ຂປລ
ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໄດ້ຈັດພິທີໄຫວ້ອາໄລ ຕໍ່ການ ຈາກໄປ ຂອງສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ໃນວັນທີ 10 ສິງຫາ 2026 ທີ່ນະຄອນຫລວງປັກກິ່ງ, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໄດ້ຈັດພິທີໄຫວ້ອາໄລ ຕໍ່ການ ຈາກໄປ ຂອງສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໂດຍມີ ສະຫາຍ ສົມພອນ ສີຈະເລີນ, ເອກອັກ ຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ພ້ອມດ້ວຍ ບັນດາພະນັກງານ ສະຖານເອກອັກຄະລັດຖະທູດ ແລະ ຄອບຄົວ, ພະນັກງານລາວ ທີ່ພວມປະຕິບັດ ໜ້າທີ່, ພ້ອມ ດ້ວຍ ນັກຮຽນ-ນັກສຶກສາລາວ ເຂົ້າຮ່ວມ. ການຈັດພິທີ ໄວ້ອາໄລ ຄັ້ງນີ້, ເປັນການສະແດງເຖິງ ຄວາມກະຕັນຍູ, ຮູ້ບຸນຄຸນ ແລະ ຄວາມເຄົາລົບຮັກທີ່ມີຕໍ່ ສະຫາຍ ໄຊສົມພອນ ພົມວິຫານ ເຊິ່ງເປັນ ໜຶ່ງໃນ ບັນດາການນຳຂັ້ນສູງພັກ-ລັດຂອງ ສປປ ລາວ ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ແລະ ກໍາລັງກາຍ-ກໍາລັງໃຈ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໂດຍສະເພາະ ໃນຂົງເຂດນິຕິບັນຍັດ ແລະ ສະພາແຫ່ງຊາດ. ສະຫາຍ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12 ທັນວາ 1956 ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ດ້ວຍພະ ຍາດ ເສັ້ນເລືອດອັກເສບ ທີ່ຮ້າຍແຮງ, ລວມອາຍຸ ໄດ້ 70 ປີ. ການຈາກໄປໂດຍບໍ່ມີວັນກັບມາຂອງເພີ່ນ ເປັນການສູນເສຍ ອັນໃຫຍ່ຫລວງ ຂອງພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL