ຂປລ
ລັດຖະບານ ສີລັງກາ ເປີດເຜີຍ ແຜນການຈັດຕັ້ງ ໝູ່ບ້ານປູກໝາກພ້າວໄຟ (king coconut) ຈຳນວນ 250 ແຫ່ງ ໃນໄລຍະ 3 ປີ ເພື່ອເພີ່ມ ຜົນຜະລິດ 25 ລ້ານໜ່ວຍຕໍ່ປີ ແລະ ຊຸກຍູ້ລາຍໄດ້ ຈາກການ ສົ່ງອອກ ຜະລິດພັນ ໃນຂະແໜງນີ້ ໃຫ້ບັນລຸ ຫລາຍກວ່າ 12 ລ້ານໂດລາ ສະຫະລັດ ໃນປີ 2030.
ຂປລ.ສຳນັກຂ່າວຊິນຮວາ ຂອງ ສປຈີນ: ເມື່ອບໍ່ດົນມານີ້, ລັດຖະບານ ສີລັງກາ ເປີດເຜີຍ ແຜນການຈັດຕັ້ງ ໝູ່ບ້ານປູກໝາກພ້າວໄຟ (king coconut) ຈຳນວນ 250 ແຫ່ງ ໃນໄລຍະ 3 ປີ ເພື່ອເພີ່ມ ຜົນຜະລິດ 25 ລ້ານໜ່ວຍຕໍ່ປີ ແລະ ຊຸກຍູ້ລາຍໄດ້ ຈາກການ ສົ່ງອອກ ຜະລິດພັນ ໃນຂະແໜງນີ້ ໃຫ້ບັນລຸ ຫລາຍກວ່າ 12 ລ້ານໂດລາ ສະຫະລັດ ໃນປີ 2030.
ກະຊວງ ອຸດສາຫະກຳ ການປູກຝັງ ແລະ ພື້ນຖານ ໂຄງລ່າງ ຊຸມຊົນ ຂອງ ສີລັງກາ ລະບຸວ່າ: ສໍາລັບ ປີ 2026 ຈະມີການຈັດຕັ້ງ ໝູ່ບ້ານໝາກພ້າວ 75 ແຫ່ງ, ປີ 2027 ຈຳນວນ 80 ແຫ່ງ ແລະ ປີ 2028 ຈຳນວນ 95 ແຫ່ງ ເພື່ອຂະຫຍາຍ ເນື້ອທີ່ ປູກຝັງ ເພີ່ມປະສິດທິພາບ ການຜະລິດ ລວມທັງ ຂະຫຍາຍ ຕະຫລາດ ຕ່າງປະເທດ ສຳລັບໝາກພ້າວໄຟ ແລະ ຜະລິດຕະພັນ ທີ່ກ່ຽວຂ້ອງ.
ນອກຈາກນີ້, ຊາວກະສິກອນ ດັ່ງກ່າວ ຈະໄດ້ຮັບເງິນ ອຸດໜູນ ເພື່ອຟື້ນຟູ ໝາກພ້າວໄຟ ທີ່ປູກຢູ່ເດີມ 700 ຣູປີສີລັງກາ ຕໍ່ຕົ້ນ ແລະ ລັດຖະບານ ຈະຈຳໜ່າຍ ເບ້ຍໄມ້ໃໝ່ ໃນລາຄາ ພິເສດ ຕົ້ນລະ 150 ຣູປີ ຈາກ ລາຄາ ຕະຫລາດ ປະມານ 750 ຣູປີ./
KPL