ສະຖານທູດມາລາວ ປະຈຳຫວຽດນາມໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ

11/08/2026 09:20
Email Print 135
ຂປລ ໃນວັນທີ 10 ສິງຫາ 2026, ທີ່ນະຄອນຫລວງຮ່າໂນ້ຍ, ຄະນະພັກ, ຄະນະນຳສະຖານເອກ ອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ນຳໂດຍສະຫາຍ ນາງ ຄຳເພົາ ເອີນທະວັນ ເລຂາຄະນະພັກ ຮາກຖານ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ວາງພວງມາລາ ແລະ ຂຽນປື້ມໄວ້ອາໄລສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການ ເມືອງສູນກາງພັກປະຊາຊົນປະຕິວັດ ລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ເສຍຊີວິດໃນ ວັນທີ 8 ສິງຫາ 2026 ດ້ວຍພະຍາດ ເສັ້ນເລືອດອັກເສບທີ່ຮ້າຍແຮງ, ລວມອາຍຸໄດ້ 70 ປີ.

ສະຫາຍ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12 ທັນວາ 1956 ທີ່ບ້ານນາແມວ, ເມືອງວຽງໄຊ ແຂວງຫົວພັນ; ເປັນບຸດຂອງ ປະທານ ໄກສອນ ພົມວິຫານ ແລະ ແມ່ ທອງວິນ ພົມວິຫານ ໃນຄອບຄົວ ພະນັກງານປະຕິວັດ, ມີອ້າຍນ້ອງ ຮ່ວມກັນ 6 ຄົນ; ສະຫາຍ ໄດ້ສ້າງ ຄອບຄົວກັບສະຫາຍ ນາງ ວິພາວັນ ພົມວິຫານ, ມີລູກນໍາກັນ 2 ຄົນ, ຊາຍ 1 ຄົນ ແລະ ຍິງ 1 ຄົນ; ປັດຈຸ ບັນຢູ່ບ້ານສີບຸນເຮືອງ ເມືອງຈັນທະ ບູລີ ນະຄອນຫລວງວຽງຈັນ. ສະຫາຍ ໄຊສົມພອນ ພົມວິຫານ ແມ່ນໜຶ່ງໃນການນຳຫລັກແຫລ່ງ ຂອງສູນກາງພັກ, ເປັນຜູ້ທີ່ມີຄວາມ ຮູ້, ຄວາມສາມາດ, ມີພິກໄຫວ, ເປັນຜູ້ມີປະສົບການຜ່ານການເປັນ ການນໍາຢູ່ທ້ອງຖິ່ນ ແລະ ຫລາຍ ຂະແໜງການ; ເປັນຜູ້ນໍາທີ່ມີຜົນ ງານໂດດເດັ່ນ, ຕະຫລອດຊີວິດຂອງ ເພິ່ນໄດ້ອຸທິດສະຕິປັນຍາ, ກຳລັງ ວັງຊາ ເພື່ອພາລະກິດປະຕິວັດຂອງ ພັກເຮົາເພື່ອການພັດທະນາປະເທດ ຊາດ ແລະ ຄວາມຢູ່ດີກິນດີຂອງ ປະຊາຊົນລາວບັນດາເຜົ່າ. ການຈາກໄປໂດຍບໍ່ມີວັນຈະກັບ ຄືນມາຂອງສະຫາຍ ໄຊສົມພອນ ພົມວິຫານ ເປັນການສູນເສຍອັນ ໃຫຍ່ຫລວງສຳລັບພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ. ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ

KPL

ຂ່າວອື່ນໆ

ads
ads

Top