ໄຂກອງປະຊຸມໃຫຍ່ສະມາຊິກພັກຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຄັ້ງທີ I

01/09/2026 08:05
Email Print 1909
ຂປລ ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ຄັ້ງທີ I ຈັດຂຶ້ນໃນວັນທີ 31 ສິງຫາ 2026 ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ພອນວັນ ອຸທະວົງ ເລຂາຄະນະບໍລິຫານງານພັກ ຄລທ, ຮອງລັດຖະມົນຕີ, ຮອງປະທານ ຄລທ ຜູ້ປະຈໍາການ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານ, ປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ມີບັນດາກໍາມະການສົມບູນ, ສໍາຮອງສູນກາງພັກ, ການນໍາຂັ້ນສູງຈາກກະຊວງ, ພ້ອມດ້ວຍສະມາຊິກພັກຂອງບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ຄລທ ເຂົ້າຮ່ວມ.

       ຂປລ.   ໂອກາດນ້ີ, ສະຫາຍ ນາງ ພອນວັນ ອຸທະວົງ ໄດ້ຜ່ານຮ່າງລາຍງານການເມືອງຂອງຄະນະບໍລິຫານງານພັກຄະນະກໍາມະການສ່ົງເສີມ ແລະ ຄຸ້ມຄອງການລົງທຶນ. ຈາກນ້ັນ, ສະຫາຍ ວັນທະນາ ນໍລິນທາ ຮອງເລຂາຄະນະບໍລິຫານງານພັກ ຄລທ ກໍໄດ້ຜ່ານຮ່າງແຜນ ພັດທະນາຂະແໜງການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ຈາກນ້ັນ, ກອງປະຊຸມໄດ້ພ້ອມກັນຄ້ົນ ຄວ້າ, ປະກອບຄໍາຄິດຄໍາເຫັນຕ່ໍ ຮ່າງລາຍງານການເມືອງ, ແຜນ ພັດທະນາຂະແໜງການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຊຶ່ງໄດ້ ຕີລາຄາດ້ານດີ, ດ້ານອ່ອນ, ຂ້ໍຄົງຄ້າງ, ສາເຫດ, ບົດຮຽນໃນການນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃນໄລຍະຜ່ານມາ. ກອງປະຊຸມໄດ້ລົງປະຊາມະຕິຮັບ ຮອງເອົາບົດລາຍງານການເມືອງ ແລະ ແຜນພັດທະນາຂະແໜງການ ລົງທຶນ ໄລຍະ 5 ປີເພື່ອເປັນບ່ອນ ອີງຈັດຕັ້ງປະຕິບັດວຽກງານວິຊາ ສະເພາະຂອງອົງຄະນະພັກ ຄລທ ໃນໄລຍະ 5 ປີຕໍ່ໜ້າ. 

ໂອກາດນ້ີ, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດກອງປະຊຸມ, ພ້ອມທັງຮຽກຮ້ອງມາຍັງຄະນະບໍລິຫານງານພັກ ຄລທ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານເພີ່ມຄວາມຮັບຜິດຊອບໃຫ້ສູງຂຶ້ນ, ມີຄວາມເດັດຂາດ ແລະ ເປັນເຈົ້າການສູງຂຶ້ນໃນການຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ເພື່ອປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນຊຸມປີຕ່ໍໜ້າໃຫ້ບັນລຸຄາດໝາຍທີ່ວາງໄວ້, ເປັນເສນາ ທິການທີ່ເຂັ້ມແຂງໃຫ້ລັດຖະບານ ໃນການຄຸ້ມຄອງມະຫາພາກດ້ານ ການສົ່ງເສີມ ແລະ ຄຸ້ມຄອງການ ລົງທຶນ; ປັບປຸງການສ້າງແຜນໃນ ໄລຍະໃໝ່ ໃຫ້ແທດເໝາະຕົວຈິງ ຫລາຍຂ້ຶນ ແລະ ມີວິທະຍາສາດ, ປະຕິຮູບການລົງທຶນທັງພາກລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດໃຫ້ມີການຫັນປ່ຽນໃໝ່ ຢ່າງຕັ້ງໜ້າ ໂດຍສະເພາະການຈັດ ລຽງບຸລິມະສິດ ແລະ ໂຄງການ ທ່ີຮີບດ່ວນ, ຈໍາເປັນ ແລະ ໃຫ້ປະໂຫຍດແກ່ສັງຄົມ, ມີປະສິດທິຜົນ ແລະ ເຫັນຜົນໄວທາງດ້ານເສດຖະ ກິດທີ່ແທ້ຈິງຄຽງຄູ່ກັບການຈໍາກັດ ໂຄງການທີ່ບໍ່ມີປະສິດທິຜົນ ແລະ ໂຄງການລົງທຶນທີ່ແກ່ຍາວ; ເພີ່ມ ທະວີຮ່ວມມືກັບສາກົນ, ຮ່ວມມື ລາວ-ຫວຽດນາມ ແລະ ຮ່ວມມື ລາວ-ຈີນ ການຮ່ວມມືຫລາຍຝ່າຍ, ສອງຝ່າຍ ແລະ ຂອບຮ່ວມມືຕ່າງໆ; ເອົາໃຈໃສ່ແຕ່ຫົວທີວຽກງານປະ ເມີນຜົນໂຄງການລົງທຶນໃນແຕ່ລະ ໄລຍະ, ເລັ່ງໃສ່ການຕິດຕາມ-ກວດ ກາ ແລະ ປະເມີນໂຄງການຢ່າງເປັນລະບົບປົກກະຕິ ແລະ ຕ້ອງມີມາດຕະ ການແກ້ໄຂຢ່າງເຂ້ັມງວດ;  ເລ່ັງຄ້ົນ ຄວ້າສ້າງ ຫລື ປັບປຸງບັນດານິຕິກໍາ ຕ່າງໆໃນການດຶງດູດ, ບໍລິການ ແລະ ຄຸ້ມຄອງການລົງທຶນ ແລະ ວຽກ ງານອື່ນໆ, ເຮັດໃຫ້ການລົງທຶນ ເອກະຊົນພາຍໃນ ແລະ ການລົງທຶນ ໂດຍກົງຈາກຕ່າງປະເທດ (FDI) ມີຄຸນນະພາບສູງຂຶ້ນປະກອບສ່ວນ ພັດທະນາເສດຖະກິດ-ສັງຄົມ ຕາມ ທິດສີຂຽວ ແລະ ຍືນຍົງ.

