ການພົວພັນສາມັກຄີພິເສດລະຫວ່າງສະພາແຫ່ງຊາດຫວຽດນາມແລະສະພາແຫ່ງຊາດລາວເປັນຊັບສົມບັດອັນລ້ຳຄ່າຂອງສອງຊາດທີ່ຕ້ອງໄດ້ຮັກສາ, ເສີມຂະຫຍາຍແລະສົ່ງຕໍ່ໃຫ້ຄົນຮຸ່ນຫຼັງ

11/08/2026 11:23
Email Print 116
ຂປລ ກ່ອນໜ້ານີ້ 50 ປີສາຍພົວພັນອັນເປັນທາງການລະຫວ່າງ ສະພາແຫ່ງຊາດແຫ່ງສສຫວຽດນາມ ແລະສະພາ ປະຊາຊົນສູງສຸດ (ປັດຈຸບັນແມ່ນສະພາແຫ່ງຊາດ) ແຫ່ງສປປລາວໄດ້ຮັບການສ້າງ ຕັ້ງຂຶ້ນ.ການພົວພັນ ລະຫວ່າງສະພາແຫ່ງຊາດ ຫວຽດນາມແລະສະພາແຫ່ງ ຊາດລາວແມ່ນສ່ວນໜຶ່ງ ທີ່ສຳຄັນຂອງສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່

ຂປລ. ກ່ອນໜ້ານີ້ 50 ປີສາຍພົວພັນ ອັນເປັນທາງການລະຫວ່າງ ສະພາແຫ່ງຊາດແຫ່ງ ສສຫວຽດນາມ ແລະ ສະພາປະຊາຊົນສູງສຸດ (ປັດຈຸບັນແມ່ນສະພາແຫ່ງຊາດ) ແຫ່ງສປປລາວ ໄດ້ຮັບການສ້າງຕັ້ງຂຶ້ນ.ການພົວພັນລະຫວ່າງ ສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ ແມ່ນສ່ວນໜຶ່ງທີ່ສຳຄັນ ຂອງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດແລະການຮ່ວມມື ຮອບດ້ານຫວຽດນາມ - ລາວ, ລາວ - ຫວຽດນາມ.

    ບົນເສັ້ນທາງ ອັນສະຫງ່າລາສີນີ້, ສະພາແຫ່ງຊາດ ສອງປະເທດ ພ້ອມດ້ວຍລະບົບການເມືອງ ໄດ້ປະກອບສ່ວນ ອັນໃຫຍ່ຫຼວງ ເຂົ້າໃນການກໍ່ສ້າງແລະພັດທະນາ ລັດແຫ່ງກົດໝາຍ ສັງຄົມ ນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນໃນປະເທດ ຂອງຕົນຜ່ານ ການແລກປ່ຽນ ການຢ້ຽມຢາມ ຂອງຄະນະຜູ້ແທນ ຂັ້ນຕ່າງໆ, ການລົງນາມ ໃນຂໍ້ຕົກລົງ ຮ່ວມມື ແລະການ ໃຫ້ສັດຕະຍາບັນ ຂໍ້ຕົກລົງຮ່ວມມືລະຫວ່າງສອງລັດຖະບານ. ລັກສະນະພິເສດ ຂອງການພົວພັນ ລະຫວ່າງສະພາແຫ່ງຊາດ ຫວຽດນາມແລະ ສະພາແຫ່ງຊາດລາວ ໄດ້ສະແດງອອກ ໃນການແລກປ່ຽນ ບົດຮຽນແລະໃຫ້ການຊ່ວຍເຫຼືອ ເຊິ່ງກັນແລະກັນ ໃນການຮ່າງລັດຖະທຳມະນູນ ແລະລະບົບກົດໝາຍ, ການປັບປຸງກົນໄກ ການຈັດຕັ້ງ, ພາລະບົດບາດ, ໜ້າທີ່ຂອງບັນດາ ກຳມະທິການສະພາແຫ່ງຊາດ, ການຝຶກອົບຮົມ ຜູ້ຊ່ຽວຊານ ແລະພະນັກງານ; ການປະສານງານ ກັບລັດຖະບານ ແລະແນວລາວສ້າງຊາດ ໃນບັນຫາພາຍໃນແລະຕ່າງປະເທດ, ຕະຫຼອດຮອດການ ໃຫ້ຄວາມຊ່ວຍເຫຼືອ ເຊິ່ງກັນແລະກັນ ໃນເວທີປາໄສພາກພື້ນ ແລະສາກົນ.

