09/2026 09:40
ຂປລ ຂປລ. ວັນທີ 31 ສິງຫາ 2026, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງສົມເດັດຊຸນຕານອິບຣາຮິມ ລາຊາທິບໍດີແຫ່ງມາເລເຊຍ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 69 ປີ.

      ເນື້ອໃນສານໄດ້ລະບຸວ່າ: ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສົມເດັດ ແລະ ປະຊາຊົນມາເລເຊຍ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 69 ປີ. ຂ້າພະເຈົ້າຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນດີງາມ ແລະ ການຮ່ວມມືທີ່ເຕັມໄປດ້ວຍໝາກຜົນລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ມາເລເຊຍ ຕະຫລອດໄລຍະ 6 ທົດສະວັດທີ່ຜ່ານມາ, ພ້ອມທັງມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າໃນປີ 2026 ນີ້ ສອງປະເທດພວກເຮົາ ໄດ້ຮ່ວມກັນສະເຫລີມສະຫລອງສາຍພົວພັນທາງການທູດ ຄົບຮອບ 60 ປີ ດ້ວຍເນື້ອໃນເລິກເຊິ່ງ ແລະ ບັນຍາກາດທີ່ຟົດຟື້ນ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີທີ່ມີມາແຕ່ດົນນານລະຫວ່າງ ສປປ ລາວ ແລະ ມາເລເຊຍ ຈະໄດ້ຮັບການເສີມຂະຫຍາຍໃນຊຸມປີຕໍ່ໜ້າ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍລວມທັງໃນຄອບຄົວອາຊຽນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ແບບຍືນຍົງຢູ່ໃນພາກພື້ນ ແລະ ໃນໂລກ.

    ຂ້າພະເຈົ້າຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊອັນປະເສີດມາ ຍັງສົມເດັດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງສົມເດັດ ແລະ ອວຍພອນໃຫ້ປະຊາຊົນ ມາເລເຊຍ ເພື່ອນມິດສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນຕະຫລອດໄປ.

    ໃນວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ແລະ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ທ່ານ ໂມຮາເມັດ ບິນຮາຈິ ຮາຊານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 69 ປີ ເຊັ່ນດຽວກັນ.

KPL

ຂ່າວອື່ນໆ

    • ປະທານປະເທດ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາການເມືອງ

      ປະທານປະເທດ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ

      9/3/2026 9:36:16 AM

      ໃນລະຫວ່າງວັນທີ 31 ສິງຫາ-1 ກັນຍາ 2026 ທີ່ນະຄອນ ຫລວງບິສະເກັກ ສາທາລະນະລັດ ກຽກກິດສະຖານ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (the Shanghai Cooperation Organization Plus Meeting) ຈັດຂຶ້ນພາຍໃຕ້ຄໍາຂວັນ “ການເພີ່ມທະວີບົດບາດຂອງອົງການ ສະຫະປະຊາຊາດ ໃນຄວາມເປັນແກນກາງຂອງລະບຽບໂລກທີ່ຍຸຕິທໍາ:

    • ໄຂກອງປະຊຸມໃຫຍ່ສະມາຊິກພັກຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຄັ້ງທີ Iການເມືອງ

      ໄຂກອງປະຊຸມໃຫຍ່ສະມາຊິກພັກຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຄັ້ງທີ I

      9/1/2026 8:05:08 AM

      ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ຄັ້ງທີ I ຈັດຂຶ້ນໃນວັນທີ 31 ສິງຫາ 2026 ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ພອນວັນ ອຸທະວົງ ເລຂາຄະນະບໍລິຫານງານພັກ ຄລທ, ຮອງລັດຖະມົນຕີ, ຮອງປະທານ ຄລທ ຜູ້ປະຈໍາການ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານ, ປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ມີບັນດາກໍາມະການສົມບູນ, ສໍາຮອງສູນກາງພັກ, ການນໍາຂັ້ນສູງຈາກກະຊວງ, ພ້ອມດ້ວຍສະມາຊິກພັກຂອງບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ຄລທ ເຂົ້າຮ່ວມ.

    • ປະດັບຫລຽນມິດຕະພາບ ໃຫ້ປູ້ຕ່າງໜ້າອົງການ ສປຊ  ເພື່ອການພັດທະນາປະຈຳລາວການເມືອງ

      ປະດັບຫລຽນມິດຕະພາບ ໃຫ້ປູ້ຕ່າງໜ້າອົງການ ສປຊ ເພື່ອການພັດທະນາປະຈຳລາວ

      8/27/2026 10:09:45 AM

      ໃນວັນທີ 25 ສິງຫາ 2026 ນ້ີ, ທ່ານ ອານຸພາບ ວົງໜ່ໍແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ, ປະດັບຫລຽນກາມິດຕະພາບໃຫ້ແກ່ທ່ານ ນາງ ມາຕິນ ເທເຣີ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ.

    • ຜູ້ແທນລາວເຂົ້າຮ່ວມກອງປະຊຸມສະໄໝທີ 17 ຂອງລັດພາຄີສົນທິສັນຍາວ່າດ້ວຍການຕ້ານການກາຍເປັນທະເລຊາຍການເມືອງ

      ຜູ້ແທນລາວເຂົ້າຮ່ວມກອງປະຊຸມສະໄໝທີ 17 ຂອງລັດພາຄີສົນທິສັນຍາວ່າດ້ວຍການຕ້ານການກາຍເປັນທະເລຊາຍ

      8/27/2026 10:03:31 AM

      ຄະນະຜູ້ແທນລາວ ນຳໂດຍທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ເຂົ້າຮ່ວມກອງປະຊຸມສະໄໝທີ 17 ຂອງບັນດາລັດພາຄີແຫ່ງສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການຕ້ານການກາຍເປັນທະເລຊາຍ (UNCCD COP17) ແລະ ກອງປະຊຸມລະດັບສູງພາຍໃຕ້ຫົວຂໍ້ “ຟື້ນຟູທີ່ດິນ, ຟື້ນຟູຄວາມຫວັງ” ໃນລະຫວ່າງວັນທີ 17-28 ສິງຫາ 2026 ຢູ່ປະເທດ ມົງໂກລີ.

    • ສຳມະນາວິທະຍາສາດຂໍ່ານັບຮັບຕ້ອນວັນສຳຄັນທາງປະຫວັດສາດຂອງພັກ-ຂອງຊາດການເມືອງ

      ສຳມະນາວິທະຍາສາດຂໍ່ານັບຮັບຕ້ອນວັນສຳຄັນທາງປະຫວັດສາດຂອງພັກ-ຂອງຊາດ

      8/27/2026 9:40:40 AM

      ຄະນະພົວພັນຕ່າງປະເທດ ສູນກາງພັກ (ຄຕພ) ຈັດສໍາມະນາວິທະຍາສາດພາຍໃຕ້ 2 ຫົວຂໍ້: “ກົດໝາຍສາກົນ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ” ແລະ “ວຽກງານພິທີການທູດສາຍພັກ” ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນທາງປະຫວັດສາດຂອງພັກ- ຂອງຊາດ ຄື: ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 35 ປີ (15/8/1991-15/8/2026) ແລະ ວັນຢຶດອໍານາດ ຄົບຮອບ 51 ປີ (23/8/1975-23/8/2026) ໃນວັນທີ 26 ສິງຫາ 2026.

ads
ads

Top