ຂປລ
ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແລະ ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສົ່ງໂທລະເລກເສົ້າສະຫລົດໃຈມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ສູນກາງແນວລາວສ້າງຊາດ ແຫ່ງ ສປປ ລາວ ຕໍ່ການມໍລະນະກໍາຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.
ຂປລ. ເນື້ອໃນໂທລະເລກໄດ້ລະບຸວ່າ: ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ປະຊາຊົນຫວຽດນາມ ຂໍສະແດງຄວາມເສົ້າສະຫລົດໃຈ ແລະ ອາໄລອາວອນຢ່າງສຸດຊ້ຶງ ເມ່ືອໄດ້ຮັບຂ່າວສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເຖິງແກ່ມໍລະນະກຳໃນວັນທີ 8 ສິງຫາ 2026.
ສະຫາຍ ໄຊສົມພອນ ພົມວິຫານ ເປັນຜູ້ນຳທີ່ໂດດເດັ່ນຂອງພັກ, ລັດ ແລະ ປະຊາຊົນລາວ, ເປັນນັກກອມມູນິດທີ່ຈົງຮັກພັກດີ ແລະ ໄດ້ອຸທິດຊີວິດທັງໝົດຂອງຕົນໃຫ້ແກ່ພາລະກິດການປະຕິວັດຂອງພັກປະຊາຊົນປະຕິວັດລາວ, ໃຫ້ພາລະກິດການປົກປັກຮັກສາ, ສ້າງສາ ແລະ ການພັດທະນາປະເທດລາວທີ່ມີສັນຕິພາບ, ເອກະລາດ, ເອກະພາບ ແລະ ຈະເລີນຮຸ່ງເຮືອງ. ໃນຖານະຕຳແໜ່ງທີ່ເປັນປະທານສະພາແຫ່ງຊາດ ແລະ ໃນບົດບາດສຳຄັນອ່ືນໆ ຈຳນວນໜ່ຶງຂອງພັກ ແລະ ລັດ, ສະຫາຍໄດ້ມີການປະກອບສ່ວນສຳຄັນເຂົ້າໃນການປັບປຸງລະບຽບກົດໝາຍໃຫ້ສົມບູນແບບ, ເສີມຂະຫຍາຍປະສິດທິພາບ ແລະ ກົດໝາຍໃຫ້ສົມບູນແບບ, ເສີມຂະຫຍາຍປະສິດທິພາບ ແລະ ປະສິດທິຜົນຂອງສະພາແຫ່ງຊາດລາວ, ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ, ເສີມສ້າງຄວາມສາມັກຄີພາຍໃນຊາດ ແລະ ຍົກສູງຖານະຂອງລາວໃນເວທີສາກົນ.
ສະຫາຍ ໄຊສົມພອນ ພົມວິຫານ ເປັນສະຫາຍ ແລະ ເພື່ອນທີ່ຍິ່ງໃຫຍ່ຜູ້ສະໜິດສະໜົມຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ, ຍາມໃດກໍມີຈິດໃຈຄວາມຮັກແພງອັນເລິກເຊິ່ງ ແລະ ຄວາມເປັນຫ່ວງເປັນໄຍເປັນພິເສດຕໍ່ການປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດຫວຽດນາມ ແລະ ລາວ.
ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ເປັນການສູນເສຍອັນໃຫຍ່ຫລວງຕໍ່ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ແລະ ໃນເວລາດຽວກັນ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ກໍໄດ້ສູນເສຍເພື່ອນທີ່ຍິ່ງໃຫຍ່, ຜູ້ເປັນສະຫາຍທ່ີຈົງຮັກພັກດີ ແລະ ສະໜິດສະໜົມ.
ພວກຂ້າພະເຈົ້າເຊື່ອໝັ້ນວ່າພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ແລະ ຄອບຄົວຂອງສະຫາຍ ໄຊສົມພອນ ພົມວິຫານ ຈະຜ່ານຜ່າຄວາມທຸກໂສກເສຍດາຍ, ການສູນເສຍອັນໃຫຍ່ຫລວງນີ້ໂດຍໄວ ແລະ ສືບຕໍ່ພາລະກິດສ້າງປະເທດລາວໃຫ້ນັບມື້ພັດທະນາ ແລະ ຈະເລີນຮຸ່ງເຮືອງ.
ໃນໂອກາດຄວາມໂສກເສົ້າເສຍດາຍນີ້, ສະຫາຍ ໂຕ ເລິມ ເລຂາ ທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ, ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ຍັງໄດ້ສົ່ງໂທລະເລກ ສະແດງຄວາມເສົ້າສະຫລົດໃຈມາຍັງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ຕື່ມອີກ.
KPL