KPL

ຂ່າວອື່ນໆ

    • ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານພັກສະໄໝທີ XII ແລະ ເອກະສານສຳຄັນຂອງພັກການເມືອງ

      ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານພັກສະໄໝທີ XII ແລະ ເອກະສານສຳຄັນຂອງພັກ

      9/10/2026 10:45:30 AM

      ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານພັກ ສະໄໝ XII ແລະ ບັນດາເອກະສານສຳຄັນຕ່າງໆຂອງພັກ ໃນວັນທີ 9 ກັນຍາ 2026 ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະພັກ, ພະນັກງານຫລັກແຫລ່ງ, ພ້ອມດ້ວຍສະມາຊິກພັກ- ພະນັກງານລັດຖະກອນເຂົ້າຮ່ວມ.

    • ສະພາທິດສະດີສູນກາງພັກ ສະຫລຸບວຽກງານ 5 ປີການເມືອງ

      ສະພາທິດສະດີສູນກາງພັກ ສະຫລຸບວຽກງານ 5 ປີ

      9/10/2026 10:37:33 AM

      ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານສະພາທິດສະດີສູນກາງພັກໄລຍະ 2021-2025 ແລະ ວາງທິດທາງແຜນການໄລຍະ 2026-2030 ຈັດຂຶ້ນໃນວັນທີ 8 ກັນຍາ 2026 ພາຍໃຕ້ການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູນກາງພັກ, ມີຮອງປະທານ, ຫົວໜ້າຄະນະກໍາມະການດ້ານຕ່າງໆ ແລະ ສະມາຊິກສະພາທິດສະດີສູນກາງພັກ ເຂົ້າຮ່ວມ.

    • ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມ  3RC-CCMການເມືອງ

      ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມ 3RC-CCM

      9/8/2026 11:54:28 AM

      ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ຫົວໜ້າກອງເລຂາ ຄຊກລ ໄດ້ໃຫ້ສໍາພາດຕໍ່ສຶ່ມວນຊົນ ໂດຍໄດ້ຢືນຢັນຢ່າງໜັກແໜ້ນວ່າ: ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມທົບທວນຮອບວຽນທີ 3 ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (3RC CCM) ໂດຍໄດ້ມີການກະກຽມຄວາມພ້ອມຢ່າງຮອບດ້ານ ແລະ ຢ່າງລະອຽດຖີ່ຖ້ວນ.

    • ລາວ-ກາຊັກສະຖານ ລົງນາມການຮ່ວມມືວຽກງານໄອຍະການການເມືອງ

      ລາວ-ກາຊັກສະຖານ ລົງນາມການຮ່ວມມືວຽກງານໄອຍະການ

      9/7/2026 7:36:33 PM

      ໃນວັນທີ 3 ກັນຍາ 2026, ທີ່ນະຄອນຫຼວງອັດສະຕານາ, ສາທາລະນະລັດ ກາຊັກສະຖານ, ໃນໂອກາດການຢ້ຽມຢາມທາງລັດຖະກິດຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສາທາລະນະລັດ ກາຊັກສະຖານ ເພື່ອວາງຂອບ ແລະ ສ້າງພື້ນຖານ ໃຫ້ແກ່ການຮ່ວມມືວຽກງານໄອຍະການ ລະຫວ່າງສອງອົງການ ໃນຕໍ່ໜ້າຢ່າງມີປະສິດທິຜົນ.

    • ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີການເມືອງ

      ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

      9/7/2026 12:47:54 PM

      ໃນວັນທີ 1 ກັນຍາ 2026 ທີ່ນະຄອນຫລວງບິສະເກັກ, ສ ກຽກກິດສະຖານ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເລັກຊານເດີ ລູກາເຊັນໂກປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus).

ads
ads

Top