     ນີ້ແມ່ນໂອກາດດີທີ່ສະພາແຫ່ງຊາດຫວຽດນາມ, ສະພາແຫ່ງຊາດລາວ ແລະບັນດາອົງການຊ່ຽວຊານ ຂອງສະພາແຫ່ງຊາດ ສອງປະເທດໄດ້ຮ່ວມກັນ ທົບທວນຄືນໝາກຜົນ ທີ່ສອງຝ່າຍ ບັນລຸໄດ້ ໃນໄລຍະເຄິ່ງສະຕະວັດທີ່ຜ່ານມາ, ທັງຮັບຮູ້ແລະຊີ້ ໃຫ້ເຫັນສາເຫດ ຂອງຂໍ້ຄົງຄ້າງ ທີ່ຍັງປະຕິບັດ ບໍ່ທັນໄດ້ດີເພື່ອ ກຳນົດມາດຕະການແກ້ໄຂ ຢ່າງສະເພາະເຈາະຈົງ ແລະຕົວຈິງ ເພື່ອຜັນຂະຫຍາຍ ການຮ່ວມມືລະຫວ່າງສອງ ສະພາແຫ່ງຊາດ ໃຫ້ດີຂຶ້ນເລື້ອຍໆໃນຕໍ່ໜ້າ.

    ປຶ້ມ “50 ປີແຫ່ງການພົວພັນ ລະຫວ່າງສະພາແຫ່ງຊາດ ຫວຽດນາມແລະ ສະພາແຫ່ງຊາດລາວ-ການຮ່ວມມື ຮອບດ້ານແລະພັດທະນາ (1975-2025)”ຍັງແມ່ນການ ສະແດງ ໃຫ້ເຫັນເຖິງ ຄວາມຮູ້ບຸນຄຸນຢ່າງສູງ ຂອງການນຳສະພາແຫ່ງຊາດ ຕໍ່ບັນດາການນຳຮຸ່ນຕ່າງໆ ຂອງສອງປະເທດ, ໂດຍສະເພາະແມ່ນ ປະທານໂຮ່ຈີມິນ, ປະທານໄກສອນພົມວິຫານ, ປະທານສຸພານຸວົງ, ບັນດາຜູ້ນຳພັກ-ລັດ, ໃນນັ້ນມີຜູ້ນຳສະພາແຫ່ງຊາດ ຫວຽດນາມ ແລະລາວຜ່ານໄລຍະຕ່າງໆ, ພ້ອມທັງບັນດາອົງການ, ກະຊວງ, ຂະແໜງການ, ແຂວງແລະນະຄອນ ທີ່ໄດ້ຄຽງບ່າຄຽງໄຫຼ່ ກັບສະພາແຫ່ງຊາດ ຫວຽດນາມ ຕະຫຼອດໄລຍະ 50 ປີຜ່ານມາ. ຜູ້ນຳສະພາແຫ່ງຊາດ ຫວຽດນາມ ກໍຂໍສະແດງຄວາມຂອບໃຈ ຢ່າງເລິກເຊິ່ງຕໍ່ບັນດາ ອົງການ ຊ່ຽວຊານ, ພະນັກງານ, ລັດຖະກອນ, ກຳມະກອນຂອງ ສະພາແຫ່ງຊາດ ຫວຽດນາມ ແລະສະພາແຫ່ງຊາດລາວ ໃນຜ່ານມາ, ຕະຫຼອດຮອດ ບັນດາຜູ້ຊ່ຽວຊານ ແລະນັກວິທະຍາສາດ ທີ່ໄດ້ຮ່ວມເຄື່ອນໄຫວກັບສະພາແຫ່ງຊາດສອງປະເທດ.

 ຜ່ານສິ່ງດັ່ງກ່າວ,  ສະພາແຫ່ງຊາດ ຫວຽດນາມຫວັງວ່າ ຈະໄດ້ຝາກຂໍ້ຄິດແລະສານ ເຖິງຄົນຮຸ່ນປັດຈຸບັນ ແລະອະນາຄົດ ໃຫ້ສືບຕໍ່ຮັກສາ, ເພີ່ມພູນຄູນ ສ້າງແລະເສີມ ຂະຫຍາຍ ຊັບສົມບັດ ອັນລ້ຳຄ່າແຫ່ງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມື ຮອບດ້ານຫວຽດນາມ - ລາວ, ລາວ - ຫວຽດນາມເພື່ອ ເອກະລາດ, ເສລີພາບ, ສັນຕິພາບແລະຄວາມ ວັດທະນະຖາວອນ ຂອງສອງປະເທດ, ເພື່ອການຮ່ວມມື, ພັດທະນາແລະຄວາມ ວັດທະນະຖາວອນ ຂອງພາກພື້ນແລະໂລກ.

ສະຫາຍເຈິນແທັງເໝິນ

KPL

ຂ່າວອື່ນໆ

ads
ads

Top